ຣະດູຝົນສ້າງບັນຫາ ກວດກາເຣື່ອງສັມປະທານ
2012.08.16
ໃນ 6 ເດືອນຜ່ານມາ ນາຍົກ ຣັຖມົນຕຣີລາວ ທ່ານ ທອງສິງ ທັມມະວົງ ໄດ້ອອກຄຳສັ່ງ ໃຫ້ແຂວງຕ່າງໆ ກວດກາ ໂຄງການ ສຳປະທານ ຄືນໃຫມ່ ເພື່ອໃຫ້ແນ່ນອນວ່າ ຂະເຈົ້າ ປະຕິບັດ ຕາມສັນຍາ ຂອງຣັຖບານ ຫລືບໍ ໂດຍສະເພາະ ໂຄງການ ຂຸດຄົ້ນແຮ່ທາຕ ປູກຕົ້ນໄມ້ ເສຖກິດ ແລະອື່ນໆ ໃນທົ່ວປະເທດ ເທົ່າເຖິງ ປັດຈຸບັນ ແຂວງເຊກອງ ຍັງບໍ່ສາມາດ ອອກໄປກວດກາ ໄດ້ຄົບຖ້ວນ ເນື່ອງຈາກ ຣະດູຝົນ ແລະ ການຄົມມະນາຄົມ ກໍບໍ່ ສະດວກສະບາຍ ຈື່ງຕ້ອງໄດ້ ຢຸດໄປກອ່ນ ຄາດວ່າ ປີຫນ້າຈະເລີ້ມໃຫມ່. ດັ່ງເຈົ້າ ຫນ້າທີ່ ຫ້ອງການທີ່ດີນ ແຂວງເຊກອງ ເວົ້າວ່າ:
"ໂຕນີ້ ມັນກໍມີ ບັນຫາ ຫລາຍຢ່າງ ບັນຫາເວົ້າເຣື້ອງ ພື້ນທີ່ ທີ່ເຮົາ ອະນຸຍາດເຊົ່າ ສຳປະທານ ສ່ວນຫລາຍ ມັນຢູ່ໃນເຂດ ຊົນນະບົດ ການຄົມມະນາຄົມ ຫຍຸ້ງຍາກ ເພາະວ່າ ຣະດູນີ້ ມັນຣະດູຝົນ ມັນຈື່ງເຮັດໃຫ້ ການກວດການີ້ ມັນຊ້າ ເພາະວ່າ ເຮົາໄປກວດການ ເຮົາຕ້ອງໄດ້ຍ່າງ ສຳຣວດແທກໃຫມ່ ກວດກາເບີ່ງ ທາງດ້ານນິຕິກັມ ແລະ ທາງດ້ານ ຈັດຕັ້ງ ປະຕິບັດ ໂຕຈິງ".
ເຈົ້າຫນ້າທີ່ ເວົ້າຕໍ່ໄປວ່າ ມາຮອດປັດຈຸບັນ ແຂວງເຊກອງ ສາມາດ ກວດກາຄືນໄດ້ ພຽງແຕ່ 2 ບໍຣິສັດເທົ່ານັ້ນ ຈາກ 10 ບໍຣິສັດ ທີ່ທາງແຂວງ ໃຫ້ສຳປະທານ ໂດຍສະເພາະທີ່ ເມືອງທ່າແຕງ ຊື່ງໃນປັດຈຸບັນ ກໍເປັນຊ່ວງ ຣະດູຝົນ ການເຂົ້າໄປກວດ ທາງພາກສນາມ ກໍລຳບາກ ມີແຕ່ກວດກາ ເອກສານ ຫລືນິຕິກັມ ເພື່ອຢາກຮູ້ວ່າ ນັກລົງທືນ ໄດ້ປະຕິບັດ ຕາມສັນຍາ ຫລືບໍ. ທ່ານວ່າ ບັນຫາທີ່ພົບເຫັນ ໃນການ ກວດກາ 2 ບໍຣິສັດຄືນນັ້ນ ສ່ວນໃຫຍ່ ແມ່ນເຣື້ອງທີ່ດີນ ທ່ານກ່າວເພີ້ມວ່າ:
"ສ່ວນຫລາຍ ມີແຕ່ບັນຫາທີ່ດີນ ທີ່ເຮົາອະນຸຍາດໃຫ້ ຂະເຈົ້າເຊົ່າ ສຳປະທານ ມັນບໍ່ພໍກັບ ທີ່ດີນທີ່ເຮົາກຳນົດ ທີ່ເຮົາໄດ້ ອະນຸຍາດ ມັນຈະເປັນແນວນັ້ນ ບັນຫາ ໂຕອື່ນ ກໍບໍ່ມີຫຍັງ".
ທ່ານວ່າ ແຂວງເຊກອງ ຈະມີນັກລົງທືນ ຈີນ ແລະ ວຽດນາມ ເຂົ້າມາລົງທືນ ຫລາຍກວ່າຫມູ່ ສ່ວນໃຫຍ່ ຈະລົງທືນ ປູກກາເຟ ຢາງພາລາ ແລະ ພືດພັນ ໝາກຖົ່ວດິນ ແລ້ວແຕ່ ເງື່ອນໄຂ ຄວາມ ຕ້ອງການ ຂອງຕລາດ.