ເຂື່ອນໄຊຍະບຸຣີ ອາຈເລີ້ມທ້າຍປີນີ້

ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບຸຣີ ມີຄວາມ ຄືບໜ້າຫລາຍ.
ໂພໄຊສວັດ
2011.01.05

ກົດຟັງສຽງ

ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບຸຣີ ມີຄວາມຄືບໜ້າ ຫລາຍຂຶ້ນ ຫລັງຈາກທີ່ ປະເທດເພື່ອນບ້ານ ສົນໃຈຮັບຊື້ ກະແສໄຟຟ້າ ຈາກເຂື່ອນ ດັ່ງກ່າວ ຢ່າງແນ່ນອນ. ປັດຈຸບັນນີ້ ທາງບໍຣິສັດ ກໍ່ສ້າງ ກຳລັງຢູ່ໃນຂັ້ນ ສຶກສາ ຜົນກະທົບ ແລະ ເຊື່ອວ່າ ຈະບໍ່ມີຜົນ ກະທົບຮຸນແຮງ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ທ້ອງຖິ່ນ. ເຈົ້າໜ້າທີ່ ຣັຖວິສາຫະກິດ ໄຟຟ້າ ລາວເວົ້າວ່າ:

"ຜົນກະທົບ ຕໍ່ປະຊາຊົນ ກໍບໍ່ມີ ຫລາຍດອກ ມີແຕ່ເວົ້າເຣື້ອງ ປາສື່ໆແນວນ້ຳ ປາຂຶ້ນມາໄຂ່ ເຂົາເຈົ້າ ກໍເຮັດສຳຣວດ ກໍຈະບໍ່ມີ ບັນຫາ ເພາະວ່າ ຜົນກະທົບ ດ້ານສິ່ງແວດລ້ອມ ແທ້ໆ ກໍຈະບໍ່ຫລາຍ ກໍກຳລັງ ເຈຣະຈາ ເຊັນເຣື້ອງ PPA ກັບໄຟຟ້າ ລາວ ຢູ່ ທ້າຍ ປີ 2011 ກໍຈະໄດ້ສ້າງ".

ທ່ານເວົ້າ ຕໍ່ໄປວ່າ ສຳລັບ ຈຳນວນ ປະຊາຊົນ ຊາວບ້ານ ທີ່ຈະຕ້ອງ ໄດ້ໂຍກຍ້າຍ ອອກຈາກບ່ອນຢູ່ ອາສັຍ ກໍອາດຈະບໍ່ ຫລວງຫລາຍ ແລະ ບັນຫາ ຜົນກະທົບ ເຣື້ອງ ສະພາບແວດລ້ອມ ໃນນ້ຳ ແລະ ຈຳນວນປາ ທີ່ອາດຈະ ກະທົບກະເທືອນ ແລະ ເຮັດໃຫ້ມີ ໜ້ອຍລົງ ກໍອາດຈະ ບໍ່ແມ່ນບັນຫາ ໃຫຍ່ໂຕ. ສຳລັບການ ເຈຣະຈາ ຊື້ຂາຍ ກະແສໄຟຟ້າ ກໍກຳລັງ ຕິດຕໍ່ ປຶກສາຫາລື ກັບທາງຝ່າຍໄທ ຢູ່ ຊຶ່ງທາງຝ່າຍໄທ ກໍສະແດງ ຈຸດປະສົງ ວ່າຢາກຈະຊື້. ສ່ວນບໍລິສັດ ຊໍການຊ່າງ ຂອງໄທ ທີ່ໄດ້ຮັບປະມູນ ໃນການກໍ່ສ້າງ ກໍກຳລັງຊອກ ກູ້ຢືມເງິນ ເພື່ອໃຊ້ໃນ ການກໍ່ສ້າງ ຈາກກຸ່ມ ທະນາຄານ ໃນໄທ ແລະ ຈາກປະເທດ ອື່ນໆຢູ່.

ເຖິງຢ່າງໃດ ກໍຕາມ ອົງການປົກປ້ອງ ສິ່ງແວດລ້ອມ ເຊັ່ນອົງການ ແມ່ນ້ຳສາກົນ ແລະ ອົງການ ອະນຸຮັກ ແມ່ນ້ຳຂອງ TERRA ກໍຍັງດຳເນີນ ການຕໍ່ຕ້ານ ໂຄງການ ສ້າງເຂື່ອນ ດັ່ງກ່າວນີ້ ຢູ່ຍ້ອນເຊື່ອວ່າ ໂຄງການ ດັ່ງກ່າວ ຈະກະທົບກະເທືອນ ຕໍ່ລະບົບ ນິເວດວິທຍາ ໃນແມ່ນ້ຳຂອງ ຢ່າງຮຸນແຮງ.

ເຂື່ອນໄຊຍະບຸຣີ ຈະສາມາດຜລິດ ກະແສໄຟຟ້າ ໄດ້ປະມານ 1,220 ເມັກກະວັດ ໃຊ້ງົບປະມານ ໃນການກໍ່ສ້າງ ສູງຮອດ 7.8 ໝື່ນລ້ານບາດ, ຊຶ່ງບໍຣິສັດ ຊໍການຊ່າງ ຂອງໄທ ໄດ້ຮັບ ສຳປະທານ ໃນການກໍ່ສ້າງ. ຫາກຜ່ານການ ສຳຣວດອອກແບບ ແລະ ສຶກສາ ຜົນກະທົບ ດ້ານສິ່ງແວດລ້ອມ ໝົດແລ້ວ ຄາດວ່າການ ກໍ່ສ້າງຈະເລີ້ມ ພາຍໃນ ທ້າຍປີ 2011.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.