ຂ.ຊຽງຂວາງໂຈະການ ສຳປະທານທີ່ດີນ

ປັດຈຸບັນ ໃນເຂດ ໂຕເມືອງ ແຂວງຊຽງຂວາງ ບໍ່ມີທີ່ດີນ ພຽງພໍ ສຳລັບໃຫ້ ສຳປະທານ ແກ່ນັກລົງທືນ ຕ່າງຊາດ ຍ້ອນວ່າພື້ນທີ່ ສ່ວນໃຫຍ່ ຖືກ ສຳປະທານ ໄປໝົດແລ້ວ.
ສິດນີ
2012.05.30
F-Xiengkhuang-bomb ສັນຍາລັກ ຂອງ ແຂວງຊຽງຂວາງ ທີ່ຂື້ນຊື່ລືຊາ ໄປທົ່ວໂລກ
RFA/PX

ສ່ວນວ່າທີ່ດິນ ໃນເຂດ ນອກເມືອງ ຍັງມີຫລາຍຢູ່ ສຳລັບ ນັກລົງທືນ ທາງດ້ານ ການກະເສດ ລ້ຽງສັດ ແລະ ກະສີກັມ ຕ່າງໆ. ດັ່ງເຈົ້າຫນ້າທີ່ ເວົ້າວ່າ:

"ເຣື້ອງການລົງທືນ ທາງດ້ານ ເສຖກິດນີ້ ພື້ນທີ່ ບໍ່ມີແລ້ວ ຢູ່ໃນໂຕເມືອງ ອາດຈະບໍ່ມີດີນ ບໍ່ມີຫຍັງ ໄປແລ້ວ ທີ່ດີນບໍ່ມີ ໃຫ້ສຳປະທານ ແລ້ວ ມີແຕ່ທາງດ້ານ ການກະເສດ ທີ່ດີນນີ້".

ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ເຖິງແມ່ນວ່າ ທຸກມື້ນີ້ ຣັຖບານລາວໄດ້ ສັ່ງໂຈະ ການສຳປະທານ ທີ່ດີນ ໃນຫລາຍເຂດ ໂດຍສະເພາະ ເຂດໃນເມືອງ ແຕ່ສຳລັບ ທີ່ດີນ ໃນໂຄງການ ໃຫຍ່ໆ ຂອງຣັຖບານ ໃນເຂດນອກເມືອງ ນັ້ນຍັງມີ ຫລາຍຢູ່ ແລະວ່າການໃຫ້ ສຳປະທານນັ້ນ ກໍມີຂໍ້ດີຂໍ້ເສັຽ ທ່ານກ່າວເພີ້ມວ່າ:

"ຂໍ້ດີທາງດ້ານ ເສຖກິດກໍຄື ມີການຂຍາຍໂຕໄວ ແລະຂໍ້ເສັຽ ກໍມີບາງບ່ອນ ທີ່ອາດຈະ ແຕະຕ້ອງເຖິງ ດີນດອນຕອນຫຍ້າ ຂອງ ປະຊາຊົນ ທີ່ຢູ່ໃກ້ຄຽງ ຈຳນວນນື່ງ ແຕ່ສາມາດ ແກ້ໄຂ ກັນໄດ້".

ທ່ານວ່າ ສ່ວນໂຕແລ້ວ ຄິດວ່າ ການໃຫ້ ສຳປະທານທີ່ດີນ ເຂດໃນເມືອງ ຈະບໍ່ໃຫ້ ຜົລປໂຍດ ແກ່ປະຊາຊົນ ຫລາຍປານໃດ ແຕ່ການໃຫ້ ສຳປະທານ ສຳລັບການກະເສດ ໃນເຂດນອກ ເມືອງນັ້ນ ຈະໄດ້ຜົລປໂຍດ ຫລາຍກວ່າ ເນື່ອງຈາກວ່າ ການກະເສດ ຈະຊ່ອຍໃຫ້ ຊິວິດ ປະຊາຊົນ ຜູ້ທີ່ທຸກຍາກ ໃນແຂວງ ດີຂື້ນໄດ້. ດັ່ງນັ້ນ ຣັຖບານຄວນໃຊ້ ທີ່ດີນໃຫ້ ເປັນປໂຍດ ໃນການໃຫ້ ສຳປະທານ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.