ຂຶ້ນຄ່າປີ້ຣົຖໄຟ ລາວ-ຈີນ ກະທົບຜູ້ໂດຍສານ ຈຳນວນຫຼາຍ
2023.11.01

ໃນວັນທີ 01 ພຶສຈິກາ 2023 ນີ້ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ປັບຂຶ້ນລາຄາປີ້ໂດຍສານ ຣົຖໄຟ ລາວ-ຈີນ ທຸກປະເພດ ແລະ ທຸກຊັ້ນບ່ອນໜັ່ງ ທັງຣົຖໄຟຂະບວນພາຍໃນປະເທດ ແລະ ຂະບວນລະຫວ່າງປະເທດ ໂດຍປັບຂຶ້ນຕາມອັດຕຣາແລກປ່ຽນ ລະຫວ່າງເງິນກີບ ກັບເງິນຢວນ ເປັນຕົ້ນຂະບວນຣົຖໄຟ EMU ພາຍໃນປະເທດ ບ່ອນໜັ່ງຊັ້ນ 2 ຈາກສະຖານີ ນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພຣະບາງ ປັບຂຶ້ນເປັນລາຄາ 330,000 ກີບຕໍ່ຄົນ/ຖ້ຽວ ຈາກລາຄາເກົ່າ 275,000 ກີບຕໍ່ຄົນ/ຖ້ຽວ ແລະ ຂະບວນຣົຖໄຟ EMU ລະຫວ່າງປະເທດ ບ່ອນໜັ່ງຊັ້ນ 2 ຈາກສະຖານີ ນະຄອນຫຼວງວຽງຈັນ ຫາ ສະຖານີຄຸນໝິງໃຕ້ ປະເທດຈີນ ຖືກປັບຂຶ້ນເປັນລາຄາ 1,626,000 ກີບຕໍ່ຄົນ/ຖ້ຽວ ຈາກລາຄາເກົ່າ 1,355,000 ກີບຕໍ່ຄົນ/ຖ້ຽວ ໂດຍທຸກລາຄາ ຍັງບໍ່ລວມຄຳທຳນຽມປີ້. ອີງຕາມຂໍ້ມູນຫຼ້າສຸດຂອງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດວັນທີ 31 ຕຸລາ ທີ່ຜ່ານມານີ້.
ກ່ຽວກັບເຣື່ອງນີ້ ຊາວລາວທີ່ໄປຊື້ປີ້ຣົຖໄຟ ຢູ່ສະຖານີຕ່າງໆ ຢືນຢັນວ່າ ໃນວັນທີ 01 ພຶສຈິການີ້ ລາຄາປີ້ໂດຍ ສານໄດ້ຖືກປັບຂຶ້ນ ເປັນທີ່ຮຽບຮ້ອຍເຊິ່ງສ່ວນໃຫຍ່ ເຫັນວ່າມີລາຄາແພງກ່ອນເກົ່າ ຂ້ອນຂ້າງຫຼາຍ ແລະ ທາງບໍຣິສັດ ມີແຕ່ເພີ່ມຄ່າປີ້ໂດຍສານຂຶ້ນເລື້ອຍໆ ແບບບໍ່ມີການຫຼຸດຄ່າປີ້ ແຕ່ຢ່າງໃດ.
ດັ່ງຊາວລາວນາງນຶ່ງ ທີ່ໄປຊື້ປີ້ຣົຖໄຟຢູ່ສະຖານີນາເຕີຍ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 01 ພຶສຈິການີ້ວ່າ:
“ມື້ນີ້ລາຄາປີ້ຣົຖໄຟ ແມ່ນຈະເພີ່ມຂຶ້ນເດີ້ ເຂົາຈະປັບກັນແຕ່ມື້ນີ້ ໄປປົກກະຕິນັ້ນ ແມ່ນ 148,000 ກັບ 320,000 ດຽວນີ້ 381,000 ແລ້ວກາ 537,000. 3 ເດືອນ, 4ເດືອນ ແລ້ວເຂົາຈະປັບລາຄາຂຶ້ນ.”
