ເຣື້ອງທີ່ເກັບບັນທຶກໄວ້
2022-02-02
ເກືອບ 5 ປີ ຄະດີສໍ້ໂກງ ຂອງບໍຣິສັດ ເອ່ຊ້ຽນເຟສ ທີ່ມີຜູ້ເສັຽຫາຍ ຫຼາຍຮ້ອຍຄົນ ກໍຍັງແກ້ໄຂບໍ່ແລ້ວ ຊຶ່ງຄວາມເສັຽຫາຍ ຈາກເຫດການນີ້ ຮວມເປັນມູລຄ່າ 14 ລ້ານປາຍ ໂດລາຣ໌ຣ໌ສະຫະຣັຖ ແຕ່ມາເຖິງປັດຈຸບັນ, ກໍຍັງບໍ່ທັນມີໃຜ ໄດ້ເງິນຄືນ ແລະ ຍັງລໍຖ້າ ທາງການ ແກ້ໄຂໃຫ້ຢູ່.
2022-02-01
ດັດຊະນີ ຄວາມອຶດຫິວ ໃນປະເທດລາວ ຖືກຈັດຢູ່ໃນອັນດັບ 78 ຂອງໂລກ ຈາກ 116 ປະເທດ ຕາມການຣາຍງານ ຂອງອົງການສາກົລ ຊຶ່ງໂຕເລຂດັ່ງກ່າວນີ້ ສະທ້ອນໃຫ້ເຫັນວ່າ ຍັງມີເດັກນ້ອຍ ຈຳນວນຫຼາຍ ໃນເຂດຫ່າງໄກສອກຫຼີກ ບໍ່ໄດ້ກິນອາຫານ ທີ່ມີສານອາຫານຄົບ 5 ໝູ່ ແລະ ພວກເຂົາ ກໍປະສົບກັບພາວະຈ່ອຍ ຫຼືນ້ຳໜັກບໍ່ໄດ້ ມາຕຖານ.
2022-02-01
ຊາວບ້ານ ທີ່ຢູ່ໃກ້ສນາມ ຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ ທາງການເລັ່ງມອດໄຟໄໝ້ຂີ້ເຫຍື້ອ ຍ້ອນຄວັນໄຟ ປິວໄປທົ່ວ, ກະທົບຕໍ່ສຸຂພາບ, ກິ່ນຂິວ, ແສບຕາ ຢູ່ຍາກ.
2022-02-01
ທ້າວ ຄູຄຳ ແກ້ວມະນີວົງ ອະດີດນັກເຄື່ອນໄຫວ ຊາວລາວ ດ້ານສິດທິມະນຸດ ແລະ ປະຊາທິປະໄຕ ທີ່ຖືກຈັບ ຢູ່ໄທຍ ຖືກປ່ອຍແລ້ວ ໃນຂະນະທີ່ ນັກສິດທິມະນຸດ ກ່າວວ່າ ລາວ ມີສິດຢູ່ປະເທດໄທຍ ຈົນກວ່າ ຈະໄດ້ໄປປະເທດທີ 3.
2022-02-01
ປະຊາຊົນ 4 ບ້ານ ຢູ່ເມືອງຫລວງນໍ້າທາ, ແຂວງຫລວງນໍ້າທາ ທີ່ຖືກຜົລກະທົບ ຈາກໂຄງການທາງຣົຖໄຟ ຈະໄດ້ໂຍກຍ້າຍໄປ ຢູ່ບ້ານຈັດສັນ 159 ຫລັງ ໃນເຂດບ້ານນາເຕີຍ ໃນທ້າຍເດືອນມິນາ ປີນີ້.
2022-02-01
ທ້າວ ຄູຄຳ ແກ້ວມະນີວົງ, ອະດີດ ນັກເຄື່ອນໄຫວລາວ ທີ່ເຄື່ອນໄຫວ ໃນປະເທດໄທຍ ເພື່ອຮຽກຮ້ອງໃຫ້ມີ ປະຊາທິປະໄຕ ແລະ ການເຄົາລົບ ສິດທິມະນຸດ ໃນປະເທດລາວ ຖືກປະກັນໂຕ ອອກໄປແລ້ວ ໃນວັນທີ 1 ກຸມພາ 2022, ແຕ່ຕ້ອງ ດຳຣົງຊີວິດ ຕາມເງື່ອນໄຂ ຂອງເຈົ້າໜ້າທີ່ ຕຳຣວຈ.