ເສຖກິຈ-ສິດທິມະນຸສ ໃນກຸ່ມອາຊ໊ຽນ
ນັກເຄື່ອນໄຫວ ເພື່ອ ສິດທິມະນຸສ ວິຕົກ ກ່ຽວກັບ ສະພາບ ດ້ານ ສິດທິມະນຸສ ໃນປະຊາຄົມ ເສຖກິດ ອາຊ໊ຽນ.
-
ມະນີຈັນ
2012-09-10 -
-
-
Your browser doesn’t support HTML5 audio
ເຖິງຈະມີຄວາມ ກະຕືລືລົ້ນ ໃນການກ້າວສູ່ ປະຊາຄົມ ເສຖກິດອາຊ໊ຽນ ຫລື AEC ໃນປີ 2015 ນັກຊ່ຽວຊານ ແລະ ນັກເຄື່ອນໄຫວ ເພື່ອສິດທິມະນຸສ ແລະ ປະຊາທິປະໄຕ ຕ່າງກໍໄດ້ ສະແດງອອກ ເຖິງຄວາມເປັນຫ່ວງ ກ່ຽວກັບ ຜົນກະທົບອັນບໍ່ດີ ຂອງ AEC ຕໍ່ບັນຫາແຮງງານ ບໍ່ມີຝີມື ຕໍ່ສະພາບແວດລ້ອມ ຄວາມບໍ່ເທົ່າທຽມ ໃນດ້ານຣາຍໄດ້ ແລະອື່ນໆອີກ. ຕາມຣາຍງານຂ່າວ The Nation.
ຍານາງ ສີປະພາ ເພັດສະຣາເມສີ ຜູ້ຕາງໜ້າຂອງໄທ ໃນຄນະກັມມະການ ຣັຖບານ ບັນດາ ປະເທດອາຊ໊ຽນ ກ່ຽວກັບ ສິດທິມະນຸສ ເວົ້າວ່າ: ບໍ່ມີການເວົ້າເຖິງ ບັນຫາ ສິດທິມະນຸສ ຫລືບັນຫາ ປະຊາທິປະໄຕ ໃນແຜນແມ່ບົດ ຂອງ ປະຊາຄົມ ເສຖກິດອາຊ໊ຽນ ບໍ່ເວົ້າເຖິງແມ່ນແຕ່ ບັນຫາ ຄວາມຮັບຜິດຊອບ ທາງສັງຄົມ ຮ່ວມກັນ ຫລືການ ປົກຄອງທີ່ດີ ຊຶ່ງແຜນເບື້ອງຕົ້ນ ກໍຄືບັນລຸເຖິງ ປະຊາຄົມອາຊ໊ຽນ ແຕ່ດຽວນີ້ຫລຸດລົງມາ ເປັນ ປະຊາຄົມ ເສຖກິດອາຊ໊ຽນ.
ຍານາງ ວ່າ ເຖິງຈະມີການ ຫລັ່ງໄຫລຢ່າງເສຣີ ຂອງສິນຄ້າໃນປີ 2015 ແຕ່ການຫລັ່ງໄຫລ ຂອງແຫລ່ງ ຊັພຍາກອນມະນຸສ ຢ່າງເສຣີ ຫາກຈໍາກັດ ຢູ່ພຽງແຕ່ ແຣງງານ ທີ່ສໍານານງານ ເທົ່ານັ້ນ. ເມື່ອເວົ້າເຖິງ ສິດທິມະນຸສ ກໍຄວນເວົ້າເຖິງ ສິດທິແຮງງານ ຝີມືຕໍ່ານໍາດ້ວຍ ຊຶ່ງເຮື່ອງນີ້ ຈະບໍ່ມີເລີຍ ໃນແຜນແມ່ບົດ ຂອງ AEC ແລະການ ຮັບປະກັນ ເຣື່ອງການປັບປຸງ ສິດທິມະນຸສ ໃຫ້ດີຂຶ້ນ ກໍບໍ່ມີເລີຍ.
ສ່ວນທ່ານ Yao Swee Seng ຈາກມາເລເຊັຽ ຜູ້ອໍານວຍການ ເວທີເອເຊັຽ ກໍເວົ້າວ່າ ແຮງງານຝີມືຕໍ່າ ຈະບໍ່ຖືກປະຕິບັດ ແລະ ມີສິດທິ ແບບດຽວ ກັບແຮງງານ ມີຝີມື ຊຶ່ງຈະເຮັດໃຫ້ ເກີດບັນຫາ ຈໍາແນກກັນຂຶ້ນ.
ອີກບັນຫານຶ່ງ ທີ່ກັງວົນກັນຢູ່ຄື ນັກວິທຍາສາຕ ການເມືອງ ມະຫາວິທຍາໄລ ຈຸລາລົງກອນ ຍານາງ ນາຣືມົນ ຕາບຈູມພົນ ວ່າແມ່ນຜົນກະທົບ ຂອງ ເອອີຊີ ຕໍ່ສະພາບ ແວດລ້ອມ ເປັນຕົ້ນ ໂຄງການສ້າງເຂື່ອນ ຂນາດໃຫຍ່ ແລະ ສິດທິຂອງຊຸມຊົນ ທ້ອງຖີ່ນທີ່ໄດ້ຮັບ ຜົນກະທົບ.