ບຸນນະມັສການ ພຣະທາຕຫຼວງ

ໃນ ສັປດາ ນີ້ ຂ້າພະເຈົ້າ ຈະເຣີນສຸກ ຂໍຖື ໂອກາດ ສລອງ ງານບຸນ ນະມັສການ ພຣະທາຕຫຼວງ ຮ່ວມກັບ ແຟນ ຣາຍການ ບັນເທີງ ທຸກໆຄົນ ໃນ ສປປລາວ ແລະ ທົ່ວທຸກ ມຸມໂລກ, ຂໍໃຫ້ ທຸກໆທ່ານ ໃນ ເມືອງລາວ ມ່ວນຊື່ນ ທ່ຽວງານ ທີ່ ອະລັງການ ປະຈໍາປີ ຄັ້ງນີ້ ໃຫ້ເຕັມອີ່ມ ເພື່ອຈະໄດ້ ບອກເລົ່າ ເວົ້າສູ່ ໝູ່ເພື່ອນ ໃນຕ່າງ ປະເທດ ໃຫ້ໄດ້ ມ່ວນ ນໍາກັນ ໂດຍ ຜ່ານທາງ face book ຫຼື You tube. ຜູ້ໃດ ມີ ໂອກາດ ທ່ຽວງານ ກໍຖ່າຍຮູປ ຫຼາຍໆ ຝາກໃຫ້ ທົ່ວໂລກ ໄດ້ເຫັນ ໃນ ວັທນະທັມ ຄວາມ ຈົບງາມ ຂອງ ເມືອງລາວ...
ຈະເຣີນສຸກ
2011.11.08
F-that-luang-festival ຊາວລາວພາກັນ ຂາບໄຫວ້ ສັກກາຣະ ບູຊາ ສີ່ງສັກສິດ ທີ່ເປັນມິ່ງບ້ານ ຂວັນເມືອງ
Rfa

Watch the video on youtube

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.