ທາງການລາວບອກວ່າບໍ່ຮູ້ ວ່າທ່ານສົມພອນຢູ່ໃສ
2012.12.21
ແຫລ່ງຂ່າວ AP ລາຍງານວ່າ ໃນວັນພຣະຫັດ ວັນທີ 20 ທັນວາ ປີ 2012 ທາງການລາວ ອອກມາ ປະຕິເສດ ໃນຄວາມຮັບຜິດຊອບ ຕໍ່ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກເຄື່ອນໄຫວ ທາງສັງຄົມ ຄົນສຳຄັນ ຂອງລາວ ແລະ ໃຫ້ຄຳເຫັນວ່າ ອາດແມ່ນບັນຫາ ຄວາມຂັດແຍ່ງ ສ່ວນຕົວ. ແຕ່ຄຳຖແລງ ດັ່ງກ່າວ ບໍ່ໄດ້ເຮັດໃຫ້ ອົງການໃດ ບຸກຄົນໃດ ຫລຸດຜ່ອນ ຄວາມສົງສັຍ ທີ່ວ່າທ່ານ ສົມບັດ ຖືກຄວບຄຸມ ໂດຍເຈົ້າຫນ້າທີ່ ຮັກສາ ຄວາມປອດພັຍ ຂອງ ຣັຖບານລາວ.
ທ່ານ ສົມບັດ ອາຍຸ 60 ປີ ເຊື່ອວ່າ ຍັງຢູ່ໃນການ ຄວບຄຸມ ຂອງ ເຈົ້າຫນ້າທີ່ລາວ ຫລັງຈາກຮູບ ໃນກ້ອງ ວົງຈອນປິດ ໃນມື້ທີ່ເກີດເຫດ ສະແດງ ໃຫ້ເຫັນວ່າ ລາວຖືກກັກໂຕ ຢູ່ສຖານີ ຕຳຣວດ ຊ່ົວຣະຍະນື່ງ ຫລັງຈາກນັ້ນ ກໍຖືກນຳໂຕ ຂື້ນຣົຖໄປ ພ້ອມກັບ ຜູ້ຊາຍ ສອງຄົນ ແລ້ວຂັບຫນີໄປ ຢ່າງບໍ່ຮູ້ຮ່ອງຮອຍ ຕັ້ງແຕ່ ມື້ວັນເສົາ ເປັນຕົ້ນມາ.
ຖແລງການ ຂອງໂຄສົກ ກະຊວງ ຕ່່າງປະເທດ ລາວ ໃນຫນັງສືພິມ ຂ່າວສານ ປະຊາຊົນລາວ ໃນມື້ວັນພຸດ ວັນທີ 19 ທັນວາ ວ່າທາງກະຊວງ ຍອມຮັບວ່າ ໄດ້ຮັບການແຈ້ງຄວາມ ຈາກ ພັລຍາ ຂອງທ່ານ ສົມບັດ ແລະ ກໍໄດ້ເບີ່ງຮູບ ພາບໃນກ້ອງ ວົງຈອນປິດ ຈື່ງໃຫ້ຄຳ ສັນນິຖານວ່າ ທ່ານ ສົມບັດ ອາດຖືກ ລັກພາໂຕ ຍ້ອນບັນຫາ ຄວາມຂັດແຍ່ງ ສ່ວນຕົວ ຫລື ທາງດ້ານ ທຸຣະກິດ ແລະ ເຈົ້າຫນ້າທີ່ ກ່ຽວຂ້ອງ ກຳລັງ ສືບສວນ ເຣື້ອງນີ້ຢ່າງ ຈິງຈັງ ຢູ່ໃນເວລານີ້.
ແຕ່ອົງການ ຕ່າງຊາດ ຫລາຍອົງການ ຍັງບໍ່ເຊື່ອ ໃນຄຳຖແລງການ ຂອງ ທາງການລາວ.