ຈະຣວດເກົາຫຼີເໜືອ ບໍ່ເຖີງເປົ້າໝາຍ

ເກົາຫລີເຫນືອ ຢືນຢັນ ວ່າ ການປ່ອຍ ດາວທຽມ ຂື້ນສູ່ ອາວະກາດ ຂອງຕົນ ຫລົ້ມເຫລວ ກ່ອນທີ່ຈະ ເຂົ້າສູ່ຊັ້ນ ບັນຍາກາດ.
ສິດນີ
2012.04.13
F-North-korea-failed ຈະຣວດຂອງເກົາຫຼີເໜືອ ທີ່ຣະເບີດ ກ່ອນຂື້ນສູ່ທ້ອງຟ້າ
eandt-theiet-org

ກົດຟັງສຽງ

ຫນັງສືພີມ ພາກຣັຖ ເກົາຫລີເຫນືອ ລາຍງານວ່າ ການທົດລອງ ສົ່ງດາວທຽມ ພຍາກອນ ອາກາດ ແລະສື່ສານ ຂອງຕົນ ໃນຕອນເຊົ້າ ຂອງວັນ ພຣະຫັດ ຫລົ້ມເຫລວ ກ່ອນຈະຂື້ນສູ່ ທ້ອງຟ້າ ຊື່ງຂນະນີ້ ນັກວີຊາການ ດ້ານເທກນິຄ ແລະ ນັກວິທຍາສາຕ ກໍກຳລັງ ຊອກຫາ ສາເຫດ ຂອງຄວາມຜິດພາດ ນັ້ນຢູ່.

ອິງຕາມລາຍງານ ດາວທຽມ ວັງມູນຊອງ 3 ທີ່ຖືກຍີງ ຂື້ນຈາກ ຖານຍີງຈະຣວດ ໂຊຮາ ເຂດເມືອງ ໂຊຊານ ພາກເຫນືອ ຂອງກຸງປີຢົງຢັງ ໃນວັນສຸກ ເວລາ 7: 38 ຕອນເຊົ້າ ເວລາສາກົນ ແມ່ນ 22 ໂມງ 38 ນາທີ ວັນພຣະຫັດ ນັ້ນມີ ການຜິດພາດ ແລະວ່າ ໃນເວລານີ້ ນັກວິທຍາສາດ ຂອງ ເກົາຫລີເຫນືອ ກຳລັງ ຊອກຫາ ສາເຫດ ວ່າເປັນ ຍ້ອນຫຍັງ? ນັກຊ່ຽວຊານ ສະຫະຣັຖ ເວົ້າວ່າ:

"ນີ້ເປັນໂຄງການ ສຳລັບ ອະນາຄົດ ເປັນໂຄງການ ຈະຣວດ ຣະຍະໄກ 3 ຖ້ານ ທີ່ຈະສ້າງ ຊື່ສຽງໃຫ້ແກ່ ເກົາຫລີເຫນືອ ແຕ່ຈະບໍ່ເປັນ ແບບນັ້ນ ອີກແລ້ວເພາະ ບໍ່ປະສົບ ຜົລສຳເຣັດ ເປັນການສະແດງ ອອກໃຫ້ເຫັນ ວ່າ ສັກກະຍາພາບ ຂອງ ເກົາຫລີເຫນືອ ຍັງອ່ອນແອ ຢູ່".

ການທົດລອງ ສົ່ງດາວທຽມ ຂອງ ເກົາຫລີເຫນືອ ສ້າງຄວາມ ກັງວົນ ໃຫ້ແກ່ຫລາຍ ປະເທດ ໂດຍສະເພາະ ສະຫະຣັຖ ຍີ່ປຸ່ນ ແລະ ເກົາຫລີໃຕ້ ທຸກປະເທດ ປະນາມ ການທົດລອງ ຈະຣວດ ດັ່ງກ່າວ ເພາະຖືວ່າ ເປັນການຝ່າຝືນ ມະຕິສະພາ ຄວາມຫມັ້ນຄົງ ອົງການ ສະຫະປະຊາຊາດ ຢ່າງຮ້າຍແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 13, 2012 11:48 AM

ເບັ່ງເກີນຄວາມສາມາດ,ປະໝາດຄວາມຈິງ,ທ້າທາຍກັບໂລກ ໂຊກກໍ່ຫາຍ,ຂາຍຫ້າແຕ້ມໄດ້ຕາມຈຸດໝາຍແທ້ໆ ນີ້ລະປະໝາດ ຄວາມຖືກຕ້ອງ ມອງຫາແຕ່ກົງຈັກ,ພັກໄຜ່ແຕ່ ຄົນຍໍຫາງອັບປາງແບບບໍ່ກຸ້ມຄ່າ.

Anonymous
Apr 15, 2012 02:26 PM

ພວກປັນຍາອອນ ເສຍເສນ
ບໍ່ຈະເລີນດອກ

Anonymous
Apr 13, 2012 10:09 AM

ອວດເກັ່ງກໍ່ເບັ່ງບໍ່ໄດ້ດັ່ງໃຈ,ຄົນຈັງໄຮສັ້ນບໍດີຮີຍາວໂພດ ຄວາມສັນໂດດຂອງຜູ້ນຳ ສ້າງຄວາມອຶດຢາກໃຫ້ຊາຕແລະ ປະຊາຊົນ ທົ່ວທຸກຍ່ອມຫຍ້າ ອັນນີ້ແລ້ວລະບອບຄອມມູຍນິຕ ຢູ່ບ່ອນໄດ ກໍ່ຢາກໄດ້ປຽບ ແລະບໍຄຳນຶງເຖິງກຽດໄດໆທັງນັ້ນ.

Anonymous
Apr 15, 2012 04:11 AM

ຕ້ອງການແກ່ຊາຕ ປະໝາດຄຸນມັນກໍ່ເສັຍຄວາມສົມດູນລວມ ຊາຕກໍ່ທຸກຍາກ,ປະຊາຊົນກໍ່ລຳບາກ ອົດຢາກປາກໝອງໄປຕາມ ໂຊກສະຕາກັມ ຕໍ່ໄປ,ນີ້ລະຢາກສະແດງ ແບບບໍ່ມີປີ່ມີຂູ່ຍ ໄດ້ແຕ່ຄູຍໂມ້ ວ່າໂຕເກ່ງເບັ່ງວ່າໂຕດີ ຄວາມອັບປີກໍ່ມາເຂົ້າຂ້າງສົມໃຈ.