ເຂື່ອນເຊກະໝານ 3 ເລີ້ມການທົດລອງ

ເຂື່ອນໄຟຟ້າ ເຊກະໝານ 3 ໃນແຂວງ ເຊກອງ ໄດ້ສ້າງ ສຳເຣັຈແລ້ວ ແລະ ກຳລັງ ທົດລອງ ເຄື່ອງຈັກ ແລະ ກົນໄກ ຕ່າງໆ.
ຫວາດ ສີມູນ
2011.12.01
F-xekaman-dam ແຜນທີ່ ບ່ອນກໍ່ສ້າງ ເຂື່ອນ ເຊກະໝານ 3
CLEAN DEVELOPMENT MECHANISM

ກົດຟັງສຽງ

ໂຄງກາຣ ສ້າງເຂື່ອນ ໄຟຟ້າ ເຊກະໝານ 3 ໃນແຂວງ ເຊກອງ ສ້າງແລ້ວ ສຳເຣັຈ ແຕ່ເດືອນ ຕຸລາ ຜ່ານມາ ແລະ ປັຈຈຸບັນ ຢູ່ໃນຂັ້ນຕອນ ອັດຕັນນ້ຳ ເພື່ອກາຣ ທົດລອງ ເຄື່ອງຈັກ ແລະກົນໄກ ຕ່າງໆ ແລະ ຄາດວ່າ ຈະສາມາຖ ເຣີ່ມເປີດ ໃຫ້ມີກາຣ ຜລິຕກະແສ ໄຟຟ້າ ໄດ້ຢ່າງ ເປັນທາງກາຣ ໃນໄວໆນີ້. ດັ່ງເຈົ້າໜ້າທີ່ ກົມໄຟຟ້າ ກະຊວງ ພລັງງານ ແລະ ບໍ່ແຮ່ ທ່ານໜຶ່ງ ໄດ້ກ່າວວ່າ:

"ເຊກະໝານ 3 ແລ້ວໆເດ໋ ຕັນນ້ຳເມື່ອ ອາທິຕກ່ອນ ແລ້ວ ເມື່ອເດືອນກ່ອນ ຫັ້ນນ໋າ ດຽວນີ້ເພີ່ນ ກຳລັງ ຕັນນ້ຳອ່າງ ຄັນ ເພີ່ນພ້ອມແລ້ວ ເພີ່ນສິລອງ ເຄື່ອງ ອີຫຽັງຮຽບຮ້ອຍ ແລ້ວ ເພີ່ນສິສເນີຫາ ກະຊວງ ພລັງງານ ກະຊວງພລັງງານ ເປັນຜູ້ອອກ ອະນຸຍາຕ ເວລາ ປ່ອຍໄຟ".

ພ້ອມດຽວກັນນີ້ ທ່ານກໍວ່າ ເຂື່ອນ ເຊກະໝານ 3 ດັ່ງກ່າວ ໄດ້ເຣີ່ມ ແຕ່ຕົ້ນປີ 2006 ມາ ໃນມູລຄ່າ ກາຣກໍ່ສ້າງ ທັງໝົດ 270 ລ້ານ ດອລລາຣ໌ ສະຫະຣັຖ ແລະ ສ້າງຂຶ້ນ ຢູ່ເຂຕເມືອງ ດັກຈຶ້ງ ແຂວງ ເຊກອງ ຊຶ່ງຢູ່ໃກ້ກັບ ຊາຍແດນ ລາວ-ວຽຕນາມ ແລະ ຈະສາມາຖ ຜລິຕກະແສ ໄຟຟ້າໄດ້ 250 ເມກະວັຕ ໂດຽມີ ກຳໜົດ ແບ່ງໄວ້ ໃຫ້ບໍຣິກາຣ ຢູ່ພາຍໃນ ປະມານ 15% ແລະ ສ່ວນທີ່ເຫລືອ 85% ນັ້ນ ແມ່ນສຳລັບ ສົ່ງອອກຂາຍ ໄປຍັງ ວຽຕນາມ ພາຍຫລັງ ທີ່ມີ ກາຣເປີດໃຊ້ ຢ່າງເປັນ ທາງກາຣ ໃນໄວໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 01, 2011 11:25 PM

if you like that subject you should pay udertable to employer technicial if you pay udertable you do not come to exame or
register wiatting date to openning term