ບຸນອອກພັນສາປີນີ້ ບໍ່ປານໃດ
2020.10.02
ບຸນອອກພັນສາປະວໍລະນາ ປີນີ້ ຢູ່ແຂວງສວັນນະເຂດ ຄົນມາທ່ຽວບຸນບໍ່ຄ່ອຍຫຼາຍ ເຮັດໃຫ້ພໍ່ຄ້າ-ແມ່ຄ້າ ຂາຍເຄື່ອງບໍ່ຄ່ອຍດີຍ້ອນທາງການ ບໍ່ໄດ້ຈັດງານ ບຸນໃຫຍ່ ເນື່ອງຈາກມາຕການ ປ້ອງກັນເຊື້ອໄວຣັສ ໂຄວິດ-19 ຍັງຄົງບັງຄັບໃຊ້ຢູ່, ເຖິງວ່າພາຍໃນງານ ຈະບໍ່ມີມາຕການ ທີ່ເຂັ້ມງວດກໍຕາມ. ດັ່ງແມ່ຄ້າຂາຍເຄື່ອງໃນງານບຸນ ນາງນຶ່ງ ກ່່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 01 ຕຸລາ ນີ້ວ່າ:
“ຄົນໜ້ອຍ ບໍ່ຫຼາຍທໍ່ປີກາຍ, ກະດີ ແຕ່ກະບໍ່ສູ້ປີກາຍ. ມີມາຕການຮັກສາໄລຍະຫ່າງ ທໍ່ນັ້ນແຫຼະ. ໃສ່ບ່ອນທີ່ມີຄົນແອອັດ, ແຕ່ວ່າສ່ວນຫຼາຍ ກະບໍ່ຄ່ອຍແອອັດຫຼາຍເພາະວ່າປີນີ້ຄົນໜ້ອຍ ປີນີ້ເຂົາເຈົ້າຈັດນ້ອຍ, ກ່ຽວກັບໂຄວິດຫັ້ນແຫຼະ. ລະກະບໍ່ຄ່ອຍໄດ້ເຮັດ ໂຄສະນາອີ່ຫຍັງຫຼາຍ.”
ຊາວບ້ານ ນາງນຶ່ງ ຢູ່ແຂວງສວັນນະເຂດ ທີ່ໄດ້ອອກໄປງັນບຸນ ບຸນອອກພັນສາ ກ່່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຖິງວ່າບຸນອອກພັນສາ ປີນີ້ ບໍ່ໄດ້ຈັດໃຫຍ່ຄືດັ່ງປີກາຍ ຍ້ອນມາຕການ ປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19, ແຕ່ການ ຄວບຄຸມພາຍໃນງານ ຍັງຖືວ່າເປັນເຣື່ອງຫຍຸ້ງຍາກ ຍ້ອນມີຮ້ານຂາຍເຄື່ອງຢູ່ຫຼາຍ ແລະ ທາງການ ກໍບໍ່ໄດ້ມີການກວດກາ ພາຍໃນງານ ຢ່າງເຄັ່ງຄັດ.
“ໂຄວິດຢູ່ນີ້ນ່າ ເຂົາຫຼີກລ້ຽງແນ່. ຈັດເປັນງານປະເພນີ ລຽບໆງ່າຍໆຂາຍຂອງ. ຮ້ານບັນເທີງ ຮ້ານກິນດື່ມ ເຂົາກະເປີດຫັ້ນແຫຼະມັນຫ້າມ ກັນບໍ່ໄດ້ດອກ. ບາງທີເຂົາກະເຄັ່ງຢູ່ ແຕ່ມັນກະບໍ່ໄດ້ມີຂ່າວເຣື່ອງໂຣຄ ເຣື່ອງພັຍມາແລ້ວ ເຂົາກະບໍ່ໄດ້ເຄັ່ງເທົ່າໃດແລ້ວ ຕອນນີ້ນ່າ.”
ຊາວບ້ານຜູ້ນີ້ ໃຫ້ຄວາມເຫັນຕື່ມວ່າ ເຖິງວ່າປີນີ້ ທາງການຈະອອກມາຕການ ບໍ່ໃຫ້ຈັດງານບຸນໃຫຍ່ ແລະ ບໍ່ໃຫ້ມີການເສບຄົບງັນ ຍ້ອນ ຮັກສາມາຕການ ປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ກໍຕາມ, ແຕ່ພາຍໃນງານ ກໍບໍ່ມີມາຕການທີ່ເຂັ້ມງວດແນວໃດ ໃນການແຈ້ງເຕືອນຜູ້ຄົນ ທີ່ມາງັນບຸນ ໃຫ້ໃສ່ໜ້າກາກອະນາມັຍ ຫຼືການຮັກສາໄລຍະຫ່າງ ແຕ່ຢ່າງໃດ.
