ຂ.ຊຽງຂວາງຍັງຂາດ ງົປປົວແປງຫົນທາງ

ການສ້ອມແປງ ຖນົນ ແລະ ຂົວ ໃນແຂວງ ຊຽງຂວາງ ບໍ່ທ່ວງທັນ ບໍ່ແລ້ວ ສໍາເຣັດ ຫລາຍບ່ອນ ກໍຍ້ອນ ງົບປະມານ ບໍ່ພຽງພໍ.
ສົມເນ
2011.11.08
F-xiengkhuang-road ຖນົນຫົນທາງ ໃນພາກເໜືອ ຂອງ ລາວ ມັກຈະເລາະລຽບ ໄປຕາມ ຕີນພູ ຊື່ງເພພັງ ຍ້ອນນໍ້າຝົນ ຈາກພູ ຫຼືດິນເຈື່ອນ ລົງໃສ່.
RFA

ກົດຟັງສຽງ

ພາຍຫຼັງ ທີ່ ເກີດໄພ ນໍ້າຖ້ວມ ຢູ່ ສປປລາວ ໃນຫລາຍ ເດືອນ ຜ່ານມານີ້ ຫລາຍແຂວງ ກໍພຍາຍາມ ຟື້ນຟູ ຈາກຄວາມ ເສັຽຫາຍ ທີ່ໄດ້ຮັບ ຈາກໄພ ນໍ້າຖ້ວມ. ແຂວງ ຊຽງຂວາງ ເອງ ກໍຍັງມີ ຫຼາຍດ້ານ ທີ່ບໍ່ສາມາດ ປົວແປງ ຄືນໃໝ່ ໄດ້ເທື່ອ ເຊັ່ນ ຖນົນ ຫົນທາງ ແລະ ຂົວຕ່າງໆ ຍ້ອນວ່າ ຂາດ ງົບປະມານ, ຈື່ງເຮັດໃຫ້ ການໄປມາ ຫາສູ່ ຂອງ ຊາວບ້ານ ໄດ້ຮັບຄວາມ ລໍາບາກ. ດັ່ງ ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີ ການ ສັງຄົມ ປະຈໍາແຂວງ ເວົ້າວ່າ:

"ເປັນສະພານ ອູ່ ໃຊ້ຣົດ ໂມໂຕໄຊ ເພື່ອຂ້າມ ໄປມາ ມັນ ລໍາບາກ ແລະ ຈໍານວນນື່ງ ກໍຍັງ ບໍ່ທັນ ໄດ້ເຮັດ ມັນກໍສ້າງ ຄວາມຍຸ່ງຍາກ ໃຫ້ເດັກ ໄປໂຣງຮຽນ ຄົນໄປ ທໍາມາ ຫາກິນ ກໍຍາກ ມີເຮືອ ມີແພ ໃຊ້ແພໄມ້ໄຜ່ ມາເປັນ ແພ ຂນາດໃຫ່ຽ ແລ້ວກໍໃຊ້ ໄມ້ຊຸກ ທໍ່ກັນໄປຢ.

ທ່ານວ່າ ຍັງມີອີກ 8-9 ຈຸດ ທີ່ບໍ່ທັນໄດ້ ສ້ອມແປງ ໂດຍສະເພາະ ເມືອງທ່າໂທມ ມີຂົວຫັກເພ ຫລາຍແຫ່ງ ຊື່ງທາງແຂວງ ໄດ້ຂໍ ງົບປະມານ ໄປແລ້ວ ແຕ່ກໍຍັງ ລໍຖ້າການ ພິຈາຣະນາ ອະນຸມັດ ງົບປະມານ ຢູ່. ຝົນຕົກໜັກ ແລະ ນໍ້າຖ້ວມ ທີ່ເກີດຈາກ ພາຍຸ ລະດູຮ້ອນ ໃນເມື່ອ ສອງເດືອນ ກ່ອນໜ້ານີ້  ເຮັດໃຫ້ ຖນົນຫົນທາງ ໃນແຂວງ ຊຽງຂວາງ ຖືກຕັດຂາດ ຫລາຍເສັ້ນ, ໄຮ່ນາຕາກ້າ ປະຊາຊົນ ຖືກນໍ້າຖ້ວມ ເສັຽຫາຍ ທັງເກີດ ສະພາບ ດິນເຈື່ອນ ຢູ່ໃນ ບາງເຂດ.

ປະຊາຊົນ ທີ່ຖືກ ນໍ້າຖ້ວມ ຍັງຕ້ອງການ ຄວາມຊ່ວຍເຫລືອ ຫລາຍຢ່າງ ເຊັ່ນ ເຄື່ອງໃຊ້ ຂອງສອຍ ປະຈໍາ ບ້ານເຮືອນ, ຊື່ງທາງ ຣັຖບານ ລາວ ໄດ້ຮັບການ ຊ່ວຍເຫລືອ ຈາກ ຕ່າງປະເທດ ສໍາລັບ ມາ ບັນເທົາທຸກ ຜູ້ ປະສົບ ໄພ ນໍ້າຖ້ວມ, ແຕ່ຜູ້ ປະສົບໄພ ເວົ້າວ່າ ຍັງບໍ່ໄດ້ ຮັບການ ຊ່ວຍເຫລືອ ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.