ໂຄງການເຂື່ອນເຊປ່ຽນ ອາຈສງັກລົງຊົ່ວຄາວ

ໂຄງການ ສໍາຣວດສຶກສາ ຜົນກະທົບ ການກໍ່ສ້າງ ເຂື່ອນໄຟຟ້າ ເຊປ່ຽນ ແຂວງອັດຕະປື ອາດສງັກລົງ ຊົ່ວຄາວ ຍ້ອນຄົນງານໄທ ພາກັນ ກັບປະເທດ.

0:00 / 0:00

ກົດຟັງສຽງ

ໂຄງການເຂື່ອນ ໄຟຟ້າເຊປ່ຽນ ແຂວງອັດຕະປື ອາດຕ້ອງຢຸດ ຊົ່ວຄາວ ຍ້ອນຄົນງານໄທ ທີ່ເຮັດວຽກ ການສໍາຣວດ ພາກັນກັບ ປະເທດ ຫລັງຈາກທີ່ ບໍ່ໄດ້ຮັບ ຄ່າຈ້າງ ຕາມສັນຍາ ຈາກບໍຣິສັດ ທີ່ຮັບ ສັມປະທານ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກຫ້ອງການ ພົວພັນ ຕ່າງປະເທດ ແຂວງອັດຕະປື ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ຕົວນີ້ ຂ້າພະເຈົ້າ ກໍບໍ່ຊາບວ່າ ປ່ຽນແປງແບບໃດ ສະຖານະການ ໃນຕອນໜ້າ ຈະສືບຕໍ່ບໍ່ ຫລືຊິໂຈະ ຫລືຢຸດເຊົາ ຍັງບໍ່ຊາບ ຮູ້ແຕ່ວ່າ ຄົນງານດັ່ງກ່າວ ຈຸດປະສົງ ຂອງສະຖານກົງສຸນ ໄດ້ປະຕິບັດ ໜ້າທີ່ ແລ້ວສົ່ງຄືນໄປ ຍັງປະເທດໄທ ໝົດແລ້ວ ໂດຍຄວາມປອດພັຍ ໝົດທຸກປະການ".

ເຈົ້າໜ້າທີ່ເວົ້າ ຕໍ່ໄປວ່າ ຄົນງານໄທ ທີ່ຖືກຈ້າງ ມາເຮັດການ ກໍ່ສ້າງ ເຂື່ອນເຊປ່ຽນ ຕັ້ງແຕ່ເດືອນ ພຶສຈິກາ 2010 ປະມານ 100 ກວ່າຄົນນັ້ນ ໄດ້ຜ່ານນາຍໜ້າ ຫາງານ ໃນປະເທດໄທ, ສ່ວນອີກຈໍານວນນຶ່ງ ແມ່ນບໍຣິສັດ ALP ຫລື ບໍຣິສັດ ພັທນາຄົບວົງຈອນ ແລະ ກໍ່ສ້າງຊົລປະທານ ຂອງເອກກະຊົນ ລາວ ຈ້າງມາໂດຍກົງ.

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ພາຍໃນເດືອນ ທໍາອິດ ຄົນງານໄດ້ຮັບ ແຕ່ອາຫານ ແລະ ນໍ້າດື່ມ ໂດຍທີ່ບໍ່ໄດ້ ຮັບເງິນຄ່າຈ້າງ ຕາມທີ່ໄດ້ ຕົກລົງກັນໄວ້, ດັ່ງນັ້ນ ເມື່ອຮອດເດືອນ ທີ 2 ຄົນງານໄທ ຈຶ່ງຕິດຕໍ່ ຂໍຄວາມ ຊ່ວຍເຫລືອຈາກ ທາງກົງສຸນໄທ ປະຈໍາແຂວງ ສວັນນະເຂດ ເພື່ອໃຫ້ຊ່ວຍສົ່ງ ພວກຂະເຈົ້າ ກັບປະເທດ. ທາງກົງສຸນ ກໍໄດ້ໃຫ້ ການຊ່ວຍເຫລືອ ດັ່ງກ່າວ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກຫ້ອງການ ພົວພັນ ຕ່າງປະເທດ ແຂວງອັດຕະປື ແລະເຈົ້າໜ້າທີ່ ຈາກກົງສຸນໄທ ກໍຍັງບໍ່ມີ ຂໍ້ມູນລາຍລະອຽດ ກ່ຽວກັບບັນຫາ ຂອງຄົນງານ ເຫລົ່ານັ້ນ ເທື່ອ. ດັ່ງນັ້ນ ຈຶ່ງຍັງບໍທັນ ສລຸບໄດ້ວ່າ ເຫດການດັ່ງກ່າວ ຈະເປັນໄປ ໃນຮູບໃດແທ້. ເຈົ້າໜ້າທີ່ ຈາກກົງສຸນໄທ ບອກກັບຜູ້ຊື່ຂ່າວ ເອເຊັຍເສຣີວ່າ ອາດຈະໃຊ້ ເວລາອີກ 2-3 ອາທິດ ກ່ອນທີ່ຈະມີ ຂໍ້ມູນຫຍັງ ເພີ້ມຕື່ມ ກ່ຽວກັບ ປະເດັນດັ່ງກ່າວ.