ສະຫະຣັຖປະນາມ ການເລືອກຕັ້ງໃນພະມ້າ

ສະພາ ຜູ້ແທນ ຣາສດອນ ສະຫະຣັຖ ປະນາມ ການເລືອກຕັ້ງ ໃນພະມ້າ
ໂພໄຊສວັດ
2010.11.19

ກົດຟັງສຽງ

ສະພາ ຜູ້ແທນ ຣາສດອນ ສະຫະຣັຖ ໄດ້ອອກມາ ປະນາມ ໃນມື້ວັນ ພຣະຫັດ ທີ 18 ພຶສຈິກາ 2010 ນີ້ ກ່ຽວກັບການ ເລືອກຕັ້ງ ທີ່ຜ່ານມາ ຫວ່າງມໍ່ໆນີ້ ໃນພະມ່າ, ແລະວ່າ ຣັຖບານ ພະມ້າ ບໍ່ສາມາດ ເວົ້າໄດ້ວ່າ ເປັນຣັຖບານ ທີ່ຖືກຕ້ອງຕາມ ກົດໝາຍ ໂດຍທີ່ບໍ່ມີ ສັນຍາລັກ ແຫ່ງ ປະຊາທິປະໄຕ ມາດາມ ອອງຊານຊູຈີ ເຂົ້າຮ່ວມ.

ສະມາຊິກ ສະພາ ຜູ້ແທນ ຣາສດອນ ໄດ້ມີມະຕິ ໃນການລົງ ຄະແນນສຽງ ໂດຍການຍົກມື “ປະນາມ ການເລືອກຕັ້ງ ທີ່ມີພັກດຽວ ຝ່າຍດຽວ ແລະ ທີ່ຂາດ ປະຊາທິປະໄຕ ແລະ ເປັນການກະທໍາ ຢ່າງຜິດກົດໝາຍ” ນອກຈາກນີ້ ຍັງໄດ້ກ່າວຫາ ຜູ້ມີອຳນາດ ປົກຄອງ ຄືຝ່າຍ ທະຫານ ວ່າໄດ້ຍຶດ ອຳນາດໂດຍໃຊ້ ການເລືອກຕັ້ງ ມີມົນທິນ ແລະ ບໍ່ ຍຸຕິທັມ.

ມະຕິ ຂອງ ສະມາຊິກ ສະພາ ຜູ້ແທນຣາສດອນ ສະຫະຣັຖ ຍັງກ່າວ ຕໍ່ໄປວ່າ “ຣັຖບານພະມ້າ ບໍ່ອາດຈະຖື ໄດ້ວ່າເປັນ ຣັຖບານ ທີ່ມີ ປະຊາທິປະໄຕ ແລະ ຖືກຕ້ອງຕາມ ກົດໝາຍ ໂດຍບໍ່ມີ ມາດາມ ອອງຊານຊູຈີ ຈາກພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ພະມ້າ ແລະ ຊຸມຊົນເຜົ່ານ້ອຍ ເຂົ້າຮ່ວມ”.

ນອກຈາກນີ້ ມະຕິ ຂອງ ສະມາຊິກ ສະພາ ຜູ້ແທນຣາສດອນ ສະຫະຣັຖ ຍັງໄດ້ຮຽກຮ້ອງ ໃຫ້ມີການ “ຮື້ຟື້ນ ປະຊາທິປະໄຕ, ໃຫ້ມີ ເສຣີພາບ ໃນການຊຸມນຸມ, ໃຫ້ມີ ເສຣີພາບ ໃນການຈັດຕັ້ງ ຂະບວນການ, ໃຫ້ມີເສຣີພາບ ໃນການປາກເວົ້າ, ໃຫ້ມີ ເສຣີພາບ ໃນການອອກ ຂໍ້ມູນ ຂ່າວສານ, ແລະ ໃຫ້ຮັບຮູ້ ສິດທິມະນຸດ ສຳລັບ ຊາວພະມ້າ ໝົດທຸກຄົນ ຕາມມາຕຖານ ສາກົນ.

ປະທານາທິບໍດີ ສະຫະຣັຖ ທ່ານ ບາຣັກ ໂອບາມາ ເວົ້າກ່ຽວກັບ ການເລືອກຕັ້ງ ໃນມື້ວັນທີ 7 ພຶສຈິກາ 2010 ໃນພະມ້າ ວ່າ “ການເລືອກຕັ້ງ ໄດ້ຖືກ ລັກຂະໂມຍ ໄປຈາກຊາວ ພະມ້າ”.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.