ຊາວຊຽງຂວາງສົນໃຈ ຢາກຮູ້ກົດໝາຍທີ່ດິນ

ປະຊາຊົນ ໃນແຂວງ ຊຽງຂວາງ ຢາກມີ ຄວາມຮູ້ ເພີ່ມຕື່ມ ໃນ ສິທທິ ກຽ່ວກັບ ເຣື່ອງການ ຈັດສັນ ທີ່ດິນ.
ມະນີຈັນ
2011.10.21
F-Lao-Bar-Association ຫ້ອງການຄນະ ທະນາຍຄວາມລາວ ໄດ້ຮັບຜົນ ສໍາເຣັດ ທີ່ໜ້າພູມໃຈ ໃນລະຍະ ຫຼາຍປີ ຜ່ານມາ ທີ່ໄດ້ຊ່ວຍ ປະຊາຊົນລາວ ໃຫ້ຮຽນຮູ້ ເຣື່ອງກົດໝາຍ. ໃນຮູປຖ່າຍ ແມ່ນ ປະຊາຊົນ ທີ່ລໍຖ້າ ຂໍຄໍາແນະນໍາ ທາງດ້ານ ກົດໝາຍ ຈາກ ຫ້ອງການ ທະນາຍຄວາມ ທີ່ນະຄອນຫຼວງ ວຽງຈັນ. (ວັນທີ 28 ກັນຍາ 2011)
Photo by Marco Ryan/Asia foundation.org

ກົດຟັງສຽງ

ປະຊາຊົນ ສ່ວນຫລາຍ ໃນແຂວງ ຊຽງຂວາງ ຍັງຂາດ ຄວາມຮູ້ ເຣື່ອງສິດທິ ໃນທີ່ດິນ ຂອງ ຕົນເອງ ຈື່ງຖືກ ເອົາປຽບ ຈາກນາຍທຶນ ຕ່າງຖີ່ນ ຫລື ພນັກງານ ຊອງ ຣັຖບານ ເອງ, ຈຶ່ງຢາກມີ ຄວາມຮູ້ ເພີ່ມຕື່ມ ກ່ຽວກັບ ກົດໝາຍ ທີ່ດິນ, ພ້ອມທັງ ຂໍໃຫ້ ຣັຖບານ ເຂົ້າມາຊ່ວຍ ຈັດການ ເຣື່ອງ ໃບຕາດິນ ໃຫ້ຖືກຕ້ອງ ເພື່ອຫລຸດຜ່ອນ ບັນຫາ ຂັດແຍ່ງ ທີ່ອາຈມີຂຶ້ນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ອົງການ ສາກົລ ທີ່ໃຫ້ການ ຊ່ວຍເຫລືອ ດ້ານກົດໝາຍ ທີ່ດິນ ໃນແຂວງ ຊຽງຂວາງ:

"ສົມມຸດວ່າ ເຂົາເຂົ້າ ມາແລ້ວ ເຂົາຈະມາ ເອົາດິນເຮົາ ຫລືວ່າເຂົາ ເອົາດິນເຮົາ ໄປໃຫ້ ສັມປະທານ ຈັ່ງຊີ້ນະ ຂະເຈົ້າ ຍັງບໍ່ທັນ ມີແບບເປັນ ໃບຕາດິນ ເທື່ອ ບໍ່ມີຫລັກຖານ ກ່ຽວກັບ ເຣື່ອງ ທີ່ດິນ ເຣື່ອງຫຍັງ ຈັ່ງຊີ້ນະ ບໍ່ແມ່ນວ່າ ຈະໃຫ້ໄປ ເຮັດເຣື່ອງ ໃບຕາດິນ ຢ່າງດຽວເນາະ ຢາກໃຫ້ ປະຊາຊົນ ຂະເຈົ້າ ຮູ້ສິດທິ ຂອງ ຂະເຈົ້າເອງເນາະ ເຣື່ອງການ ເປັນເຈົ້າຂອງ ດິນ ຂອງຕົນເອງ ຫລືວ່າການ ໂຍກຍ້າຍ ຈັ່ງຊີ້ນະ ຕ້ອງມີ ການໃຫ້ ຄວາມຮູ້ ເຣື່ອງ ກົດໝາຍ ເຂົ້າໄປຕື່ມ".

ຫາກເກີດ ບັນຫາ ເຣື່ອງ ທີ່ດິນ ຂຶ້ນ ຊາວບ້ານ ກໍຈະບໍ່ຮູ້ ວິທີ ຕໍ່ສູ້ຄືນ, ທັງຍັງ ບໍ່ກ້າຕໍ່ສູ້ ຢ່າງຈິງຈັງ ບາງກໍຣະນີ ກໍບໍ່ມີເງິນ ຈ້າງ ທະນາຍຄວາມ ເພື່ອຕໍ່ສູ້ ໃນສານ, ການໃຫ້ ຄວາມຮູ້ ຈະຊ່ວຍ ຫຼຸດຜ່ອນ ບັນຫາ ດັ່ງກ່າວ ນັ້ນໄດ້.

ນອກຈາກ ມີບັນຫາ ກັບນາຍທຶນ ແລ້ວ ບາງຄັ້ງ ຊາວບ້ານ ຍັງມີ ຂໍ້ຂັດແຍ່ງ ກັບ ຣັຖບານ ຍ້ອນວ່າ ໃນສປປລາວ ມີການຈັດສັນ ທີ່ດິນ ສໍາລັບ ໂຄງການຕ່າງໆ ຢູ່ ເປັນປະຈໍາ ທັງໂຄງການ ສ້າງເຂື່ອນ ແລະ ໂຄງການ ສ້າງຖນົນ.

ປັຈຈຸບັນ ມີຫລາຍ ອົງການ ຈາກຕ່າງ ປະເທດ ທີ່ສົນໃຈ ເຣື່ອງ ການຈັດສັນ ທີ່ດິນ ໃນລາວ ເພາະເຫັນວ່າ ຊາວບ້ານ ຍັງຖືກ ເອົາປຽບ ຢູ່ຫລາຍ. ການອອກ ໃບຕາດິນ ຫລື ການຈັດສັນ ສັມປະທານ ທີ່ດິນ ເປັນນຶ່ງ ໃນບັນຫາ ສໍາຄັນ ທີ່ຕ້ອງ ແກ້ໄຂ, ແຕ່ບັນຫານີ້ ຕ້ອງໄດ້ ຮັບຄວາມ ຮ່ວມມື ຈາກ ຣັຖບານ ຈຶ່ງຈະສາມາດ ປະຕິບັດ ໄດ້ຢ່າງ ເຕັມທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.