ອຸບັດຕິເຫດ ແກ້ໄຂຍາກ ຍ້ອນເຈົ້າໜ້າທີ່ບໍ່ຈິງຈັງ ແຕ່ຍັງຮັບເງິນ

ໂຕຢ່າງ ອຸບັດຕິເຫດ ຕາມທ້ອງຖນົນ ໃນ ນະຄອນຫຼວງວຽງຈັນ.
ໂຕຢ່າງ ອຸບັດຕິເຫດ ຕາມທ້ອງຖນົນ ໃນ ນະຄອນຫຼວງວຽງຈັນ. (RFA)

0:00 / 0:00

ປະ​ຊາ​ຊົນລາວ​ເຫັນ​ວ່າ ​​ມັນ​ເປັນ​ການ​ຍາກ ທີ່​ຈະ​ສະ​ກັດ​ກັ້ນ ແລະ ປ້ອງ​ກັນອຸ​ບັດ​ຕິ​ເຫດ ​ຕາມ​ທ້ອງ​ຖ​ນົນ ໃນ​ໄລ​ຍະ ​ສ​ລອງ​ບຸນ​ປີ​ໃໝ່​ລາວ ຍ້ອນ​ວ່າປະ​ຊາ​ຊົນ ທີ່​ເປັນ​ຜູ້​ຂັບ​ຂີ​ເອງ ຫຼາຍ​ຄົນ ບໍ່​ປະ​ຕິ​ບັດ​ລະ​ບຽບ​ຈະ​ຣາ​ຈອນ ແລະ ເຈົ້າ​ໜ້າ​ທີ່​ບາງ​ຄົນ ​ບໍ່​ເຄັ່ງ​ຄັດ ໃນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ເຊັ່ນເຈົ້າ​ໜ້າ​ທີ່ ​ເປັນ​ຜູ້​ຂັບ​ຂີ​ລະ​ເມີດ​ການ​ຈະ​ຣາ​ຈອນ ​ແລ້ວກໍ​ປ່ອຍ​ໄປ.

ປະ​ຊາ​ຊົນ ທ່ານ​ນຶ່ງ ໄດ້​ໃຫ້​ສັມພາດ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ຄົນ​ບໍ່​ຟັງ​ຄວາມ ລະ​ກະແຖມ​ເຈົ້າ​ໜ້າ​ທີ່​ກໍ​ຍັງ ຊອດ​ລອດ ແຊັດ​ແລັດ ຢູ່​ຈັ່ງ​ຊັ້ນ ຄົນ​ເຮົາ​ຄັນ​ວ່າ ຈ່າຍ​ແລ້ວ ບໍ່​ເປົ່າ​ກະ​ໄດ້.

ນັກ​ຂ່າວ: ອະ​ທິ​ບາຍ​ໃຫ້​ຟັງ​ແດ່​ວ່າ ເຈົ້າ​ໜ້າ​ທີ່​ຊອດ​ລອດ ແຊັດ​ແລັດ ນີ້ ເປັນ​ຈັ່ງ​ໃດ?

ປະ​ຊາ​ຊົນ: ອັນ​ຊອດ​ລອດ ​ແຊັດ​ແລັດ ເຫັນ​ມັນ​ເມົາ ມັນ​ບໍ່​ເປົ່າ ອ້າວ ຈ່າຍ​ໃຫ້ 2 ແສນ. ອ້າວ​ໄປ​ເລີຍ ບໍ່​ເປົ່າ​ກະ​ໄດ້.

ນັກ​ຂ່າວ: ມັນ​ເກີດ​ມີ​ປະ​ກົດ​ການ ​ຈັ່ງ​ຊີ້​ຫວະ​ຢູ່​ບ້ານ​ເຮົາ?

ປະ​ຊາ​ຊົນ: ວາຍ​ເປັນ​ຫຍັງ​ມັນ​ຈຶ່ງ​ຈະ​ບໍ່​ມີ, ແຕ່​ ກະ​ບໍ່​ເປັນ​ທຸກ​ຄົນ ກະ​ເປັນ​ສ່ວນ​ນຶ່ງ ແຕ່ກະ​ບໍ່​ເປັນ​ສ່ວນ​ນຶ່ງ ເຄິ່ງໆ ໄປ​ຊັ້ນ​ແຫຼະ ມັນ​ຍັງ​ມີ​ຊ່ອງ​ວ່າງ​ໂຕນີ້​ຢູ່​ຫວະ?

