ແຂວງ ບໍ່ແກ້ວ ເປັນບ່ອນ ຜລິດຢາບ້າ ແບບລັບໆ ເພື່ອສົ່ງຂາຍ ທັງພາຍໃນ ແລະ ຕ່າງປະເທດ ແຕ່ບໍ່ຮູ້ ຣາຍຣະອຽດ ຫລາຍກວ່ານີ້. ຊາວລາວ ຜູ້ນີ້ ເວົ້າວ່າ:
"ເຄີຍໄດ້ຍິນ ຖືວ່າມີແຫລ່ງ ຜລິດຢາບ້າ ທັງຫລັງ ບ່ອນນຶ່ງ ແມ່ນຫຍັງ ຕ່າງໆ ຫລາຍອັນ ຫລາຍຢ່າງ ຢູ່ຫັ້ນ ບໍ່ແກ້ວນີ້ ເຄີຍໄດ້ຍິນ ຜ່ານຂ່າວ ແຕ່ລາຍລະອຽດ ບໍ່ແຈ້ງ ປານໃດ".
ຊາວລາວຜູ້ນີ້ ເວົ້າຕໍ່ໄປວ່າ ຕາມໄດ້ຍິນມາ ບ່ອນເຮັດ ຢາບ້າ ນີ້ເປີດມາ ແຕ່ດົນແລ້ວ ມີຄົນພົບເຫັນ ບໍ່ຫລາຍ ແລະ ກໍບໍ່ມີໃຜ ກ້າເວົ້າເຖິງ ຍ້ອນຢ້ານວ່າ ຈະບໍ່ປອດພັຍ ຕໍ່ຊີວິດ ຫຼື ຖືກທໍາຮ້າຍ ເພາະຫລາຍຄົນ ຄິດວ່າອາດ ພົວພັນ ກັບເຈົ້ານາຍ ຜູ້ມີອິດທິພົນ. ຊາວລາວ ກໍມີຄວາມ ເປັນຫ່ວງ ຢາກໃຫ້ ທາງການ ກ່ຽວຂ້ອງ ລົງໄປກວດສອບ ເພາະບ່ອນຜລິດ ຢາບ້າ ເປັນພັຍຕໍ່ ຄວາມໝັ້ນຄົງ ຂອງປະເທດ.
ກ່ຽວກັບ ການຢືນຢັນ ຂອງຊາວລາວ ນັ້ນ ວິທຍຸ ເອເຊັຍເສຣີ ໄດ້ຖາມໄປ ຍັງເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງບໍ່ແກ້ວ ກໍໄດ້ຮັບ ຄໍາຢືນຢັນ ຈາກເຈົ້າໜ້າທີ່ ແຂວງບໍ່ແກ້ວ ທີ່ປະຕິເສດ ວ່າບໍ່ມີ ບ່ອນຜລິດ ຢາບ້າ ໃນແຂວງ ບໍ່ແກ້ວ. ເຈົ້າໜ້າທີ່ ເວົ້າວ່າ:
"ອັນນີ້ ຢາເສພຕິດ ທາງພີ້ ບໍ່ມີດອກ ຂອບເຂດ ຮັບຜິດຊອບ ຂອງພວກເຮົາ ກໍບໍ່ມີ".
ທີ່ຜ່ານມາ ເຈົ້າໜ້າທີ່ ຈາກສູນກາງ ນະຄອນຫລວງ ວຽງຈັນ ເຄີຍຮັບວ່າ ພາຍໃນ ແຂວງບໍ່ແກ້ວ ມີບັນຫາ ເຣື່ອງຢາເສພຕິດ ແຕ່ບໍ່ມີ ຂໍ້ມູນ ຫລືເບາະແສວ່າ ມີບ່ອນເຮັດ ຢາບ້າ ແຕ່ຢ່າງໃດ ຊຶ່ງບັນຫາ ຢາບ້າ ພາຍໃນແຂວງ ອາດຈະພົວພັນ ກັບຂະບວນການ ເຄືອຂ່າຍ ຂອງຊາວ ຕ່າງຊາດ ທີ່ມີຕາມເຂດ ຊາຍແດນ ຊຶ່ງທາງເຈົ້າໜ້າທີ່ ປາບປາມ ຢາເສພຕິດ ກໍກໍາລັງເລັ່ງ ປາບປາມ ຢູ່ຕລອດມາ.