ເຣື້ອງທີ່ເກັບບັນທຶກໄວ້
2023-11-01
ທາງການໄທຍ ໄດ້ຫຼຸດຄ່າທໍານຽມວີຊ້າ ໃນໄລຍະ 4 ປີ ໃຫ້ແກ່ຄົນງານໃນ 4 ປະເທດຄື ລາວ, ກັມພູຊາ, ພະມ້າ ແລະ ຫວຽດນາມ ເພື່ອປ້ອງກັນການຂາດແຄນ ຄົນງານ ໃນປະເທດໄທຍ ແລະເພື່ອຈູງໃຈໃຫ້ຄົນງານ ເຮັດວຽກ ຢ່າງຖືກຕ້ອງຕາມກົດໝາຍ.
2023-11-01
ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ປັບຂຶ້ນລາຄາປີ້ໂດຍສານ ຣົຖໄຟ ລາວ-ຈີນ ທຸກປະເພດ ທັງຣົຖໄຟຂະບວນພາຍໃນປະເທດ ແລະ ຂະບວນລະຫວ່າງປະເທດ ສ່ວນຜູ້ໃຊ້ບໍຣິການ ຣົຖໄຟລາວ-ຈີນ ຢາກໃຫ້ທາງບໍຣິສັດ ຫລຸດຄ່າປີ້ລົງ ອີງໃສ່ສະພາບເສຖກິຈ ໃນປັດຈຸບັນນີ້.
2023-11-01
ເກີດເຫດການ ນັກຮຽນບໍ່ໄປກ່ຽວ ຊ່ວຍນາຍຄຣູ ແລະຖືກນາຍຄຣູ ລົງໂທດດ້ວຍການ ຈົດບັນທຶກໃສ່ໃບສຳຣວດວ່າ ຜິດກົດລະບຽບຂອງໂຮງຮຽນ ຊຶ່ງເຫດການນີ້ ເກີດຂຶ້ນຢູ່ໂຮງຮຽນມັທຍົມ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ເຮັດໃຫ້ສົງຄົມບໍ່ພໍໃຈ ໃນການກະທຳດັ່ງກ່າວ ຂອງນາຍຄຣູ.
2023-11-01
ສະພາແຫ່ງຊາຕ ເປີດກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການແລ້ວ ນຶ່ງໃນຂໍ້ສເນີທີ່ຣັຖບານ ໄດ້ສເນີຕໍ່ສະພາແຫ່ງຊາຕ ເທື່ອນີ້ ແມ່ນການຂໍຈຳນວນໂຄຕ້າ ຣັຖກອນ 850 ຄົນ ສຳລັບງົບປະມານປີ 2024.