ອົງການເງິນຂອງໂລກ ເລີ້ມພົວພັນພະມ້າ

ກຸ່ມສະຖາບັນ ການເງິນຂອງໂລກ ເລີ້ມຕິດຕໍ່ ພົວພັນກັບ ພະມ້າອີກ ເພື່ອສນັບສນູນ ການປະຕິຮູບ

ທະນາຄານໂລກ ໄດ້ເປີດຫ້ອງການ ໃນປະເທດພະມ້າ ໃນວັນພຸດນີ້ ແລະພ້ອມທີ່ ຈະໃຫ້ທຶນ ຊ່ວຍເຫລືອ ເປັນຈໍານວນເງິນ 85 ລ້ານໂດລາ ສະຫະຣັຖ ເພື່ອຊ່ວຍຊຸກຍູ້ ໃນການ ປະຕິຮູບ ຂອງພະມ້າ.

ທະນາຄານໂລກ ແລະ ກຸ່ມສະຖາບັນ ການເງິນຂອງໂລກ ໄດ້ເລີ້ມກັບຄືນມາ ພົວພັນເຮັດ ທຸຣະກິຈ ກັບ ພະມ້າອີກ ຫລັງຈາກທີ່ໄດ້ ຫາຍໜ້າໄປ ເປັນເວລາ ຫລາຍສິບປີ.

ນາງ Pamela Cox ຮອງປະທານ ທະນາຄານໂລກ ເຂດເອເຊັຽ ຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວໃນພິທີເປີດ ຫ້ອງການໃໝ່ ຂອງທະນາຄານວ່າ ຄນະຜູ້ ບໍລິຫານ ທະນາຄານໂລກ ຍິນດີມອບເງິນ ຊ່ວຍເຫລືອ 85 ລ້ານໂດລາ ສະຫະຣັຖ ເພື່ອຈະສ້າງ ຜົນປໂຍດໃຫ້ ການພັທນາຊຸມຊົນ ຊຶ່ງຊຸມຊົນ ຈະເປັນຜູ້ຕັດສິນວ່າ ຈະນໍາເອົາເງິນ ຈໍານວນນີ້ໄປສ້າງ ໂຮງຮຽນ ຖນົນຫົນທາງ ໂຄງການນໍ້າ ສອາດແລະອື່ນໆ ທີ່ພວກຂະເຂົ້າ ເຫັນວ່າ ມີຄວາມສໍາຄັນ ຕໍ່ຊີວິດ ການເປັນຢູ່ ຂອງພວກຂະເຈົ້າ.

ພ້ອມດຽວກັນນັ້ນ ທາງຄນະ ຜູ້ບໍຣິຫານ ທະນາຄານໂລກ ກໍໄດ້ກ່າວຜ່ານ ສື່ມວນຊົນວ່າ ພະມ້າຈະສາມາດ ເຂົ້າເຖິງ ແຫລ່ງເງິນກູ້ຢືມ ບໍ່ມີດອກເບັ້ຍໄດ້ ຈາກ ສະມາຄົມ ພັທນາສາກົນ IDA ກອງທຶນ ທະນາຄານໂລກ ເພື່ອປະເທດ ທຸກຍາກ ຫລັງຈາກທີ່ ພະມ້າໄດ້ໃຊ້ໜີ້ 397 ລ້ານໂດລາ ສະຫະຣັຖ ໃຫ້ ທະນາຄານໂລກ ແລ້ວນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org