ຄົນວຽດນາມລົງຂ່າວຕ້ານ ຣັຖບານຖືກຈໍາຄຸກ
2012.08.10
ການລົງໂທດ ໃນຄັ້ງນີ້ ເປັນຄັ້ງຫລ້າສຸດ ຂອງ ອໍານາດ ຜະເດັດການ ຕໍ່ບັນດາ ນັກເຄື່ອນໄຫວ ທີ່ຕໍ່ຕ້ານ ຣັຖບານ ວຽດນາມ. ເຈົ້າໜ້າທີ່ສານ ແຂວງ Dak Nong ກ່າວຕໍ່ ອົງການຂ່າວ AFP ໂດຍບໍ່ ບອກຊື່ວ່າ ໃນຣະຫວ່າງ ດໍາເນີນຄະດີ ທີ່ແຂວງ Dak Nong ພາກກາງ ວຽດນາມ ເປັນເວລານຶ່ງວັນ ສານເຫັນວ່າ ທ່ານ Dinh Dang Dinh ອາຍຸ 49 ປີ ອາດີດ ເປັນນາຍຄຣູ, ມີຄວາມຜິດ ໃນຖານ ເຜີຍແພ່ ໂຄສະນາ ຕ້ານຣັຖບານ ວຽດນາມ.
ທ່ານ Dinh Dang Dinh ຜູ້ທີ່ເຄີຍເປັນທັງ ນາຍທະຫານ ໄດ້ຖືກກ່າວຫາ ວ່າໄດ້ຂຽນ ແລະ ເຜີຍແພ່ ເອກກະສານ ຕ່າງໆ ອອກທາງ Internet ຕໍ່ຕ້ານຣັຖ ແຕ່ທ້າຍປີ 2007 ຈົນເຖິງເວລາ ທີ່ທ່ານ ຖືກຈັບ ໃນເດືອນ ຕຸລາ ປີ 2011 ຜ່ານມາ.
ຂ່າວຂອງ ສື່ມວນຊົນ ວຽດນາມແຈ້ງວ່າ ທ່ານໄດ້ສະແດງ ຄວາມເຫັນ ທີ່ກົງກັນຂ້າມ ກັບການນໍາ ຂອງພັກ ຄອມິວນິສ ວຽດນາມ ແລະ ໄດ້ຮຽກຮ້ອງ ເພື່ອ ປະຊາທິປະໄຕ ແລະ ໃຫ້ມີຫລາຍ ພັກ ການເມືອງ ຢູ່ວຽດນາມ ແລະມີທັງ ການປະທ້ວງ ຄັດຄ້ານໂຄງການ bauxite ທີ່ເປັນພິດໄພ ຢູ່ພູພຽງ ພາກກາງ ວຽດນາມ.
ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ຕິຕາມ ການປະຕິບັດ ສິດທິມະນຸດ Human Rights Watch ທີ່ມີສູນກາງ ຢູ່ນະຄອນ New York ສະຫະຣັດ ອະເມຣິກາ ປະຈໍາເຂດ ເອເຊັຍ ກ່າວໃນແຖລງການ ຕໍານິການ ດໍາເນີນ ຄະດີ ທ່ານ Dinh Dang Dinh ວ່າພຽງແຕ່ໃນປີ 2012 ນີ້ເທົ່ານັ້ນ ທາງການວຽດນາມ ໄດ້ຕັດສິນ ລົງໂທດ ນັກເຄື່ອນໄຫວ ແບບສັນຕິ ຢ່າງໜ້ອຍ 10 ຄົນ ແລະ ຈໍາຄຸກ ພວກເຂົາເຈົ້າ ເປັນເວລາ ດົນນານ ຮວມທັງ ພວກຂຽນຂ່າວລົງ Internet ແລະ ນັກເຄື່ອນໄຫວ ຄົນອື່ນໆອີກ ຢ່າງໜ້ອຍ 7 ຄົນ ທີ່ກໍາລັງຖືກ ກ່າວຫາ ແລະ ລໍຖ້າການດໍາເນີນ ຄະດີ ຢູ່.