ປະ​ຊາ​ຊົນ: ຫ້ວຍ ​ມັນ​ກະ​ມີ​ຫັ້ນ​ແຫຼະ ໃບ​ຂັບ​ຂີ່ ຈ່າຍ​ໄປ​ກະ​ພົ້ນ​ໄປ.

ນັກ​ຂ່າວ: ໃບ​ຂັບ​ຂີ່​ຢູ່​ບ້ານ​ເຮົາ​ນີ້ ມັນ​ເປັນ​ຈັ່ງ​ໃດ ຄື​ວ່າ ມັນຜ່ານ​ການ​ສອບ​ເສັງ ​ຄັກ​ແນ່​ລະ ຄື​ວ່າ ເຄັ່ງ​ຄັດ​ຢູ່?

ປະ​ຊາ​ຊົນ: ໂອ້ຍ ເຄັ່ງ​ຄັດ ກະ​ຄົນ​ຕົ໋ວ​ວ່າ ຢູ່​ຫັ້ນ ລະ​ບົບ​ຄອມ​ພິວ​ເຕີ້ຣ໌ ກະ​ຄົນ​ຕົ໋ວ​ວ່າ ໃຫ້​ຄະ​ແນນ.

ນັກ​ຂ່າວ: ສຳ​ລັບ​ຄົນ​ເດ້ ສ່ວນ​ຜູ້​ຂັບ​ຂີ​ເອງ​ເດ້ ມັນ​ເປັນ​ຈັ່ງ​ໃດ?

ປະ​ຊາ​ຊົນ: ອັນ​ນັ້ນ​ແລ້ວ ຜູ້​ຂັບ​ຂີ ບັນ​ຫາ​ມັນ.

ນັກ​ຂ່າວ: ເຈົ້າ​ໜ້າ​ທີ່ນີ້ ຊິ​ຄວບ​ຄຸມ​ໄດ້​ບໍ່​ນິ ອຸ​ບັດ​ຕິ​ເຫດ​ປີນີ້?

ປະ​ຊາ​ຊົນ: ບໍ່​ໄດ້​ດອກ ບໍ່​ໄດ້ ແຕ່​ບາງ​ປີ ກະ​ເພີ່ມ ບາງ​ປີ​ກະ​ຫຼຸດ ແຕ່​ສ່ວນ​ໃຫຍ່ ມັນ​ກະ​ເພີ່ມ​ຫັ້ນ​ແຫຼະ.

ປະ​ຊາ​ຊົນ​ອີກ​ທ່ານ​ນຶ່ງ ກໍ​ກ່າວ​ວ່າ ບໍ່​ຢາກ​ອອກ​ໄປ​ທ່ຽວ​ໃສ່ ຍ້ອນ​ວ່າ ຢ້ານ​ອຸ​ບັດ​ຕິ​ເຫດ.

ດັ່ງ​ທ່ານ ໃຫ້​ສັມ​ພາດ​ວ່າ: ບໍ່​ໃຫ້​ເວົ້າ​ແຫຼະ ປີ​ໃໝ່ ບໍ່​ຢາກ​ໄປ​ໃສ ລູກ​ກະ​ໜີ​ໄປ​ຮຽນ​ໝົດ.

ນັກ​ຂ່າວ: ແຕ່​ວ່າ ໄລ​ຍະ​ປີ​ໃໝ່ນີ້​ເຮົາ​ອອກ​ບ້ານບໍ່?

ປະ​ຊາ​ຊົນ: ອອກໆ ເຣື່ອງ​ອອກ ກະ​ອອກ. ອອກ​ກະ​ອອກ​ດ້າມມື້ ໄປ​ກິນ​ເຂົ້າ​ປ່າ​ ລະ​ກະໄປ​ຢາມ​ພີ່​ຢາມ​ນ້ອງ​ຫັ້ນ​ແຫຼ ໄປ​ຢາມ​ພວກ​ອາ​ວຸ​ໂສ​ຫັ້​ນ​ເດ້ ໄປ​ຢາມ​ພວກ​ພະ​ນັກ​ງານ ​ບຳ​ນານ​ລະ​ກະ​ມາ​ໂລດ.

ນັກ​ຂ່າວ: ບໍ່​ຄຶດ​ຢ້ານ ​ອຸ​ບັດ​ຕິ​ເຫດ​ເບາະ?

