ອອງຊານຊູຈີຮຽກຮ້ອງ ໃຫ້ຣັຖບານຊື່ສັຕ

ຍ່ານາງ ອອງຊານຊູຈີ ຫົວໜ້າພັກ ຝ່າຍຄ້ານ ພະມ້າ ຮຽກຮ້ອງ ໃຫ້ຣັຖບານ ມີຄວາມຊື່ສັດ ຂາວສະອາດ ແລະ ໂປ່ງໄສ ໃນເວລາໃຫ້ ສັມປະທານ ການຂຸດຄົ້ນ ບໍ່ນ້ຳມັນ ແລະ ແກ໊ສ ທັມມະຊາດ ແກ່ນັກລົງທຶນ ຕ່າງປະເທດ.

0:00 / 0:00

ຍານາງ ອອງຊານຊູຈີ ໃຫ້ຄຳເຫັນ ດັ່ງກ່າວ ຫລັງຈາກ ທາງການ ສະຫະຣັຖ ປະກາດ ຈະຍົກເລີກ ການລົງໂທດ ທາງດ້ານ ເສຖກິດ ຕໍ່ພະມ້າ ແລະ ຫລັງຈາກ ຍົກເລີກແລ້ວ ນັກທຸຣະກິດ ອະເມຣິກັນ ຈະມີສິດ ເຂົ້າໄປລົງທຶນ ຢູ່ ພະມ້າ ຂແນງການ ທີ່ສຳຄັນທີ່ ນັກທຸຣະກິດ ອະເມຣິກັນ ຢາກລົງທຶນ ກໍແມ່ນຂແນງ ການຂຸດຄົ້ນ ບໍ່ນ້ຳມັນ ແລະ ແກ໊ສ ທັມມະຊາດ.

ກ່ອນນີ້ບໍ່ດົນ ທ່ານ ທ່ຽນຊ່ຽນ ປະທານາທິບໍດີ ພະມ້າ ກ່າວວ່າ ພະມ້າ ຈະໃຫ້ ສັມປະທານ ແກ່ນັກລົງທຶນ ຕ່າງ ປະເທດ ຢ່າງໂປ່ງໄສ ທີ່ສຸດ. ແຕ່ອົງການ ສິດທິມະນຸດ ຕູ່ຫາ ຣັຖບານ ພະມ້າ ວ່າຍັງມີການ ສໍ້ຣາສ ບັງຫລວງ ແລະການຫລິ້ນພັກ ຫລິ້ນພວກຫລາຍ ໃນການໃຫ້ ສັມປະທານ ການຂຸດຄົ້ນ ບໍ່ນ້ຳມັນ ແລະ ແກ໊ສ ທັມມະຊາດ ໃນພະມ້າ. ອາດີດຄນະ ຣັຖບານ ທະຫານພະມ້າ ຍັງມີອິດທິພົນ ຫລາຍໃນກິດຈະການ ໃຫຍ່ໆຕ່າງໆ.

ພະມ້າ ເປັນປະເທດ ຜະເດັດການ ມາເປັນເວລາ ດົນນານ ກວ່າເຄິ່ງສັຕວັດ ຕ່າງປະເທດ ລົງໂທດ ທາງດ້ານ ເສຖກິດ ຫ້າມນັກ ທຸຣະກິດ ໄປລົງທຶນ ຢູ່ພະມ້າ ເຮັດໃຫ້ປະເທດ ແລະ ປະຊາຊົນ ພະມ້າ ທຸກຍາກ ຕລອດມາ ຈົນເຖິງ ຕົ້ນປີນີ້ ຣັຖບານໃໝ່ ຂອງພະມ້າ ຈຶ່ງປະຕິຮູບ ໄປສູ່ ປະຊາທິປະໄຕ ຕ່າງປະເທດ ຈຶ່ງເລິ້ມຄິດ ຢາກໄປລົງທຶນ ຢູ່ພະມ້າ ນັ້ນ ຫລາຍຂື້ນ.