ກົດຟັງສຽງ
ທ່ານ ດາວວົງ ພອນແກ້ວ ເຈົ້າໜ້າທີ່ ໄຟຟ້າ ຂອງລາວ ກ່າວວ່າ ປັດຈຸບັນ ທາງຝ່າຍ ລາວ ກຳລັງ ປຶກສາຫາລື ກັນຢູ່ ວ່າຈະຂໍໃຫ້ ບໍຣິສັດ ຊໍ ການຊ່າງ ຊ່ວຍເຫລືອ ຄ່າໃຊ້ຈ່າຍ ໃນການສຶກສາ ສຳຣວດ ຄືນໃໝ່ ເຖີງ ຜົນກະທົບ ຈາກການສ້າງ ເຂື່ອນ ໄຊຍະບຸຣີນັ້ນ.
ທ່ານ ດາວວົງ ກ່າວອີກວ່າ ການສຶກສາ ສຳຣວດ ຄືນໃໝ່ນັ້ນ ຈະໃຊ້ເງິນ ຫລາຍເທົ່າໃດ ມັນຂື້ນ ກັບວ່າ ຈະຈ້າງ ນັກຊ່ຽວຊານ ຫລາຍເທົ່າໃດ; ການສຳຣວດ ຈະໃຊ້ ເວລາ 6 ເດືອນ ເຖິງ 12 ເດືອນ ຈຶ່ງ ຈະສຳເຣັດ. ທ່ານ ດາວວົງ ຢືນຢັນວ່າ ທາງການລາວ ໄດ້ໂຈະ ການສ້າງເຂື່ອນ ໄຊຍະບຸຣີ ອອກໄປແທ້ ແຕ່ບໍ່ໄດ້ ໂຈະ ຕລອດໄປ ຫລືໂຈະໄປຮອດ ສິບປີ ພຽງແຕ່ໂຈະ ຊົ່ວຄາວ ເທົ່ານັ້ນ.
ທາງການລາວ ຢາກສຶກສາ ສຳຣວດ ຜົນກະທົບ ຈາກການ ເຂື່ອນ ໄຊຍະບຸຣີ ຄືນໃໝ່ ກໍເພາະວ່າ ສາມປະເທດ ສະມາຊິກ ຂອງ ຄນະກັມມາທິການ ແມ່ນ້ຳຂອງ ຄື: ໄທ ກຳພູຊາ ແລະ ວຽດນາມ ຂໍໃຫ້ທາງ ຝ່າຍລາວ ສຶກສາ ສຳຣວດ ໃຫ້ຄັກແນ່ ກ່ອນຈະ ລົງມືສ້າງ. ສ່ວນ ຄນະກັມມາທິການ ແມ່ນ້ຳຂອງ ຫລື MRC ໄດ້ສເນີ ໃຫ້ ສປປລາວ ໂຈະ ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ແລະ ໂຄງການ ສ້າງເຂື່ອນອື່ນໆ ໃສ່ແມ່ນ້ຳຂອງ ເປັນເວລາ ສິບປີ.
ທ່ານ ສຸພະມາດ ຕຣີວິສວາເວດ ຮອງ ປະທານ ບໍຣິສັດ ຊໍ ການຊ່າງ ກ່າວວ່າ ຈົນເຖິງ ປັດຈຸບັນ ທາງ ບໍຣິສັດ ຍັງບໍ່ທັນ ໄດ້ຮັບແຈ້ງໃດໆ ຈາກທາງ ການລາວ ກ່ຽວກັບ ການຂໍໃຫ້ ຊ່ວຍເຫລືອ.
ບໍຣິສັດ ຊໍ ການຊ່າງ ເປັນບໍຣິສັດ ກໍ່ສ້າງ ໃຫຍ່ຢູ່ໄທ ມີຫຸ້ນສ່ວນ ໃນການ ສ້າງເຂື່ອນ ໄຊຍະບຸຣີ ເຖິງ 57 ສ່ວນຮ້ອຍ.