ເຣື້ອງທີ່ເກັບບັນທຶກໄວ້
2023-07-03
ການຂຸດຄົ້ນ ແລະສຳຣວດ ແຮ່ທາດ ໄປພ້ອມກັນນັ້ນ, ຫຼາຍບໍຣິສັດ ບໍ່ປະຕິບັດຕາມກົດໝາຍ ວ່າດ້ວຍການຂຸດຄົ້ນແຮ່ທາດ ເປັນຕົ້ນ ບໍ່ມີບົດສຶກສາຄວາມເປັນໄປໄດ້ ໃນທາງເສຖກິຈ, ເທັກນິກ ແລະບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທັມມະຊາຕ.
2023-07-03
ສປປ ລາວ ນໍາເຂົ້າ ນໍ້າມັນແອັດຊັງ ຈາກ ສປ ຈີນ ແທນນໍ້າມັນສ່ວນໃຫຍ່ ທີ່ນຳເຂົ້າຈາກປະເທດໄທຍ, ແຕ່ຍັງບໍ່ມີຂໍ້ມູນລະບຸເທື່ອວ່າ ນໍ້າມັນທີ່ນໍາເຂົ້າມານັ້ນ ມີປະຣິມານເທົ່າໃດ ແລະ ຈະຂາຍໃນລາຄາລິດລະເທົ່າໃດ ເຊິ່ງປະຊົນຕັ້ງຄວາມວ່າ ຈະເຫັນຄາລານ້ຳມັນ ຫຼຸດລົງ ເຖິິງຈະບໍ່ຫຼາຍກໍຕາມ.
2023-07-03
ຄະດີສວນພູຄຳ ຍັງບໍ່ມີ ຄວາມຄືບໜ້າ ຈາກພາກສ່ວນ ທີ່ກ່ຽວຂ້ອງ. ປັດຈຸບັນ ທ່ານ ພູຄຳ, ເຈົ້າຂອງ ກິຈການ ຕ້ອງໄດ້ລົບໜີ ອອກນອກປະເທດ ເພາະຖືກ ທາງການແຂວງຊຽງຂວາງ ຕັ້ງຂໍ້ກ່າວຫາ ຮຸນແຮງ ເພື່ອຄວາມປອດພັຍ ຕ້ອງໄດ້ ຂໍລີ້ພັຍ.
2023-07-02
ເສັ້ນທາງ ສິລປະ ການແຕ້ມຮູບ ຂອງລາວເຊໂດນ ແລະ ເສັ້ນທາງ ຊີວິຕ ຂອງທ່ານ ຈາກ ປະເທດລາວ ຜ່ານປະເທດໄທຍ ມາເຖິງ ດິນແດນ ສີວິໄລ ຄືປະເທດ ການາດາ.
2023-07-02
ເຜົ່າໄທດໍາ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
2023-07-02
ຄົນລາວບໍ່ໜ້ອຍ ຍັງຕົກ ເປັນເຫຍື່ອ ການລົງທຶນ ຜ່ານທາງ ອອນລາຍນ໌, ນັກຮຽນທີ່ຈົບ ຊັ້ນມັທຍົມປາຍ ນິຍົມໄປຮຽນຕໍ່ ຈີນ, ຣັຖບານລາວ ສັ່ງໂຈະ ວິສາຫະກິຈຂອງຄົນຕ່າງປະເທດເກືອບ 100 ແຫ່ງ.
2023-07-01
ລາຍເມືອງລາວ ປະຈຳສັບປະດາ ມື້ນີ້ ມີການສໍາພາດ ນັກທຸລະກິດ ຂາຍເຄື່ອງອອນລາຍ ອາຍຸນ້ອຍ ທີ່ໄດ້ຮັບຜົນສໍາເລັດ ພໍສົມຄວນ ເຊິ່ງຊື່ເພຈ ເຟສບຸກ ວ່າ “ນ່ານາ ເປ໋ະເວີ້” ແລະວິທຍຸ ເອເຊັຽ ເສຣີ ໄດ້ຮັບກຽດ ໄດ້ສຳພາດ ເພື່ອນຳມາເປັນແຮງຈູງໃຈ ໃຫ້ຜູ້ທີ່ຕ້ອງການຍົກລະດັບ ຕົນເອງຂຶ້ນ.