ເຣື້ອງທີ່ເກັບບັນທຶກໄວ້
2021-11-12
ເກີດເຫດ ກຸ່ມວັຍລຸ້ນຕີກັນ ຢູ່ຕລາດດາວເຮືອງ ເບື້ອງຕົ້ນ ມີຜູ້ໄດ້ຮັບບາດເຈັບ 2 ຄົນ ແຕ່ຍັງບໍ່ຮູ້ ສາເຫດຄັກ ແນ່ວ່າ ເປັນຍ້ອນຫຍັງ ກັນແທ້, ຊຶ່ງຍັງຢູ່ໃນ ຂັນຕອນ ການສອບສວນ.
2021-11-12
ບັນຫານໍ້າມັນຂາດປໍ້າ, ນໍ້າມັນຂື້ນຣາຄາ ແລະ ອີກຫຼາຍບັນຫາ ທີ່ເກີດຂື້ນກັບການ ສນອງນໍ້າມັນຊົມໃຊ້ໃຫ້ກັບປະຊາຊົນ ແລະ ນໍ້າມັນກໍແພງ ອັນດັບຕົ້ນຂອງອາຊ້ຽນ ເຮັດໃຫ້ທັງປະຊາຊົນ ແລະ ພາກທຸຣະກິຈໄດ້ຮັບຜົລກະທົບ ນອກຈາກ ໂຄວິດ-19.
2021-11-11
ຕຽມເປີດປະເທດ ໃນຕົ້ນປີ 2022 ເພື່ອກະຕຸ້ນເສຖກິຈ ເຖິງແມ່ນວ່າ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ ໃນແຕ່ລະມື້ກໍຕາມ, ແຕ່ນັກທ່ອງທ່ຽວ ທີ່ຈະເຂົ້າມາປະເທດລາວ ຕ້ອງໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ຄົບໂດສເສັຽກ່ອນ.
2021-11-11
ແນວລາວສ້າງຊາດ ສເນີໃຫ້ຣັຖບານລາວ ກວດກາກຸ່ມຄົນ ຕ່າງປະເທດ ທີ່ຊື້-ຂາຍ ຫຼືເຊົ່າທີ່ດິນໃນ ສປປ ລາວ ເພາະມີການຈ້າງຄົນລາວ ຊື້ໃຫ້ຄົນຕ່າງຊາດ ເຮັດໃຫ້ເກີດບັນຫາ ຄົນລາວບໍ່ມີດິນ ທຳການຜລິດ ແລະອາສັຍ.
2021-11-11
ຄະນະກັມມະການ ອະພັຍໂທດຣະດັບຊາດ ສເນີໃຫ້ພິຈາຣະນາ ອະພັຍໂທດນັກໂທດ 1,992 ຄົນ ໃນປີນີ້ ໃນຂະນະທີ່ ຊາວບ້ານ ຢາກໃຫ້ມີການເລືອກເຟັ້ນ ນັກໂທດ ຜູ້ທີ່ຈະໄດ້ຮັບອະພັຍໂທດ ເນື່ອງໃນ ໂອກາດ ການສລອງວັນຊາດ ທີ 2 ທັນວາ.
2021-11-10
ຄົນງານລາວ ທີ່ເຄີຍເຮັດວຽກສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງງວຽງ ເສັຍຊີວິດຢ່າງອະນາຖາ ຍ້ອນນາຍຈ້າງປ່ອຍປະ ເຮັດໃຫ້ຜູ້ເສັຽຊີວິດ ບໍ່ເງີນຄ່າປິ່ນປົວ ຍາມເຈັບປ່ວຍ ແລະຄ່າອາຫານ.
2021-11-10
ນັບແຕ່ທາງການລາວ ປະກາດ ລ໊ອກດາວ ປະເທດ ເພື່ອຄວບຄຸມ ເຊື້ອໂຄວິດ-19, ນອກຈາກບໍ່ສາມາດຄວບຄຸມໄດ້ແລ້ວ ຍັງມີບັນຫາອື່ນໆ ຕາມມາເຊັ່ນ ປະຊາຊົນບໍ່ສາມາດ ດຳຣົງຊີວິດໄດ້ ຕາມປົກຕິ, ລາຄາສິນຄ້າ ແພງຂຶ້ນທຸກໆ ມື້.
2021-11-10
ປະຊາຊົນ ຂາດຄວາມເຊື່ອໝັ້ນ ຕໍ່ລະບົບຕຸລາການ ຊຶ່ງມີອົງປະກອບຫຼາຍຢ່າງ ເຊັ່ນການໃຊ້ອຳນາດນອກເໜືອນ ກົດໝາຍກຳໜົດ ເພື່ອເອື້ອອຳນວຍ ໃຫ້ກັບພວກພ້ອງ ແລະ ຂາດຄວາມຢຸຕິທັມ ແລະ ບໍ່ເປັນອິສຣະ ຈາກອຳນາດຣັຖ.
