ກົດຟັງສຽງ
ເຖີງແມ່ນວ່າ ຍັງບໍ່ທັນ ມີກາຣ ປະກາສ ຢ່າງເປັນ ທາງກາຣ ເທື່ອກໍຕາມ ແຕ່ກໍເປັນ ດັ່ງທີ່ຄາດວ່າ ພັກຝ່າຍຄ້ານ ທີ່ນຳໂດຽ Mme Aung San Suu-kyi ເປັນຝ່າຍ ຊນະຢ່າງ ຖ້ວມລົ້ນ ບໍ່ຕໍ່າ ກວ່າ 40 ທີ່ນັ່ງ ຂອງຈຳນວນ ທີ່ນັ່ງ ໃນສະພາ ຕື່ມອີກ ໃນກາຣເລືອກ ຕັ້ງຄັ້ງນີ້ 44 ທີ່ນັ່ງນັ້ນ. ຍານາງ Victoria Nuland ໂຄສົກ ຂອງ ກະຊວງ ກາຣຕ່າງປະເທສ ສະຫະຣັຖ ໄດ້ກ່າວ ໃນຕອນໜຶ່ງວ່າ:
We're in the process of evaluating the results… ຍານາງວ່າ: "ທາງກາຣ ສະຫະຣັຖ ກໍກຳລັງ ຕິດຕາມ ແລະ ປະເມີນເບີ່ງ ສະຖານະກາຣ ກ່ຽວກັບ ຜົລຂອງກາຣ ເລືອກຕັ້ງ ແລະກໍເປັນ ທີ່ຮູ້ກັນດີ ແລ້ວວ່າ ທາງກະຊວງ ກາຣຕ່າງ ປະເທສ ກໍໄດ້ແສດງ ຄວາມຍິນດີ ນໍາປະຊາຊົນ ຊາວພະມ້າ ຊຶ່ງກໍເປັນ ກາຣແສດງ ຄວາມດີໃຈ ນຳຜູ້ເປັນ ຫົວໜ້າ ຊຶ່ງກໍແມ່ນ ຍານາງ ອອງຊານຊູຈີ ນັ້ນເອງ.
ໃນຂນະດຽວກັນ ນັ້ນ Mme Catherine Ashton ຣັຖມົນຕຣີ ກິຈກັມ ກາຣຕ່າງ ປະເທສ ຂອງ ສະຫະພາບ ຢູໂຣປ ກໍໄດ້ແສດງ ຄວາມດີໃຈ ນຳຣັຖບາລ ແລະ ປະຊາຊົນ ຊາວພະມ້າ ທີ່ ເຮັດໃຫ້ ກາຣເລືອກຕັ້ງ ທົດແທນ ຄັ້ງ ປະວັຕກາຣ ທີ່ຜ່ານມາ ລຸລ່ວງໄປ ໂດຽດີ ທຸກປະກາຣ ແລະ ຫວັງວ່າ ຄົງຈະໄດ້ ຮ່ວມມືກັນ ຢ່າງໃກ້ຊິດ ໃນຂັ້ນຕໍ່ໆໄປ.
ສ່ວນ ທ່ານສຸຣິນ ພິຕສຸວັນ ເລຂາທິກາຣ ອາຊ໊ຽນ ກໍໄດ້ກ່າວ ທີ່ກອງປະຊຸມ ຄນະຣັຖມົນຕຣີ ກາຣຕ່າງ ປະເທສ ອາຊ໊ຽນ ທີ່ຈັດຂຶ້ນຢູ່ ກັມພູຊາ ໃນມື້ວັນຈັນ ນີ້ວ່າ ກາຣເລືອກຕັ້ງ ທີ່ຖືກດຳເນີນ ໄປຢ່າງ ມີອິສຣະ ແລະ ໂປ່ງໃສ ເປັນທັມ ໃນຄັ້ງນີ້ ເປັນກາຣ ຢືນຢັນ ທີ່ຈະເຮັດໃຫ້ ພະມ້າ ກ້າວເຂົ້າເປັນ ກຸ່ມດຽວກັບ ປະຊາຄົມ ໃນທົ່ວໂລກ ແລະ ໃນຂັ້ນຕໍ່ໄປ ກໍຈະມີກາຣ ພິຈາຣະນາ ຍົກເລີກ ກາຣລົງໂທສ ທາງດ້ານ ເສຖກິຈ ແກ່ ພະມ້າ ຢ່າງແນ່ນອນ!!