ບາດກ້າວຂອງຊູຈີ ສູ່ປະຊາທິປະຕັຍ

ຍານາງ ອອງຊານຊູຈີ ກວ່າວ່າ ພ້ອມທີ່ຈະ ນຳພະມ້າ ໄປສູ່ ຣະບອບ ປະຊາທິປະຕັຍ.
ສິດນີ
2012.06.20

ຫົວຫນ້າ ພັກຝ່າຍຄ້ານ ພະມ້າ ຍານາງ ອອງຊານຊູຈີ ປະກາດ ທີ່ ກຸງລອນດອນ ໃນວັນອັງຄານ ວ່າ ຍານາງ ຕຣຽມພ້ອມ ໃນການເປັນ ຜູ້ນຳ ປະຊາຊົນ ພະມ້າ ໄປສູ່ ຣະບອບ ປະຊາທິປະຕັຍ ໃນມື້ນື່ງ ຂ້າງຫນ້າ.

ກຸ່ມຜະເດັດການ ທະຫານ ພະມ້າ ໄດ້ປ່ອຍ ຍານາງ ອອງຊານຊູຈີ ໃຫ້ມີອິສຣະ ຈາກການ ກັກຂັງ ບໍຣິເວນ ດ້ວຍຄວາມຫວັງ ຢາກໃຫ້ ມີການ ປ່ຽນແປງ ໃນພະມ້າ ແລະ ກໍໄດ້ ອະນຸຍາດ ໃຫ້ເດີນທາງ ໄປຕ່າງປະເທດ ເປັນເທື່ອທຳອິດ ໃນຫລາຍ ທົສວັດ.

ຕໍ່ຄຳຖາມ ຈາກສຳນັກ ຂ່າວສານ BBC ຂອງອັງກິດ ທີ່ວ່າ ຍານາງ ພ້ອມແລ້ວບໍ ທີ່ຈະເປັນ ຜູ້ນຳ ປະຊາຊົນ ພະມ້າ ໃນການເລືອກຕັ້ງ ໃນປີ 2015 ຍານາງ ຕອບວ່າ ຖ້າສາມາດ ນຳພາ ປະຊາຊົນ ໄປໃນທາງ ທີ່ຖືກຕ້ອງໄດ້ ຍານາງ ກໍພ້ອມທຸກເວລາ. ຍານາງ ກ່າວວ່າ:

"ການສນັບສນູນ ຈາກ ປະຊາຄົມໂລກ ເຮັດໃຫ້ ການຕໍ່ສູ້ ຂອງຍານາງ ມີຊິວິດ ຢູ່ໄດ້ຮອດ ທຸກມື້ນີ້ ປາສຈາກ ສີ່ງດ່ັງກ່າວ ເປັນການຍາກ ທີ່ຈະຕໍ່ສູ້ໄດ້ ຮອດທຸກມື້ນີ້ ແລະ ຍານາງ ຂໍສະແດງ ຄວາມຂອບໃຈ ຕໍ່ທຸກຝ່າຍ ທີ່ໃຫ້ການ ສນັບສນູນ ໃນຍາມຫຍຸ້ງຍາກ".

ຍານາງ ຊູຈີ ອາຍຸ 67 ປີ ເປັນຜູ້ນໍາ ທີ່ຕໍ່ສູ້ເພື່ອ ປະຊາທິປະຕັຍ ແລະ ສິດທິມະນຸດ ໃນພະມ້າ ຖືກກັກຂັງ ເປັນເວລາ ຫລາຍປີ ຍານາງ ມີລູກຊາຍ ສອງຄົນ ໄວ້ກັບ ສາມີ ຢູ່ປະເທດ ອັງກິດ ແລະ ສາມີຄົນ ອັງກິດ ຂອງຍານາງ ກໍໄດ້ເສັຽ ຊີວີດ ໄປແລ້ວ ໂດຍທີ່ບໍ່ໄດ້ ເຫັນຫນ້າກັນ. ຍານາງ ຖືກຕ້ອນຮັບ ຢ່າງສົມກຽດ ທີ່ ປະເທດອັງກິດ ບ່ອນທີ່ ຍານາງ ໄດ້ເຂົ້າ ສືກສາທີ່ ມະຫາວິທຍາລັຍ ຂອງ ອັງກິດ Oxford ໃນຊຸ່ມປີ 1964-67. ຍານາງ ຈະພົບກັບ ລູກຊາຍສອງຄົນ ອາຍຸ 35 ແລະ 39 ປີ ທີ່ບໍ່ໄດ້ເຫັນ ກັນມາເປັນ ເວລາ ດົນນານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.