ພັກອອງຊານຊຸຈິ ຮ່ວມເລືອກຕັ້ງ-ຊ້ອມ

ຣັຖບານ ພະມ່າ ອະນຸມັດ ໃຫ້ ພັກຂອງ ຍານາງ ຊູຈິ ເຂົ້າຮ່ວມ ໃນການ ເລືອກຕັ້ງ-ຊ້ອມ
ໂພໄຊສວັດ
2012.01.06

ກົດຟັງສຽງ

ຍານາງ ອອງຊານຊູຈີ ກ່າວວ່າ ຣັຖບານ ພະມ່າ ໄດ້ ອະນຸມັດ ໃນວັນ ພຣະຫັດ ວັນທີ 5 ມົກກະຣາ 2012 ໃຫ້ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ພະມ່າ ເຂົ້າຮ່ວມການ ເລືອກຕັ້ງ-ຊ້ອມ ທີ່ຈະຈັດຂຶ້ນ ໃນໄວໆນີ້.

ຍານາງ ຊູຈີ ບໍ່ໄດ້ຕອບຮັບ ວ່າຈະລົງ ສມັກເລືອກຕັ້ງ ເມື່ອຜູ້ສື່ຂ່າວ ຖາມ ແຕ່ໂຄສົກ ຂອງພັກ ທ່ານ Nyan Win ກ່າວວ່າ ຍານາງ ຊູຈີ ຕັ້ງໃຈວ່າ ຈະລົງສມັກ ເລືອກຕັ້ງ-ຊ້ອມ ໃນຄັ້ງນີ້. ການເລືອກຕັ້ງ-ຊ້ອມ ທີ່ມີຄວາມ ຫວັງສູງ ໄດ້ກໍານົດ ໃສ່ວັນທີ 1 ເມສາ 2012 ຊຶ່ງ ຈະນໍາພາ ຍານາງ ຊູຈີ ໃຫ້ກັບຄືນ ສູ່ເວທີ ການເມືອງອີກ ຫລັງຈາກທີ່ໄດ້ ຂາດຫາຍໄປ ເປັນເວລາ 2 ທົສວັດ. ການເລືອກຕັ້ງ ໃນປີ 1991 ທີ່ພັກ ຂອງ ຍານາງ ຊູຈີ ໄດ້ຮັບ ໄຊຊະນະ ແຕ່ ກຸ່ມຜເດັດການ ທະຫານ ບໍ່ປ່ອຍໃຫ້ ຈັດຕັ້ງ ຄນະຣັຖບານ. ສ່ວນການ ເລືອກຕັ້ງ ປີ 2011 ພັກຂອງ ຍານາງ ຊູຈີ ກໍປະຕິເສດ ການເຂົ້າຮ່ວມ.

ໜ້າທີ່ວ່າງ ໃນສະພາ 48 ບ່ອນ ເປັນຍ້ອນວ່າ ສະມາຊິກ ສະພາ ໄດ້ຖືກແຕ່ງຕັ້ງ ເປັນ ຣັຖມົນຕຣີ ຫລືຜູ້ຮອງ ໃນ ຄນະຣັຖບານ ຊຸດ ປັດຈຸບັນ. ຍ້ອນວ່າ ຣັຖບານ ຊຸດນີ້ໄດ້ ຮັບຮອງເອົາ ພັກສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ພະມ່າ ຂອງ ຍານາງ ຊູຈີ ແລະໃຜໆ ກໍສາມາດ ສນັບສນູນ ພັກ ຂອງຍານາງໄດ້ ຢ່າງຖືກຕ້ອງ ຕາມກົດໝາຍ. ທ່ານ Nyan Win ກ່າວວ່າ ທາງພັກ ຈະເປີດສມັກ ຮັບເອົາ ສະມາຊິກ ໃໝ່ ເລີ້ມແຕ່ ວັນຈັນ ວັນທີ 9 ມົກກະຣາ 2012 ເປັນຕົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 07, 2012 12:47 PM

ທ່ານ ນາງ ອອງຊານ ຊູຈີ ເປັນວິລະສັດຕີຣ ແລະ ມີອຸດົມການແທ້ຯ ໄນການຕໍ່ສູ້ເພື່ອປະເທດຊາດ ແລະ ປະຊາຊົນຂອງເພິ່ນ ໃຫ້ໄດ້ຮັບແສງສະຫວ່າງ ທາງດ້ານປະຊາທິປະໄຕ ຂ້າພະເຈົ້າ ຄາດຄະເນວ່າ ບໍ່ນານເກີນລໍ ພວກເຮົາຈະເຫັນຈຸດຫມາຍແຫ່ງຄວາມເປັນຈິງເກີດດອກ ອອກຜົລຕາມມາ ທ່ານນາງ ຮູ້ແຈ້ງໄນພາລະກິດຂອງຄວາມ ຕັ້ງໃຈດີແລ້ວວ່າ ຍາກກໍຕ້ອງເຮັດ ສຳເລັດຢູ່ທີ່ກະທຳ ຂໍອ່ວຍພອນແດ່ ຍານາງ ຈົ່ງປະສົບຜົລສຳເລັດ ໃຫ້ໄດ້ຕາມຄວາມປາທະຫນາ ທຸກປະການເທີ້ນ ຂໍສະແດງຄວາມນັບຖືຢ່າງສູງມາພ້ອມນີ້ດ້ວຽ.