ຜູ້ຊື້ປີ້ຣົຖໄຟ ລາວ-ຈີນ ຢູ່ສະຖານີນະຄອນຫຼວງວຽງຈັນ ເຫັນວ່າລາຄາປີ້ຣົຖໄຟ ທີ່ປັບຂຶ້ນແມ່ນເພີ່ມຂຶ້ນຕັ້ງແຕ່ 30,000 ກີບໄປຈົນຮອດຫຼັກ 100,000 ກີບເຊິ່ງຂຶ້ນກັບໄລຍະທາງໄກສໍ່າໃດ ແລະ ບໍ່ມີການຫຼຸດລາຄາ ໃຫ້ກັບຜູ້ໂດຍສານ ໃນທຸກກໍຣະນີ.
ດັ່ງທ່ານກ່າວວ່າ:
“ມື້ນີ້ເຂົາເຈົ້າລາຄາໃໝ່ແລ້ວ ແລ້ວແຕ່ໄລຍະທາງ ເຂົາເຈົ້າຈະປັບຂຶ້ນເປັນໄລຍະທາງ ລະ 30,000 ກີບອິຫຍັງຂຶ້ນໄປຫັ້ນນ່າ. ວັງວຽງຈະ 30,000 ກີບ. ໄປຫຼວງພຣະບາງແມ່ນຈະເພີ່ມຂຶ້ນ 70,000 ກີບ. ໄປເມືອງໄຊ ມັນຈະເພີ່ມຂຶ້ນ 100,000 ກີບ ອິຫຍັງພຸ້ນນ່າ.”
ສ່ວນຊາວລາວອີກນາງນຶ່ງ ທີ່ມັກຊື້ປີ້ຣົຖໄຟ ລາວ-ຈີນ ຢູ່ເລື້ອຍໆ ຢາກໃຫ້ທາງບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ມີການຫຼຸດລາຄາປີ້ຣົຖໄຟ ຫຼື ມີໂປຣໂມຊັນຕ່າງໆ ໃນເທສການສຳຄັນ ເພື່ອສຳລັບໃຊ້ໃນການຫຼຸດຄ່າປີ້ເພາະວ່າ ຕາມທີ່ສັງເກດມາ ເຫັນວ່າມີແຕ່ປັບລາຄາປີ້ຂຶ້ນ ເລື້ອຍໆ ໂດຍສະເພາະລາຄາປີ້ຣົຖໄຟລະຫວ່າງປະເທດ ຈາກລາວໄປຈີນ ເຫັນວ່າມີການປັບຂຶ້ນ ຫຼາຍທີ່ສຸດ.
ດັ່ງຍານາງກ່າວວ່າເ
“ທາງບໍຣິສັດເພິ່ນ ເຂົາເຈົ້າປັບລາຄາຂຶ້ນ ທາງບໍຣິສັດເຂົາເຈົ້າມີ່ແຕ່ເພີ່ມຂຶ້ນ ວຽງຈັນໄປຄຸນໝິງເນາະ ດຽວນີ້ຖ້າວ່າແມ່ນຊັ້ນ 1 ເນາະ ກາ 2,592,000 ກີບ. ແລ້ວຊັ້ນ 2 ກາແມ່ນ 1,626,000 ກີບ. ແລ້ວອັນນີ້ວຽງຈັນໄປຫຼວງພຣະບາງ ຄວາມໄວສູງລວມຈອງນີ້ ກາແມ່ນ 380,000 ກີບ.”
ທາງດ້ານພະນັກງານ ປະຈໍາຈຸດຂາຍປີ້ຣົຖໄຟ ລາວ-ຈີນໄດ້ຢືນຢັນວ່າ ໃນວັນທີ 01 ພຶສຈິການີ້ ໄດ້ມີການປັບຂຶ້ນລາຄາ ປີ້ໂດຍສານທຸກປະເພດ ແລະ ທຸກສະຖານີຣົຖໄຟ ຕາມຣາຍລະອຽດ ທີ່ໄດ້ແຈ້ງການຜ່ານສື່ສັງຄົມອ໋ອນລາຍນ໌ ສ່ວນເຣື່ອງການຫຼຸດລາຄາປີ້ໂດຍສານ ຫຼື ໂປຣໂມຊັນຕ່າງໆ ນັ້ນຍັງບໍ່ມີແຜນເທື່ອ.
