ຊາວບ້ານທັກທ້ວງ ຣັຖບານຂາຍຊ້າງ
2012.10.09

ເຈົ້າໜ້າທີ່ ອົງການ ກອງທຶນ ສັດປ່າ ສາກົນ WWF ກ່າວໃນວັນທີ 9 ຕຸລາ 2012 ນີ້ວ່າ ທາງ WWF ແລະ ຊາວບ້ານ ຈໍານວນນຶ່ງ ໄດ້ພາກັນ ປະທ້ວງ ຫລັງຈາກ ທີ່ໄດ້ຮູ້ວ່າ ຣັຖບານລາວ ໄດ້ເຊັນສັນຍາ ຂາຍຊ້າງ ຈໍານວນ 8 ໂຕ ທີ່ໄດ້ມາຈາກ ແຂວງ ໄຊຍະບຸຣີ ໃຫ້ປະເທດ ຍີ່ປຸ່ນ ເພື່ອເອົາໄປໄວ້ ໃນສວນສັດ ແລະ ເພື່ອໄປຊ່ວຍ ປົວແປງຈິດໃຈ ຂອງ ຊາວຍີ່ປຸ່ນ ພາຍຫລັງທີ່ ໄດ້ຜ່ານພົ້ນຈາກ ມະຫາພັຍພິບັດ ສຸນາມິ. ທາງອົງການ WWF ເຫັນວ່າ ການຂາຍຊ້າງ ເປັນການກະທໍາ ທີ່ບໍ່ສົມຄວນ ຍ້ອນວ່າ ຈໍານວນຊ້າງ ໃນລາວ ມີໜ້ອຍຢູ່ແລ້ວ ໃນປັດຈຸບັນ. ເຈົ້າໜ້າທີ່ ເວົ້າວ່າ:
"ເຮົາບໍ່ເຫັນດີ ແຕ່ວ່າເຮົາກໍຍັງ ປະທ້ວງຢູ່ ບໍ່ໃຫ້ສົ່ງຊ້າງ ໄປຍີ່ປຸ່ນ ເງື່ອນໄຂ ກໍຍ້ອນວ່າ ບາງກໍຣະນີ ກໍຣາຄາ ທີ່ວ່າຂະເຈົ້າ ສັ່ງຊື້ຊ້າງ ໂຕທີສອງມາ ບໍ່ເຫັນດີທີ່ວ່າ ຈະເອົາຊ້າງ ອອກຈາກປະເທດ ໄປຂາຍ ໃຫ້ປະເທດອື່ນ".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ໃນອາທິດກ່ອນ ຊາວບ້ານ ໃນແຂວງ ໄຊຍະບຸຣີ ກໍບໍ່ດີໃຈ ຈົນພາກັນປະທ້ວງ ຍ້ອນວ່າຣັຖບານ ໄດ້ຂາຍຊ້າງ ທີ່ພວກຕົນລ້ຽງມາ ແຕ່ດົນນານ ແລະ ເຫັນວ່າຣັຖບານ ຂາຍສົມບັດ ຂອງຊາດ.
ອີງຕາມອົງການ WWF ຣັຖບານລາວ ເຄີຍໄດ້ຂາຍຊ້າງ ອອກໄປ ຕ່າງປະເທດເລື້ອຍໆ ໂດຍສະເພາະ ຂາຍໃຫ້ຈີນ ແລະ ເກົາຫລີໃຕ້ ເພື່ອໃຫ້ໄປລ້ຽງ ໃນສວນສັດ, ຊຶ່ງເປັນເຫດນຶ່ງ ທີ່ເຮັດໃຫ້ ຈໍານວນຊ້າງໃນລາວ ຫລຸດໜ້ອຍລົງ ເລື້ອຍໆ.
ເຈົ້າໜ້າທີ່ ເວົ້າສລຸບວ່າ ເຖິງແມ່ນວ່າ ຈະມີການປະທ້ວງ ທ່ວງດຶງ ແຕ່ຣັຖບານ ກໍບໍ່ເອົາຫົວຊາ ແລະ ບໍ່ໄດ້ໃຫ້ຄວາມ ສໍາຄັນ ໃນການອະນຸຮັກ ຊ້າງ ຊຶ່ງເປັນສັດ ຄູ່ບ້ານ ຄູ່ເມືອງ ແຕ່ຢ່າງໃດ ເຖີງແມ່ນວ່າ ຈໍານວນ ຊ້າງ ໃນລາວ ປັດຈຸບັນ ຈະເຫລືອໜ້ອຍລົງ ກໍຕາມ. ເມື່ອຕິດຕໍ່ ສອບຖາມໄປຫາ ກະຊວງ ກະສິກັມ ແລະປ່າໄມ້ ກໍບໍ່ມີ ເຈົ້າໜ້າທີ່ ຜູ້ໃດສາມາດ ອອກມາໃຫ້ ຄວາມຄິດເຫັນ ກ່ຽວກັບ ເຣື່ອງນີ້ໄດ້.