ຂ.ເຊກອງເລັ່ງພັທນາ ໂຄງຮ່າງພື້ນຖານ 2 ເມືອງ
2011.01.26
ກົດຟັງສຽງ
ເຖິງແມ່ນວ່າ ຈະມີການພັທນາ 2 ເມືອງດັ່ງກ່າວ ໃນລະຍະຜ່ານມາ ແລ້ວກໍຕາມ, ເນື່ອງຈາກວ່າ ສະພາບພູມີອາກາດ ແລະ ອຸປສັກ, ເປັນຕົ້ນແມ່ນ ຣະເບີດ ທີ່ຍັງບໍ່ທັນແຕກ ນັ້ນ ເປັນບັນຫາ ໃນການພັທນາ. ເຈົ້າໜ້າທີ່ ຫ້ອງການ ກໍ່ສ້າງຮາກຖານ ການເມືອງ ແຂວງເຊກອງ ກ່າວວ່າ:
“ພວກເຮົາ ຈະເລັ່ງໃສ່ 2 ຕົວເມືອງ ຂອງເມືອງທຸກຍາກ, ເມືອງກະລຶມ ແລະ ເມືອງດັກຈຶ໋ງ ຕ້ອງໄດ້ເລັ່ງໃສ່ ເຣື້ອງການສ້າງ ຖນົນຫົນທາງ ຕ້ອງໄດ້ເຮັດໂຄງຮ່າງ ເປັນເມືອງ ຣະບົບໄຟຟ້າ, ຣະບົບ ນໍ້າສະອາດ, ເຣື້ອງການສຶກສາ, ສາທາຣະນະສຸກ. ສຸດທ້າຍ ກໍເຣື້ອງການສ້າງ ສຸຂສາລາ, ການຈັດສັນ ອາຊີບ ໃຫ້ແກ່ ປະຊາຊົນ ເຂົາກໍມີ ແຕ່ວ່າ ບໍ່ທັນມີຫລາຍ ບໍ່ຄື ເມືອງອື່ນ.”
ທ່ານ ກ່າວຕື່ມວ່າ ເຖິງແມ່ນວ່າ ມີການພັທນາ 2 ເມືອງ ດັ່ງກ່າວ ໃນທຸກໆ 5 ປີ ຕາມນະໂຍບາຍ ຂອງຣັຖບານແລ້ວ ກໍຕາມ, ແຕ່ສະພາບ ໂຄງຮ່າງພື້ນຖານ ຂອງ 2 ເມືອງດັ່ງກາວ ກໍຍັງບໍ່ສາມາດ ທຽບເທົ່າ ໄດ້ກັບເມືອງທ່າແຕງ ແລະ ເມືອງລະມ່າມ ໃນແຂວງເຊກອງ ຍອ້ນວ່າ ເມືອງນີ້ ມີປະຊາຊົນ ບັນດາເຜົ່າ ອາສັຍຢູ່ຫລາຍ ແລະ ປະຊາຊົນ ເຫລົ່ານັ້ນ ມີຄວາມຮູ້ ແລະ ຄວາມສາມາດໜ້ອຍ ໃນເຣື້ອງ ການທໍາມາຫາກິນ.
ນອກຈາກນັ້ນ ເຣື້ອງຂອງປະຊາຊົນ ຊາວເຜົ່າ ແລະ ສະພາບພູມີປະເທດ ທີ່ເປັນອຸປສັກ ໃນການພັທນາ ໂຄງຮ່າງພື້ນຖານ ແລ້ວນັ້ນ, ອຸປສັກ ທີ່ສໍາຄັນ ອີກຢ່າງນຶ່ງ ກໍຄື ເຣື້ອງຂອງຣະເບີດ ບໍ່ທັນແຕກ ທີ່ຍັງ ຫລົງເຫລືອ ຢູ່ຈໍານວນຫລາຍ, ດັ່ງເຈົ້າໜ້າທີ່ ກ່າວຕື່ມວ່າ:
“ແຕ່ກ່ອນ ມັນເປັນເມືອງ ທີ່ຖືກສົງຄາມ ທໍາລາຍ ພວກອະເມຣິກາ ຖິ້ມລະເບີດ ຢູ່ແຖວໆນັ້ນ ມັນກໍເຮັດໃຫ້ ປະຊາຊົນ ຂະເຈົ້າ ກໍເຮັດການຜລິດຍາກ. ເຣື້ອງຣະເບີດ ບໍ່ທັນແຕກ ກໍຍັງມີຫລາບຍ ການເກັບກູ້ ມັນຕ້ອງໄດ້ ເກັບກູ້ລະເບີດອອກ ຄັກແນ່ ມັນຈຶ່ງມາຫາກິນໄດ້ ສະດວກສະບາຍ.”
ສໍາລັບ 2 ເມືອງທຸກຍາກນີ້ ໄດ້ມີອົງການ ເກັບກູ້ລະເບີດ ເຂົ້າໄປ ຊ່ອຍເຫລືອ ເພື່ອໃຫ້ປະຊາຊົນ ໄດ້ມີພື້ນທີ່ ທໍາມາຫາກິນ ຢ່າງປອດພັຍ ແລະ ງົບປະມານ ໃນການພັທນາ ຕົວເມືອງ ຈາກຣັຖບານ ທີ່ຜ່ານ ການຮັບຮອງ ຈາກສະພາແຫ່ງຊາດ, ຊຶ່ງການພັທນາ ດັ່ງກ່າວນີ້ ຈະຕ້ອງໃຊ້ເວລາ, ແຕ່ຖ້າທຽບໃສ່ ເມື່ອກ່ອນແລ້ວ ຖືວ່າ ມີການພັທນາ ດີຂຶ້ນ.