ເກົາຫລີໃຕ້ຊ້ອມລົບ ໂດຍໃຊ້ລູກປືນແທ້

ເກົາຫລີໃຕ້ ເລີ້ມຝືກຊ້ອມລົບ ດ້ວຍລູກປືນແທ້ ຢູ່ໃກ້ເກາະ ເຢິງປີເຢິງ.
ສົມເນ
2010.12.20
F-skorea-drill ຊາວເກົາຫລີໃຕ້ ກໍາລັງເບິ່ງ ການຊ້ອມລົບ ທີ່ໃຊ້ລູກປືນແທ້ ຈາກການຖ່າຍທອດສົດ ທາງໂທຣະທັດ.
AFP PHOTO / Soe Than Win

ກົດຟັງສຽງ

ກອງກໍາລັງ ທະຫານ ນາວິກທະໂຍທິນ ເກົາຫລີໃຕ້ ໃນວັນຈັນນີ້ ໄດ້ເລີ້ມຝືກຊ້ອມ ການຍິງປືນໃຫ່ຽ ທີ່ໃຊ້ລູກປືນແທ້ ຢູ່ຝັ່ງ ຕະເວັນຕົກ ຂອງເກາະ ເຢິງປິເຢິງ ເຖິງແມ່ນວ່າ ເກົາຫລີເໜືອ ປະກາດແລ້ວ ປະກາດອີກ ວ່າຈະຕອບ ໂຕ້ຢ່າງໜັກ, ຕາມການເປີດເຜີຽ ຂອງຄນະ ບັງຄັບບັນຊາ ສູງສຸດ ຂອງກອງທັບ ເກົາຫລີໃຕ້.

ການຝືກຊ້ອມ ໄດ້ເລີ້ມຂື້ນ ໃນເວລາ 14:30 ຕາມເວລາ ທ້ອງຖິ່ນ ແລະຈະໃຊ້ ເວລາພຽງແຕ່ 1 ວັນເທົ່ານັ້ນ ກໍຈົບລົງ. ລາຍງານວ່າ ເກົາຫລີໃຕ້ ໄດ້ຕັ້ງລູກ ຈະຣວດ ຂີປານະວຸດ ປະເພດ ທີ່ບັງຄັບໄດ້ ແລະສັ່ງໃຫ້ ຍົນລົບ ຢູ່ໃນສະພາບ ຕຽມພ້ອມ ຢ້ານວ່າເກົາຫລີເໜືອ ຈະຕອບໂຕ້ຄືນ ແລະ ອ້າງວ່າເປັນ ການປ້ອງກັນໂຕ.

ການຝຶກຊ້ອມ ຍິງປືນໃຫ່ຽນີ້ ຍິ່ງເພີ້ມຄວາມ ເຄັ່ງຕືງ ໃນແຫລມເກົາຫລີ ຫລັງຈາກ ເກົາຫລີເໜືອ ໄດ້ຍິງປືນໃຫ່ຽ ນື່ງຮ້ອຍກວ່າ ລູກໃສ່ເກາະ ເຢິງປີເຢິງ ເມື່ອວັນທີ່ 23
ພຶສຈິກາ ຜ່ານມາ ອັນເຮັດໃຫ້ ມີຜູ້ເສັຽຊີວິດ 4 ຄົນ.

ໃນວັນທິດນີ້ ສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ ບໍ່ສາມາດ ເຫັນດີເຫັນພ້ອມ ນໍາກັນກ່ຽວ ກັບວິກິດການ ໃນແຫລມເກົາຫລີ ຫລັງຈາກ ປະຊຸມສຸກເສີນ ແບບປິດປະຕູ ເປັນເວລາ 8 ຊົ່ວໂມງ. ທູດຈີນ ປະຈໍາ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ເກົາຫລີໃຕ້ ແລະ ເກົາຫລີເໜືອ ມີຄວາມອົດທົນ ເພື່ອບໍ່ໃຫ້ ເກີດສົງຄາມ ລະຫ່ວາງສອງ ພີ່ນ້ອງຂື້ນ.

ສ່ວນທູດຣັຖເຊັຽ ປະຈໍາ ສະຫະປະຊາຊາດ ກ່າວກັບ ສື່ມວນຊົນ ວ່າ ກອງປະຊຸມ ບໍ່ເຫັນພ້ອມນໍາ ຂໍ້ສະເໜີ ຂອງຣັຖເຊັຽ ທີ່ສະເໜີ ໃຫ້ ທ່ານ ບານກີມູນ ເລຂາທິການ ສະຫະປະຊາຊາດ ສົ່ງທູດພິເສດ ໄປເຈຣະຈາ ກັບເກົາຫລີ ໃຕ້ແລະ ເກົາຫລີເໜືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.