ດັ່ງຍານາງກ່າວວ່າ:
“ບໍ່ມີໂປຣໂມຊັນໃຫ້ເດີ້ ປັບແລ້ວເດີ້ ທຸກຊັ້ນ ທຸກສະຖານີ. ຂຶ້ນທຸກຊັ້ນເລີຍ ເບິ່ງຢູ່ໃນແຈ້ງການ ຢູ່ໜ້າເພຈຂອງສະຖານີ ກໍໄດ້.”
ກ່ຽວກັບການປັບ ຂຶ້ນລາຄາປີ້ໂດຍສານຣົຖໄຟ ລາວ-ຈີນ ໃນເທື່ອນີ້ ຊາວລາວຈໍານວນນຶ່ງ ກໍໄດ້ສະແດງຄວາມຄິດເຫັນ ຜ່ານສື່ສັງຄົມອ໋ອນລາຍນ໌ ວ່າ ລາຄາຖືກປັບຂຶ້ນຫຼາຍເກີນໄປ ຖ້າອີງໃສ່ສະພາບເສຖກິຈ ແລະ ເງິນເຟີ້ ພາຍໃນປະເທດ ແລະ ອີກຈຳນວນນຶ່ງ ເຫັນວ່າຖ້າມີການ ປັບຂຶ້ນລາຄາເລື້ອຍໆ ຕໍ່ໄປອາດເດີນດ້ວຍການຂີ່ຍົນ ຫຼື ໂດຍສານດ້ານອື່ນ ແທນ.
ກ່ອນໜ້ານີ້ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ມີການປັບລາຄາປີ້ໂດຍສານ ຣົຖໄຟ ລາວ-ຈີນ ແລ້ວປະມານ 2 ເທື່ອນັບແຕ່ເປີດໃຫ້ບໍຣິການແຕ່ທ້າຍປີ 2021 ເປັນຕົ້ນມາ ຍົກໂຕຢ່າງຖ້ຽວສະຖານີນະຄອນຫຼວງວຽງຈັນ ຫາສະຖານີບໍ່ເຕັນ ຂະບວນຣົຖໄຟ EMU ບ່ອນໜັ່ງຊັ້ນ 2, ເທື່ອທຳອິດປັບຂຶ້ນເມື່ອວັນທີ 01 ມິຖຸນາ 2022 ໂດຍຂຶ້ນ 407,000 ກີບຕໍ່ຄົນ/ຖ້ຽວ ຈາກລາຄາເກົ່າ 333,000 ກີບຕໍ່ຄົນ/ຖ້ຽວ. ເທື່ອທີ 2 ໃນວັນທີ 01 ພຶສຈິກາ 2023 ນີ້ ປັບຂຶ້ນເປັນ 555,000 ກີບຕໍ່ຄົນ/ຖ້ຽວຈາກລາຄາກ່ອນໜ້ານັ້ນ 407,000 ກີບຕໍ່ຄົນ/ຖ້ຽວ.
ມາຮອດປັດຈຸບັນ ສະຖານີຣົຖໄຟ ລາວ-ຈີນ ໄດ້ເປີດບໍຣິການຂົນສົ່ງໂດຍສານແລ້ວ ທັງໝົດ 10 ສະຖານີໄດ້ແກ່:
- ສະຖານີ ນະຄອນຫຼວງວຽງຈັນ,
- ສະຖານີ ໂພນໂຮງ,
- ສະຖານີ ວັງວຽງ,
- ສະຖານີ ກາສີ,
- ສະຖານີ ຫຼວງພຣະບາງ,
- ສະຖານີ ເມືອງງາ
- ສະຖານີ ເມືອງໄຊ,
- ສະຖານີ ນາໝໍ້,
- ສະຖານີ ນາເຕີຍ ແລະ
- ສະຖານີ ບໍ່ເຕັນ.
ສ່ວນສະຖານີຣົຖໄຟ ປະເທດຈີນ ທີ່ເປັນເສັ້ນທາງຜ່ານ ຂອງຂະບວນຣົຖໄຟ ລາວ-ຈີນ ມີທັງໝົດ 4 ສະຖານີໄດ້ແກ່ ສະຖານີບໍ່ຫານ, ສະຖານີສິບສອງປັນນາ, ສະຖານີຜູ່ເອີ ແລະ ສະຖານີຄຸນໝິງ. ອີງຕາມຂໍ້ມູນຫຼ້າສຸດ ຂອງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ.