ກາຣລົງໂທສເສຖກິຈ ພະມ້າອາຈຍົກເລີກ

ສະຫະພາບ ຢູໂຣບ ອາຈຍົກເລີກ ການລົງໂທສ ດ້ານເສຖກິດ ໃຫ້ແກ່ ຣັຖບາລ ພະມ້າ ໃນເດືອນນີ້ ກໍເປັນໄດ້. ພາຍຫລັງ ທີ່ມີກາຣ ປ່ຽນແປງ ທ່າທີ ຂອງຜູ້ນໍາ ໃນພະມ້າ.
ຫວາດ ສີມູນ
2012.04.16

ກົດຟັງສຽງ

ໃນຣະຍະ ທີ່ຜ່ານມານີ້ ພາຍຫລັງ ທີ່ມີກາຣ ປ່ຽນແປງ ທ່າທີ ຂອງຜູ້ນໍາ ໃນພະມ້າ ໂດຽສະເພາະ ກໍແມ່ນ ກາຣຈັດໃຫ້ມີ ກາຣເລືອກຕັ້ງ ທົດແທນ ທີ່ຈັດຂຶ້ນ ໃນວັນທີ 1 ເມສາ 2012 ນີ້ ແລະ ພັກຝ່າຍຄ້ານ ໂດຽ ກາຣນຳຂອງ Mme Aung San Suu-kyi ຊນະຢ່າງຖ້ວມທົ້ນ ບໍ່ຕໍ່າກວ່າ 42 ທີ່ນັ່ງ ໃນສະພາ ແລະ ຜູ້ຊນະ ກາຣເລືອກຕັ້ງ ກໍມີກຳໜົດ ເຂົ້າຮັບ ຕໍາແໜ່ງ ຄັ້ງປະຫວັຕກາຣ ໃນວັນທີ່ 23 ເມສາ ນີ້.

ໃນສັປດາ ຜ່ານມາ ທ່ານ David Cameron ນາຍົກ ຣັຖມົນຕຣີ ອັງກິດ ກໍໄດ້ເດີນທາງ ໄປພົບປະ ຫາຣື ກັບຣັຖບາລ ພະມ້າ ໂດຽກາຣນຳ ຂອງ ປະທານາທິບໍດີ Thein Sein  ພ້ອມກັບຜູ້ນຳ ພັກຝ່າຍຄ້ານ ເຊັ່ນກັນ ຊຶ່ງທ່ານ ກໍມີຄວາມ ຫວັງທີ່ ຈະເຫັນມີ ກາຣປ່ຽນແປງ ແລະຄວາມ ປອງດອງຊາຕ ເກີດຂຶ້ນ ໃນພະມ້າ ຢ່າງແທ້ຈີງ ຊຶ່ງທ່ານກໍໄດ້ ມີກາຣສເນີ ຕໍ່ທາງ ສະຫະພາບ ຢູໂຣປ ເພື່ອໃຫ້ມີກາຣ ເຣີ່ມຜ່ອນຜັນ ດ້ານກາຣ ຂວ້ມບາດ ລົງໂທສ ດ້ານເສຖກິຈ ໃຫ້ແກ່ພະມ້າ ໃນຂັ້ນຕໍ່ໄປ.

ເຖີງຢ່າງໃດ ກໍຕາມ ໃນເວລານີ້ ທາງກາຣ ຢູໂຣປ ກໍໄດ້ເຣີ່ມ ອະນຸຍາຕ ໃຫ້ເຈົ້າໜ້າທີ່ ຣະດັບສູງ ຂອງພະມ້າ ໄດ້ຮັບວີຊ໋າ ເພື່ອເດີນທາງ ໄປຢ້ຽມຢາມ ຢູໂຣປ ໄດ້ແລ້ວ ຊຶ່ງກໍຖືເປັນ ຂັ້ນຕອນ ທີ່ອາຈມີ ກາຣຜ່ອນຜັນ ໃນດ້ານ ກາຣລົງໂທສ ອື່ນໆນຳອີກ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.