ເຣື້ອງທີ່ເກັບບັນທຶກໄວ້
2023-06-02
ເຈົ້າໜ້າທີ່ ຊັພຍາກອນທັມມະຊາຕ ແຂວງຫົວພັນ ຍັງບໍ່ສາມາດສລຸບສາເຫດ ກໍຣະນີ ປາຕາຍ ຢູ່ໃນຫຼາຍພື້ນທີ່ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ ຍັງຢູ່ລະຫວ່າງ ການຕິດຕາມ-ກວດກາ ຄຸນນະພາບນໍ້າ ໃນຈຸດທີ່ພົບປາຕາຍ ແລະ ການກວດວິເຄາະ ຫາສານປົນເປື້ອນໃນປາ.
2023-06-02
ປີກາຍ ການລົງທຶນ ຂອງຕ່າງປະເທດ ຢູ່ເຂດເສຖກິຈ ພິເສດໃນລາວ ທີ່ມີ 22 ເຂດ ຢູ່ 8 ແຂວງ ຫຼຸດລົງ 69% ຄື ຫຼຸດລົງຈາກ 210.1 ລ້ານໂດລ້າຣ໌ ໃນປີ 2021 ມາເປັນ 65.7 ລ້ານໂດລ້າຣ໌ ໃນປີ 2022 ຍ້ອນບັນຫາເງິນເຟີ້, ເງິນກີບອ່ອນຄ່າ ແລະໂຄວິດ-19 ຣະບາດ.
2023-06-01
ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານໜອງຫີນ ແລະ ບ້ານໄຊດອນໂຂງ ເມືອງສນາມໄຊ ແຂວງອັດຕະປື ເກີດຂຶ້ນ ຍ້ອນວ່າ ເຈົ້າໜ້າທີ່ທ້ອງຖິ່ນ ຂາຍດິນໃຫ້ນັກລົງທຶນຈີນ.
2023-06-01
ແຫຼ່ງທ່ອງທ່ຽວ “ຂຸນກອງແລງ” ຂອງບໍຣິສັດ ອິນທຣາໂຄໂປເຣຊັນ ຈໍາກັດ ຜູ້ດຽວຢູ່ເຂດບ້ານນາຄີ ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ຮັບການປັບປຸງຊັກຊ້າ ແລະບໍ່ຮູ້ວ່າຈະເປີດໃຫ້ບໍຣິການ ໄດ້ເມື່ອໃດ ຂະນະທີ່ປະຊາຊົນ ຮຽກຮ້ອງໃຫ້ມີການເລັ່ງ ພັທນາພື້ນທີ່ ເພາະຈະເປັນສ່ວນນຶ່ງ ຂອງລາຍໄດ້ ໃຫ້ກັບຊາວບ້ານ ນຳ.
2023-06-01
ອົງການສາກົລ ILO ແລະ ປະເທດຍີ່ປຸ່ນ ຊ່ອຍເຫຼືອຣັຖບານລາວ ໃນການຈັດຕັ້ງປະຕິບັດ ໂຄງການສ້າງໂອກາດ ພັທນາສີມືແຮງງານ ໃຫ້ຄົນງານລາວທີ່ກັບຄືນປະເທດ ແລະຍັງວ່າງງານໃຫ້ມີວຽກເຮັດງານທໍາ, ແຕ່ເນື່ອງຈາກ ການເຮັດວຽກຢູ່ລາວ ໄດ້ເງິນເດືອນຕ່ຳ ຫຼາຍຄົນຈຶ່ງບໍ່ຢາກເຮັດວຽກ ຢູ່ໃນປະເທດ.
2023-06-01
ເພື່ອເຮັດວຽກ ຊ່ອຍເຫຼືອຄອບຄົວ ນັກຮຽນ ມ.4 ແລະ ມ.7 ໃນທົ່ວປະເທດ ທີ່ຢູ່ເຂດຊົນນະບົດ ຈະອອກໂຮງຮຽນ ກ່ອນຈົບຊັ້ນ ເນື່ອງຈາກ ນັກຮຽນສ່ວນຫຼາຍ ມາຈາກຄອບຄົວທຸກຍາກ ແລະ ຄ່າໃຊ້ຈ່າຍໃນການຮຽນຕໍ່ ກໍເປັນບັນຫາໃຫຍ່ ສຳລັບຫຼາຍໆຄອບຄົວ.
2023-06-01
ປັດຈຸບັນ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງດໍາເນີນການ ສົ່ງຂໍ້ມູນ ຈໍານວນເດັກນ້ອຍລາວ ທີ່ຕິດຄ້າງ ແລະ ບ່ອນທີ່ເຂົາເຈົ້າຖືກກັກຂັງນັ້ນ ໃຫ້ກັບທາງການປະເທດພະມ້າ ຂະນະທີ່ ພໍ່ແມ່ ຜູ້ປົກຄອງ ຂອງເດັກນ້ອຍເຫຼົ່ານັ້ນ ດີໃຈຫຼາຍ ເມື່ອໄດ້ຍິນຄວາມຄືບໜ້າ ການຊ່ວຍເຫຼືອ ລູກຫຼານຂອງຕົນ.