ຊຸຈິພົບຕົວແທນ ເຜົ່າກະຣ່ຽງ

ຫລັງຈາກ ອອງຊານຊຸຈິ ຊນະ ການເລືອກຕັ້ງ ແລະ ສາມາດ ເຂົ້ານັ່ງ ໃນສະພາ ຍານາງ ໄດ້ພົບປະ ກັບຕົວແທນ ຂອງກຸ່ມ ຊາວກະຣ່ຽງ ເປັນຄັ້ງ ທຳອິດ.

0:00 / 0:00

ກົດຟັງສຽງ

ການພົບປະກັນ ເປັນເວລາ 2 ຊົ່ວໂມງ ພັກສັນນິບາດ ເພື່ອ ປະຊາທິປະຕັຍ ຂອງຍານາງ ໄດ້ ອະທິບາຍ ກ່ຽວກັບ ການພົບປະ ກັນວ່າ ເປັນບາດກ້າວ ອັນສຳຄັນ ໃນການ ຊຸກຍູ້ ໃຫ້ເກີດຄວາມ ປອງດອງຊາດ ໃນພະມ້າ.
ຍານາງ ອອງຊານຊູຈີ ກ່າວວ່າ ຈຸດປະສົງ ຂອງພັກ ສັນນິບາດ ເພື່ອ ປະຊາທິປະຕັຍ ຄືຢາກໃຫ້ ມີຄວາມ ປອງດອງຊາດ ພາຍໃຕ້ ຣະບອບ ປະຊາທິປະຕັຍ ອັນແທ້ຈີງ ຍານາງ ເຊື່ອວ່າ ທຸກຊົນເຜົ່າ ໃນພະມ້າ ຕ້ອງຮວມເຂົ້າ ໃນແຜນ ປອງດອງຊາດ. ການໂອ້ລົມ ຂອງ ອອງຊານຊູຈີ ກັບຕົວແທນ ເຜົ່າກາຣ່ຽງ ແມ່ນມີຂື້ນ ນື່ງມື້ ຫລັງຈາກ ທີ່ ເຜົ່າກະຣ່ຽງ ໄດ້ພົບກັບ ທ່ານ ທຽນສຽນ ປະທານາທິບໍດີ ຂອງ ພະມ້າ ທີ່ກຸງ ເນປາດໍ ເປັນຄັ້ງ ທຳອິດ.

ກ່ອນຫນ້ານີ້ ຣັຖບານ ທະຫານ ພະມ້າ ຖືວ່າ ອົງການ ຊົນເຜົ່າ ກະຣ່ຽງ ທີ່ມີ ສູນກາງ ຢູ່ປະເທດໄທ ເປັນກຸ່ມ ກະບົດ ນອກກົດຫມາຍ ແລະ ໄດ້ຕໍ່ຕ້ານ ສູ້ຣົບ ກັບຣັຖບານ ທະຫານ ພະມ້າ ມາແຕ່ປີ 1949 ສ່ວນຫຼາຍ ຈະມີທີ່ຕັ້ງ ໃນພື້ນທີ່ ພະມ້າ ທາງພາກ ຕາເວັນອອກ ຂອງໄທ.