ອອງຊານຊູຈິ ເຕືອນນັກລົງທຶນ
2012.06.15
ຕາມຣາຍງານ ຂ່າວຣອຍເຕີ້: ຍານາງ ອອງຊານຊູຈິ ຜູ້ນໍາພັກ ຝ່າຍຄ້ານ ພະມ້າ ເຕືອນ ນັກລົງທຶນ ຕ່າງປະເທດ ບໍ່ໃຫ້ ລົງທືນ ຮ່ວມກັບ ບໍຣິສັດ ຣັຖວິສາຫະກິຈ ນໍ້າມັນ ແລະແກັສ ທັມະຊາດ ພະມ້າ ຈົນກວ່າ ພະມ້າ ຈະປັບປຸງ ຄວາມໂປ່ງໃສ ແລະ ມີຄວາມ ຮັບຜິດຊອບ ຍານາງ ຊູຈິ ກ່າວເຣື້ອງນີ້ ຢູ່ທີ່ເວທີ ກອງປະຊຸມ ປະຈໍາປີ ອົງການ ແຮງງານໂລກ ILO ຢູ່ທີ່ ນະຄອນ ເຈນີວາ ປະເທດ ສວິດເຊີແລັນ ໃນວັນ ພຣະຫັດນີ້ ວ່າ:
ຄໍາແນະນໍາ ຂອງຜູ້ຕາງໜ້າ ຄົນງານ ທີ່ສືກສາ ການລົງທືນ ຂອງ ຕ່າງປະເທດ ຢູ່ໃນ ພະມ້າ ເປັນເວລາ ຫລາຍປີນັ້ນວ່າ ຄວາມໂປ່ງໃສ ແລະ ເປັນຜູ້ຮັບ ຜິດຊອບ ໃນຂແນງການ
ພລັງານ ແລະ ການຂຸດຄົ້ນ ຕ້ອງຖືກ ບັງຄັບໃຊ້ ແຕ່ວ່າ ບໍຣິສັດ ຣັຖວິສາຫະກິຈ ນໍ້າມັນ ແລະແກັສ ທັມຊາດ ທີ່ຢູ່ພາຍໃຕ້ ກະຊວງ ພລັງງານ ຊື່ງມີການລົງທືນ ຂອງ ຕ່າງປະເທດ ທີ່ຜ່ານການ ເຂົ້າຫຸ້ນກັບ ຣັຖບານ ຍັງຂາດຄວາມ ໂປ່ງໃສ ແລະຂາດຄວາມ ຮັບຜິດຊອບ ໃນ ປັດຈຸບັນນີ້.
ຍານາງວ່າ ຣັຖບານພະມ້າ ຕ້ອງການໃຊ້ ມາຕການ ທີ່ສາກົນ ຮັບຮູ້ ເຊັ່ນວ່າ ກົດການ ປະຕິບັດ ຄວາມໂປ່ງໃສ ງົບປະມານ ທີ່ດີຂອງ IMF ປະເທດອື່ນໆ ສາມາດຊ່ວຍ ເຣື້ອງນີ້ໄດ້ ໂດຍບໍ່ ອະນຸຍາດ ໃຫ້ບໍຣິສັດ ຂອງຕົນເຂົ້າເປັນ ຄູ່ລົງທືນ ກັບ ຣັຖວິສາຫະກິຈ ນໍ້າມັນ ແລະແກັສ ທັມຊາດ ຂອງພະມ້າ ເວັ້ນເສັຽຈາກວ່າ ພະມ້າ ເຂົ້າຮ່ວມ ປະຕິບັດ ກົດຂອງ IMF.
ຍານາງ ອອງຊານຊູຈິ ກ່າວຕື່ມວ່າ ການເຂົ້າໄປ ລົງທຶນ ຂອງ ຕ່າງປະເທດ ທີ່ສ້າງວຽກເຮັດ ງານທໍາ ໃຫ້ຊາວພະມ້າ ນັ້ນເປັນທີ່ ຍິນດີຫລາຍ.