ການປູກໝາກສາລີ ຂ.ໄຊຍະບູຣີ

ຊາວກະສິກອນ ແຂວງ ໄຊຍະບູຣີ ຢາກໃຫ້ ຣັຖບານ ເຂົ້າຊ່ວຍ ຄວບຄຸມ ຕລາດ ໝາກສາລີ
ມະນີຈັນ
2012.08.09
F-hill-tribes-corn ການປູກໝາກສາລີ ຂອງຊາວເຂົາ ໃນເມືອງສິງ ແຂວງຫຼວງນໍ້າທາ
insider-asia-web

ຊາວກະສິກອນ ປູກໝາກສາລີ ຈໍານວນຫລາຍ ໃນແຂວງ ໄຊຍະບູຣີ ໄດ້ຮັບ ຄວາມເດືອດຮ້ອນ ຍ້ອນບໍຣິສັດ ຫລື ພໍ່ຄ້າຄົນກາງ ບໍ່ມາຮັບຊື້ ຜົນຜລິດ ຕາມສັນຍາ ຫລືມາຊື້ ກໍຊື້ແບບ ກົດຣາຄາ ໂດຍອ້າງວ່າ ຜົນຜລິດ ບໍ່ໄດ້ມາຕຖານ ເຮັດໃຫ້ ຊາວກະສິກອນ ເປັນໜີ້ ທະນາຄານ ຫລາຍຂຶ້ນ ເພາະສ່ວນຫລາຍ ກູ້ຢືມເງິນ ມາລົງທຶນ ປູກຝັງ. ເມື່ອຂາຍບໍ່ໄດ້ ຫລືຂາຍ ໄດ້ຣາຄາຖືກ ກໍບໍ່ມີເງິນ ໃຊ້ໜີ້ ທະນາຄານ ດັ່ງຜູ້ຊ່ຽວຊານ ດ້ານກະສິກັມ ທ່ານນຶ່ງ ກ່າວວ່າ:

"ມີໝາກສາລີ ເປັນຈໍານວນຫລາຍ 100 ໂຕນ ທີ່ວ່າ ທາງບໍຣິສັດບໍ່ຊື້ ໂດຍຈະເປັນ ເງື່ອນໄຂວ່າ ຄຸນນະພາບ ມັນບໍ່ດີບໍ໋ ປະຊາຊົນ ຂາຍບໍ່ໄດ້ ມັນກໍກາຍ ເປັນໜີ້ເນາະ ເພາະວ່າໜີ້ ບໍ່ໄດ້ຮັບປະກັນ ປະຊາຊົນຕ້ອງ ໄດ້ຢືມເງິນ ຈາກທະນາຄານ ມາລົງທຶນ ອັນນີ້ແມ່ນບັນຫາ ຄືຄຸນນະພາບດີ ຫລືບໍ່ດີນີ້ ມັນພໍ່ຄ້າ ເປັນຜູ້ເວົ້າເອງ ຄືຊາວບ້ານ ຈະບໍ່ມີ ມາຕຖານ ໃນການກວດ ສອບວ່າ ອັນນີ້ມັນດີ ຫລືບໍ່ດີ".

ທ່ານເວົ້າ ຕໍ່ໄປວ່າ ປັດຈຸບັນ ຊາວກະສິກອນ ນິຍົມກັນ ປູກໝາກສາລີ ຫລາຍຂຶ້ນ ຮອງຈາກເຂົ້າ ເພາະຣັຖບານ ກໍສົ່ງເສີມ ແລະ ໃຫ້ການ ສນັບສນູນ ເປັນຕົ້ນເຣື່ອງ ແນວພັນ ຮວມເຖິງ ແນະນໍາ ວິທີການປູກ ແລະ ກໍມີບໍຣິສັດ ຈາກປະເທດ ເພື່ອນບ້ານ ເຂົ້າມາຮັບຊື້. ແຕ່ສິ່ງທີ່ ຊາວກະສິກອນ ຂາດກໍຄື ເຣື່ອງການ ກວດກາ ຄຸນນະພາບ ຜົນຜລິດ ເຮັດໃຫ້ເປັນ ຊ່ອງຫວ່າງ ຖືກເອົາ ລັດເອົາປຽບ ຈາກຜູ້ມາຮັບຊື້.

ຜົນຜລິດ ທີ່ເກັບກ່ຽວແລ້ວ ບໍ່ສາມາດ ເກັບໄວ້ດົນໄດ້ ເພາະຈະຖືກ ມອດກິນ ຄັນເມື່ອຟ້າວຂາຍ ກໍຈະມີ ພໍ່ຄ້າຫລື ບໍຣິສັດ ເຂົ້າມາເກັບຊື້ ໂດຍ ກົດຣາຄາ. ດັ່ງນັ້ນ ຊາວກະສິກອນ ທີ່ປູກໝາກສາລີ ຈຶ່ງຢາກໃຫ້ ທາງຣັຖບານລາວ ເຂົ້າຊ່ວຍເຫລືອ ໃນເຣື່ອງນີ້ ເພື່ອ ຮັບປະກັນ ຣາຄາ ບໍ່ໃຫ້ຖືກ ເຖິີງຂັ້ນຂາດທຶນ ແລະ ຊ່ວຍຮັບປະກັນ ໃຫ້ມີພໍ່ຄ້າ ຫລື ບໍຣິສັດ ມາຮັບຊື້ໄປ ຕາມທີ່ໄດ້ ສັນຍາກັບ ຊາວ ກະສິກອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.