ປະ​ຊາ​ຊົນ: ໂຕ​ດຽວ​ຫັ້ນ​ແຫຼະ

ແລະ ປະ​ຊາ​ຊົນ ອີກ​ທ່ານ​ນຶ່ງ ກໍ​ໃຫ້​ສັມ​ພາດ​ວ່າ: ໂອບໍ່​ໄປ​ໃສ​ຂາຍ​ເຄື່ອງ​ຢູ່​ບ້ານ.

ນັກ​ຂ່າວ: ມີ​ກິ​ຈ​ກັມ​ຫຍັງ​ບໍ່​ຫັ້ນ​ນະ?

ປະ​ຊາ​ຊົນ: ກິຈກັມ ມີ​ແຕ່​ກິນ​ສັງ​ສັນ ນຳ​ພີ່​ນຳ​ນ້ອງ ນຳ​ເອື້ອຍ​ນຳ​ອ້າຍ ຈັ່ງ​ຊີ້​ແຫຼະ. ບໍ່​ໄດ້​ມີ​ແຜນ​ວ່າ ຊິ​ໄປ​ບ່ອນ​ນັ້ນ​ບ່ອນນີ້ດອກ. ມີ​ແຕ່​ວັນ​ທີ 11 ນີ້ ຈະ​ກິນ​ລ້ຽງ​ຢູ່​ບໍ​ລິ​ສັດ ຂ້າ​ແບ້​ໂຕນຶ່ງ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ຈະ​ຣາ​ຈອນ ກໍ​ມີ​ແຜນ​ປ້ອງ​ກັນ ​ການ​ເກີດ​ອຸ​ບັດ​ຕິ​ເຫດ ແລະ ອຳ​ນວຍ​ຄວາມ​ສະ​ດວກ ​ໃຫ້​ຜູ້​ຂັບ​ຂີ່​ໃນ​ໄລ​ຍະ​ການ​ ສ​ລອງ​ບຸນ​ໃໝ່​ລາວ.

ພັນ​ເອ​ກ​ ຄຳ​ເລັກ ໄຊ​ຍະ​ສິດ ຮອງ​ກົມ​ໃຫຍ່ ​ຕຳ​ຣວດຈະ​ຣາ​ຈອນ ກະ​ປ້ອງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ໃຫ້​ສັມພາດ​ຕໍ່​ສື່ມວນ​ຊົນ​ລາວ ໃນ​ວັນ​ທີ 10 ເມ​ສາ ວ່າ: ແຕ່ງ​ຕັ້ງ​ຈຸ​ປະ​ຈຳ​ການ ​ຄອຍ​ເຫດ​ຂອງ​ກົມ ເພື່ອ​ເກັບ​ກຳ​ສະ​ພາບ​ອຸ​ບັດ​ຕິ​ເຫດ​ ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຕ​ລອດ 24 ຊົ່ວ​ໂມງ. ບັນ​ຫາ​ທີ່ສອງ​ລະ​ແຕ່ງ​ຕັ້ງ​ຈຸ​ອອກກວດ​ກາ ທາດ​ເຫຼົ້າ​ຈັບ​ຄວາມ​ໄວ ຢູ່​ເຂດ​ເສັ້​ນ​ທາງ 13 ເໜືອ, 13 ໃຕ້ ເພື່ອ​ປ້ອງ​ກັນ ​ສະ​ກັດ​ກັ້ນ ອຸ​ບັດ​ຕິ​ເຫດ ​ຕາມ​ທາງ​ຍາວ.

ໃນ​ປີ 2021 ທີ່​ຜ່ານ​ມາ, ມີ​ຜູ້​ເສັຽ​ຊີ​ວິດ ການ​ເກີດ​ອຸ​ບັດ​ຕິ​ເຫດ​ ຕາ​ມ​ທ້ອງ​ຖ​ນົນ 30 ຄົນ, ບາດ​ເຈັບ 170 ຄົນ.

ໃນ​ປີ 2022 ມີ​ຜູ້​ເສັຽ​ຊີ​ວິດ ຈາກ​ການ​ເກີດ​ອຸ​ບັດ​ຕິ​ເຫດ ຕາມ​ທ້ອງ​ຖ​ນົນ 35 ຄົນ ແລະ ບາດ​ເຈັບ 500 ປ​າຍ​ຄົນ ອີງ​ຕາມ​ຂໍ້​ມູນ​ ຈາກ​ທາງ​ການ​ລາວ.