2021-11-10
ປະຊາຊົນຮູ້ສຶກດີໃຈ ທີ່ບັນຫາຂໍ້ຂັດແຍ້ງທີ່ດິນ ເຂດບ້ານຊຽງດາ ຖືກນ້ຳເຂົ້າໃນວາລະການປະຊຸມ ສະພາແຫ່ງຊາດ ແຕ່ເຖິງແນວໃດກໍຕາມ ນີ້ເປັນພຽງການ ສເສີຕໍ່ສະພາ ເທົ່ານັ້ນ ສ່ວນບັນຫາ ທີ່ຍັງຄ້າງຄາໂຕຈິງ ແມ່ນຍັງບໍ່ທັນໄດ້ຮັບ ການແກ້ໄຂ.
2021-11-10
ຣັຖບານລາວ ຍັງບໍ່ເຊັນ ອະນຸສັນຍາ ວ່າດ້ວຍການຢຸດ ຕັດໄມ້ ໃນກອງປະຊຸມ COP26 ທີ່ນະຄອນ “ກລາສໂກວ໌” ຂະນະທີ່ ນັກວິຊາການ ເຫັນວ່າ ເປັນສິ່ງທີ່ບໍ່ເໜືອ ຄວາມຄາດໝາຍ ແລະ ຍັງຈຳເປັນ ທີ່ຈະຕ້ອງມີການຕັດໄມ້ ຕໍ່ໄປໃນລາວ.
2021-11-09
ພາກປະຊາສັງຄົມໄທຍ ອອກຖແລງການ ຄັດຄ້ານການສ້າງເຂື່ອນ ໃນແມ່ນ້ຳຂອງ ແລະຮຽກຮ້ອງໃຫ້ ຢຸດການຮັບຊື້ໄຟຟ້າ ຈາກປະເທດລາວເພີ່ມເຕີມ ຫຼັງຈາກຄະນະກັມການນະໂຍບາຍ ພລັງແຫ່ງຊາດ (ປະເທດໄທຍ) ຈະຮັບຊື້ໄຟຟ້າຈາກລາວເພີ່ມເຕີມ.
2021-11-09
ຜູ້ທີ່ປະສົບບັນຫາ ໜັກທີ່ສຸດ ໃນໄລຍະການຣະບາດ ຂອງໂຄວິດ-19 ແມ່ນກຸ່ມແມ່ລູກອ່ອນ ທີ່ມີຄວາມສ່ຽງ ທີ່ຈະຕິດໂຄວິດ-19 ແລະ ນຳເຊື້ອໄປຕິດຕໍ່ກັບ ລູກນ້ອຍ ອີກຢ່າງນຶ່ງ ການຫາວຽກເຮັດ ງານທຳ ກໍຍິງເປັນເລື່ອງຫຍຸ້ງຍາກ.
2021-11-09
ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ສເນີຕໍ່ກອງປະຊຸມສະພາແຫ່ງຊາດ ໃຫ້ຄົ້ນຄວ້າໂຄງການພັທນາ ເຂດເສຖກິດຕາມ 2 ຟາກທາງຣົດໄຟ ລາວ-ຈີນ ເພື່ອສ້າງລາຍຮັບເຂົ້າປະເທດ.
2021-11-09
ສະມາຊິກສະພາແຫ່ງຊາດ ສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນຄະດີຜູ້ສໍ້ລາດບັງຫຼວງ ຊຶ່ງສ່ວນໃຫຍ່ເປັນການສົມຮູ້ຮ່ວມຄິດກັນ ລະຫວ່າງເຈົ້າໜ້າທີ່ຣັຖ ແລະນັກທຸຣະກິດ ຢ່າງຈິງຈັງ ເພາະມັນເປັນອຸປະສັກຕໍ່ການພັທນາປະເທດ.
2021-11-08
ຄົນລາວ ຕ້ອງການໃຫ້ ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນຄະດີກັບ ຜູ້ປະກາດຮັບສມັກ ເອົາແມ່ຍິງລາວ ຫຼືເດັກນ້ອຍແມ່ຍິງ ອາຍຸຕໍ່າກວ່າ 18 ປີ ທາງອອນລາຍນ໌ ໄປຂາຍປະເວນີ ຢູ່ກາຊິໂນ ຄິງໂຣມັນ (Kings Romans Casino) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.