ສະຫະຣັດ ເກົາຫລີໃຕ້ ຊ້ອມຣົບ

ສະຫະຣັດ ອະເມຣິກາ ແລະ ເກົາຫລີໃຕ້ ເລີ້ມຊ້ອມຣົບ ໃນຂນະທີ່ ຊາວເກາະ ຊອກ ສະຖານທີ່ ກັນບັງ.
ຈໍາປາທອງ
2010.11.29
F-marine ພຶສຈິກາ 27, 2010 ທິ່ເກົາຫລີໃຕ້,SEONGNAM: ມີພິທີ ສົ່ງສະການ ທະຫານມາຣີ້ນ ທີ່ເສັຽຊີວິດ ໃນຕອນທີ່ ເກົາຫລີເໜືອ ຍິງປືນໃຫຍ່ ຖະລົ່ມເກາະ Yeonpyeong.
REPUBLIC OF KOREA OUT AFP PHOTO / KOREA POOL

ກົດຟັງສຽງ

ສະຫະຣັດ ອະເມຣິກາ ແລະ ເກົາຫລີໃຕ້ ເລີ້ມຊ້ອມຣົບ ທາງທະເລ ຮ່ວມກັນ ຢູ່ເຂດທະເລ ເຫລືອງ ຕາມກຳນົດ ຄືວັນ ອາທິດ ທີ 28 ພຶສຈິກາ 2010 ໃນຂະນະທີ່ ປະຊາຊົນ ຢູ່ຕາມເກາະນັ້ນ ຫວາດຫວັ່ນ ຊອກຫາທີ່ ກັນບັງ ຍ້ອນຢ້ານວ່າ ເກົາຫລີເໜືອ ຈະຍິງຖລົ່ມ ມາໃສ່ອີກຄັ້ງໃໝ່. ຕາມລາຍງານ ຂອງອົງການ ຂ່າວ AFP ໃນວັນ ອາທິດ. ກະຊວງປ້ອງກັນ ປະເທດ ເກົາຫລີໃຕ້ ຮຽກຮ້ອງໃຫ້ ພວກນັກຂ່າວ ຫລາຍຮ້ອຍຄົນ ອອກຈາກເກາະ ຍ້ອນປີຍອງ ນັ້ນ ແລະວ່າ ເກົາຫລີເໜືອ ອາດໃຊ້ ເກມ ສົງຄາມ ເປັນຂໍ້ອ້າງ ເພື່ອຍິງຖລົ່ມ ເກາະນັ້ນ ອີກຄັ້ງໃໝ່.

ການຊ້ອມຣົບ ທາງທະເລ ຮ່ວມກັນ ຣະຫວ່າງ ກອງທັບເຮືອ ຂອງ ສະຫະຣັດ ແລະ ເກົາຫລີໃຕ້ ຈະດຳເນີນໄປ ເປັນເວລາ 4 ວັນ ນຳໂດຍ ເຮືອບັນທຸກ ເຄື່ອງບິນ ຂອງ ກອງທັບເຮືອ ສະຫະຣັດ ທີ່ມີອາວຸດ ສົງຄາມທັນສມັຍ ຮວມທັງເຮືອບິນ ຂັບໄລ່ ເອຟ/ເອ -18, ເຮລິຄອປເຕີ “ ຊີຮ໋ອກ “ ລວມ 75 ລຳ ພ້ອມດ້ວຍ ລູກເຮືອ 5,500 ຄົນ ແລະ ເຮືອຣົບອີກ ຢ່າງໜ້ອຍ 4 ລຳ ແລະ ກອງທັບເຮືອ ເກົາຫລີໃຕ້ ກໍສົ່ງເຮືອຣົບ ຫລາຍລຳ ແລະເຄື່ອງບິນ ຕໍ່ຕ້ານ ເຮືອດຳນໍ້າ 1 ລຳ ເຂົ້າຮ່ວມ ຖ້າມກາງ ການຄັດຄ້ານ ຢ່າງໜັກຂອງ ທາງການຈີນ. ການຊ້ອມຣົບ ຄັ້ງນີ້ ເປັນການສະແດງ ແສນຍານຸພາບ ຂອງກອງກຳລັງ ສະຫະຣັດ ແລະ ເກົາຫລີໃຕ້ ໃຫ້ເກົາຫລີເໜືອ ຮູ້.

ການຊ້ອມຣົບ ມີຂຶ້ນ ພາຍຫລັງທີ່ ເກົາຫູີເໜືອ ຍິງຖລົ່ມ ເກາະຍອນປີຍອງ ໃນວັນທີ 23 ພຶສຈິກາ ອັນເຮັດໃຫ້ ມີຜູ້ເສັຍຊີວິດ 4 ຄົນ. ກ່ຽວກັບ ເຫດການນັ້ນ ທ່ານ Lee Myung-Bak ປະທານາທິບໍດີ ເກົາຫລີໃຕ້ ເວົ້າວ່າ ຈີນຕ້ອງເປັນຜູ້ ຍຸຕິທັມ ໃນການພົວພັນ ກັບ 2 ເກົາຫລີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.