ເລີ້ມມີການຕໍ່ຕ້ານເຂື່ອນ ໄຊຍະບູຣີ
2011.03.09
ກົດຟັງສຽງ
ກັມມາທິການ ແມ່ນໍ້າຂອງ MRC ແນະນໍາໃຫ້ເຍີ້ນ ເວລາການ ສ້າງເຂື່ອນໃສ່ ແມ່ນໍ້າຂອງ ແຂວງ ໄຊຍະບູຣີ ຢ້ານວ່າມີ ຜົນກະທົບ ກະເທືອນ ໜັກຕໍ່ ປະຊາຊົນ ຫລາຍລ້ານຄົນ ທີ່ອາໄສຢູ່ ທາງໃຕ້ຂອງເຂື່ອນ ແລະອາໄສ ຕໍ່ປູປາໃນນໍ້າ ແລະ ດິນຕະກອນ ທີ່ໃຊ້ໃນການ ປູກຝັງ ແລະ ການດໍາຣົງຊີວິດ. ໂຄງການສ້າງເຂື່ອນ ນີ້ເປັນ ການນາບຂູ່ ອັນໃຫ່ຽຫລວງ ຕໍ່ຄົນ ຫລາຍລ້ານຄົນ ໂດຍສະເພາະ ປະຊາຄົມ
ການປະໂມງ ທີ່ອາໄສ ຢູ່ອ້ອມແອ້ມໜອງໃຫ່ຍ ຕົງເລສາບ ໃນກໍາພູຊາ ແລະ ຊາວກະສິກອນ ທີ່ອາໄສຢູ່ເຂດ ສາມຫລ່ຽມ ແມ່ນໍ້າຂອງ ຊື່ງເປັນ ອູ່ເຂົ້າອູ່ປາ ຂອງວຽດນາມ. ຕາມລາຍງານ ຂອງໜັງສືພິມ the nation ຂອງໄທ.
ລາຍງານວ່າ ສະຖານທີ່ ກໍ່ສ້າງເຂື່ອນ ແມ່ນຢູ່ໄກ້ໆ ກັບເສັ້ນ ແຜ່ນດິນຫຍະ ບ່ອນທີ່ເກີດ ແຜ່ນດິນໄຫວ ຂນາດເບົາຂື້ນ ເມື່ອເດືອນ ຜ່ານມານີ້. ຄວາມເປັນຫ່ວງ ກ່ຽວກັບ ໂຄງການສ້າງເຂື່ອນ ນີ້ວ່າມັນຈະ ເປັນການນາບຂູ່ ຕໍ່ຄວາມປອດໄພ ດ້ານເຂົ້າປາ ອາຫານ ໃນວຽດນາມ ຫລືບໍ່ນັ້ນຖືກ ນໍາຂື້ນມາ ສົນທະນາກັນ ຢູ່ທີ່ເວທີ ສະມາຄົມ ນັກຂ່າວ ຕ່າງປະເທດ ທີ່ບາງກອກ ປະເທດໄທ ໂດຍມີທ່ານ Jeremy Bird ປະທານບໍຣິຫານ MRC ຮ່ວມກັບບັນດາ ນັກອານຸຮັກ ສິ່ງແວດລ້ອມ.
ໂຄງການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແຂວງໄຊຍະບູຣີ ຈະຖືກນໍາໄປ ສົນທະນາ ກັນອີກຢູ່ທີ່ ກອງປະຊຸມ MRC ຄັ້ງຕໍ່ໄປ ຢູ່ທີ່ປະເທດ ກໍາພູຊາ. ເມື່ອອາທິດ ກ່ວາໆມານີ້ ເຈົ້າໜ້າທີ່ຂັ້ນສູງ ນັກຊ່ຽວຊານ ແລະ ໜັງສືພິມ ວຽດນາມ ນະຄອນໂຮຈີມິນ ກໍໄດ້ສະແດງຄວາມ ບໍ່ເຫັນພ້ອມນໍາ ການສ້າງເຂື່ອນ ດັ່ງກ່າວ. ສໍາລັບຣັຖບານໄທ ທີ່ວ່າຈະບໍ່ເອົາ ທ່າທີໃດໝົດ ແຕ່ ຈະສະເໜີ ໃຫ້ມີການ ສອບຖາມ ຄວາມເຫັນຂອງ ປະຊາຊົນ ທີ່ອາໄສຢູ່ແຄມ ແມ່ນໍ້າຂອງ.
ແຕ່ເຖິງຢ່າງໃດ ກໍດີ ອົງການ ອານຸຮັກ ສິ່ງແວດລ້ອມ ໃນປະເທດໄທ ຫລາຍກຸ່ມ ກໍອອກໂຄສະນາ ບໍ່ເຫັນພ້ອມນໍາ ການສ້າງເຂື່ອນ ໄຊຍະບູຣີ ມາດົນແລ້ວ. ນັກວິຊາການລາວ ເຊື່ອວ່າໂຄງການ ສ້າງເຂື່ອນ ໄຊຍະບູຣີ ຈະມີຜົນ ກະທົບກະເທືອນ ຕໍ່ດ້ານສິ່ງ ແວດລ້ອມ ໜ້ອຍທີ່ສຸດ.