ສ່ວນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງສວັນນະເຂດ ທ່ານນຶ່ງກໍໄດ້ກ່່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີວ່າ ບຸນອອກພັນສາປີນີ້ ທາງການແຂວງ ກໍຈັດປົກກະຕິ ແຕ່ບໍ່ໄດ້ມີການຈັດເປັນບຸນໃຫຍ່ ຍ້ອນເປັນມາຕການ ຈາກຣັຖບານເພື່ອຣະວັງການແຜ່ຣະບາດ ຂອງ ເຊື້ອໄວຣັສໂຄວິດ-19 ແລະ ການຈັດງານບຸນໃນແຂວງສວັນນະເຂດ ກໍບໍ່ໃຫ້ມີວົງດົນຕຣີ ມາເສບຄົບງັນ ໃນມື້ບຸນ ພ້ອມທັງມີກຳນົດເວລາ ໃຫ້ຈັດ ແລະ ໃຫ້ເລີກ ຢ່າງຄັກແນ່.
“ຈັດປົກກະຕິ ຮີດເກົ່າຄົງລືມບໍ່ໄດ້, ແຕ່ວ່າງານນີ້ ງົດຄົນຊຸມຊົນຫຼາຍ, ຫັ້ນນ່າ. ບໍ່ໄດ້ເຮັດໃຫຍ່ທົ່ວລາວຫັ້ນແຫຼະ ບໍ່ແມ່ນແຕ່ສວັນນະເຂດ ຢ້ານໂຄວິດ. ເຮືອກະບໍ່ໄດ້ເອົາເຮືອໃຫຍ່ ເອົາເຮືອກາງກັບ ເຮືອນ້ອຍຊື່ໆ. ງານນີ້ບໍ່ໃຫ້ມີເສບມີງັນຫຼາຍ, ມີກຳນົດໂມງໃຫ້ເລີກ ປະມານ 12 ໂມງ.”
ອີງຕາມການຣາຍງານ ເມື່ອວັນທີ 28 ກັນຍາ ທີ່ຜ່ານມາ ອຳນາດການປົກຄອງ ນະຄອນໄກສອນພົມວິຫານ ໄດ້ແຈ້ງການ ບໍ່ໃຫ້ມີວົງດົນ ຕຣີມາເສບຄົບງັນ ໃນມື້ບຸນອອກພັນສາ ປີນີ້ ລວມທັງບໍ່ໃຫ້ມີ ວົງອີເລັກໂທນ ຍ້ອນບໍ່ຢາກໃຫ້ມີການຊຸມກັນກິນດື່ມ ຂອງຄົນຈຳນວນຫຼາຍ, ແຕ່ໃຫ້ ມີການຕັ້ງຮ້ານ ຂາຍເຄື່ອງຂອງ ໄດ້ປົກກະຕິ ເພື່ອປະຕິບັດ ຕາມແຈ້ງການ ຂອງຄນະສະເພາະກິຈ ປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ຂັ້ນສູນກາງ.
ເຖິງຢ່າງໃດກໍຕາມ, ການຈັດງານບຸນອອກພັນສາ ປະວໍລະນາ ໃນປີນີ້ ໃນທຸກແຂວງ ຂອງລາວ, ໂດຍສະເພາະນະຄອນຫຼວງວຽງຈັນ ກໍບໍ່ຄ່ອຍຄຶກຄັກປານໃດ ເນື່ອງຈາກທາງການລາວ ໄດ້ແຈ້ງການອອກ ມາວ່າ ບໍ່ໃຫ້ຈັດງານບຸນໃຫຍ່ ແລະ ບໍ່ໃຫ້ມີການເສບຄົບງັນ ພາຍໃນງານບຸນ. ນອກຈາກນີ້, ການແຂ່ງຂັນຊ່ວງເຮືອ ກໍອະນຸຍາດໃຫ້ມີແຕ່ການຊ່ວງເຮືອນ້ອຍຂນາດ 12 ສີພາຍເທົ່ານັ້ນ, ຈາກທີ່ ແຕ່ລະປີ ຈະຕ້ອງຈັດໃຫ້ມີການຊ່ວງເຮືອຍາວປະເພນີ ຂນາດໃຫຍ່ ທີ່ມີສີພາຍເຖິງ 40 ປາຍຄົນຂຶ້ນໄປ ຕໍ່ເຮືອ 1 ລຳ.