ເຈົ້າແຂວງເຊກອງວ່າ ບໍ່ໄດ້ຂັງຊາວບ້ານ

ເຈົ້າແຂວງ ເຊກອງ ປະຕິເສດ ການຈັບຂັງ ຊາວບ້ານ ທີ່ຮຽກຮ້ອງ ສິທທິ ທີ່ດິນ ຂອງຂະເຈົ້າ.
ໂພໄຊສວັດ
2012.06.21
F-Thataeng-xekong ເມືອງທ່າແຕງ ແຂວງເຊກອງ
mondo

ຕາມຣາຍງານ ຂ່າວ ວິທຍຸ ເອເຊັຍເສຣີ ຂອງພວກເຮົາ ໃນວັນທີ 18 ມິຖຸນາ 2012 ທີ່ວ່າ ຊາວບ້ານ ບ້ານຫຍຶກ ເມືອງທ່າແຕງ ແຂວງເຊກອງ ໄດ້ຖືກຈັບ ໃນຂໍ້ຫາ ເຄື່ອນໄຫວ ປະທ້ວງຮຽກຮ້ອງ ຊຶ່ງເຫັນວ່າ ເປັນການ ບໍ່ເຄົາຣົບ ນັບຖື ເຈົ້າແຂວງນັ້ນ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ ຖາມ ທ່ານ ຄໍາເຜີຍ ບຸດດາວົງ ເຈົ້າແຂວງ ເຊກອງ ທີ່ໄດ້ ປະຕິເສດວ່າ:

"ບໍ່ມີຄວາມຈິງ ອັນນັ້ນ ເປັນການ ໃສ່ຮ້າຍປ້າຍສີ ຂອງຄົນບໍ່ດີ ພວກເຮົາ ບໍ່ໄດ້ຈັບໃຜ ບໍ່ໄດ້ກັກຂັງ ຜູ້ໃດ ບໍໄດ້ມີ".

ນອກຈາກນີ້ ວິທຍຸ ເອເຊັຍເສຣີ ຍັງໄດ້ຕິດຕໍ່ ຖາມ ເຈົ້າເມືອງ ທ່າແຕງ ແຂວງເຊກອງ ທ່ານ ຄໍາສອນ ກອນເຍີ ກ່ຽວກັບ ເຣື່ອງດັ່ງກ່າວ ແລະ ທ່ານກໍໄດ້ ຕອບວ່າ:

"ອັນນີ້ ບໍ່ແມ່ນ ຈັບກຸມ ເຂົາເອົາມາ ສືບສວນ ສອບສວນ ເພາະວ່າມັນມີ ຄໍາຮ້ອງທຸກ ຂອງເຂົາ ຫັ້ນເດ໋ ໄປຫາ ກະຊວງຫັ້ນ ຍັງສອບຖາມ ຂໍ້ມູນ ເຂົາຂຽນ ຄໍາຮ້ອງຫັ້ນ ຍ້ອນເຫດ ຜົນຫຍັງ ຢາກຮູ້ຕົວນັ້ນ ມາສອບສວນ ສອບສວນ ຖາມກັນ ໜີ້ ນ໋າ".

ເຫດການ ທີ່ເກີດຂຶ້ນ ເນື່ອງມາຈາກ ເມື່ອປີ 2006 ທາງການລາວ ໄດ້ອະນຸມັດ ໃຫ້ບໍຣິສັດ ບີດີນາ ຈາກວຽດນາມ ເຂົ້າມາ ສໍາປະທານ ປູກ ຢາງພາຣາ ຈື່ງເກີດມີ ບັນຫາ ຂັດແຍ່ງ ຣະຫວ່າງ ຊາວບ້ານ ກັບ ບໍຣິສັດ ທີ່ໄດ້ຮັບ ສໍາປະທານ. ຕໍ່ມາຊາວບ້ານ ກໍໄດ້ ພຍາຍາມ ຮ້ອງຮຽນ ຂໍຄວາມເປັນທັມ ຈາກທາງແຂວງ ແຕ່ກໍບໍ່ມີ ຄວາມຄືບໜ້າ ຈຶ່ງໄດ້ຍື່ນ ຮ້ອງທຸກ ຕໍ່ສະພາ ແຫ່ງຊາດ ໃຫ້ຊ່ວຍ ແກ້ໄຂບັນຫາ ດັ່ງກ່າວ. ສະພາ ແຫ່ງຊາດ ກໍໄດ້ສັ່ງໃຫ້ ທາງການ ແຂວງເຊກອງ ເປັນຜູ້ແກ້ ໄຂບັນຫາ ແຕ່ກໍໄດ້ ງຽບໄປອີກ. ພວກຊາວບ້ານ ຈຶ່ງບໍ່ພໍ ໃຈຫຼາຍຂື້ນ ແລະ ໄດ້ອອກມາ ຮຽກຮ້ອງ ຈື່ງຖືກຈັບກຸມ ດັ່ງທີ່ ຂ່າວໄດ້ ຣາຍງານມາ.

ກ່ຽວກັບເຣື່ອງນີ້ ຊາວບ້ານ ຜູ້ບໍ່ປະສົງ ອອກຊື່ ໄດ້ໃຫ້ ຂໍ້ມູນກັບ ວິທຍຸ ເອເຊັຍເສຣີ ວ່າຫລ່າສຸດ ຊາວບ້ານ ທີ່ຖືກຈັບຜູ້ 1 ໄດ້ຖືກປ່ອຍ ອອກມາແລ້ວ ແຕ່ຍັງມີອີກ 6 ຄົນ ທີ່ຍັງຖືກ ກັກຂັງຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.