ໂຄງການເຂື່ອນໄຊຍະບູຣີ ຄວນສໍາຣວດເພີ້ມເຕີມ

ອົງການ ເງິນທຶນ ເພື່ອ ສັດປ່າໂລກ ຮຽກຮ້ອງ ໃຫ້ມີການ ສຶກສາ ສໍາຣວດ ດ້ານ ຜົນກະທົບ ຂອງ ໂຄງການເຂື່ອນ ໄຊຍະບູຣີ ທີ່ຈະມີ ຕໍ່ ສະພາບ ແວດລ້ອມ ເພີ່ມເຕີມ.
ມະນີຈັນ
2011.11.28

ກົດຟັງສຽງ

ອົງການ ເງິນທຶນ ເພື່ອ ສັດປ່າໂລກ (WWF) ປະເທດໄທ ເຫັນວ່າ ໂຄງການ ເຂື່ອນ ໄຊຍະບູລີ ຂອງລາວ ອາຈເປັນ ໂຄງການ ທີ່ ສົ່ງຜົລ ກະທົບ ຕໍ່ຄວາມ ອຸດົມ ສົມບູນ ຂອງ ສິ່ງແວດລ້ອມ ຮວມເຖິງ ສິ່ງທີ່ມີ ຊີວິດ ໃນແມ່ນໍ້າຂອງ, ຈຶ່ງຢາກໃຫ້ ທາງໂຄງການ ພິຈາຣະນາ ສຶກສາ ຢ່າງ ລະອຽດ ຕື່ມອີກກ່ອນ ຈຶ່ງຕັດສິນໃຈ. ດຣ. ສຸພະສຸກ ປຣະດັບສຸກ ຜູ້ ປະສານງານ ດ້ານນະໂຍບາຍ WWF ປະເທດໄທ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ຕ້ອງປະເມີນຜົລ ກະທົບ ສິ່ງແວດລ້ອມ ຢ່າງລະອຽດ ໃນເຂດ ແມ່ນໍ້າຂອງ ໂດຍ ພິຈາຣະນາ ເບິ່ງຜົນ ກະທົບ ສະສົມ ຮວມເຖິງ ຜົນກະທົບ ຂ້າມຊາຍແດນ ຕໍ່ຄວາມ ຫລາກຫລາຍ ທາງຊີວະພາບ ແລະ ການປະມົງ".

ດຣ. ສຸພະສຸກ ເວົ້າວ່າ WWF ເຫັນວ່າ ການສຶກສາ ຜົນກະທົບ ດ້ານ ສິ່ງແວດລ້ອມ ຂອງ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບູຣີ ຍັງບໍ່ ຮວມເຖິງ ອີກຫລາຍ ປະເດັນ. ສິ່ງທີ່ ອົງການ ເງິນທຶນ ເພື່ອ ສັດປ່າ ຂອງໂລກ ເປັນຫ່ວງ ທີ່ສຸດ ຄື ຜົນກະທົບ ຕໍ່ພັນປາ ໃນ ແມ່ນໍ້າຂອງ, ອີງຕາມ ທາງຂື້ນລ່ອງ ຂອງໝູ່ປາ ທີ່ໂຄງການ ກໍ່ສ້າງເຂື່ອນ ໄດ້ອອກແບບ ໄວ້ນັ້ນ ເຫັນວ່າ ບໍ່ເໝາະສົມ ກັບໝູ່ປາ ໃນ ພູມີພາຄ ນີ້ ແລະ ກໍອາຈສົ່ງ ຜົນກະທົບ ຕໍ່ ຣະບົບ ນິເວດ ໃນ ແມ່ນໍ້າຂອງ ຢ່າງໜັກ.

ດຣ. ສຸພະສຸກ ເວົ້າອີກວ່າ ອົງການ ເງິນທຶນ ເພື່ອ ສັດປ່າໂລກ ບໍ່ເຫັນພ້ອມ ນໍາການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ເພາະເປັນ ແມ່ນໍ້າ ສາຍຫລັກ ມີຣະບົບ ນິເວດ ທີ່ ຫລາກຫລາຍ ຫາກ ປຽບທຽບ ກັນແລ້ວ ການສ້າງ ເຂື່ອນ ໃສ່ ລໍານໍ້າສາຂາ ຜົນກະທົບ ຕໍ່ຣະບົບ ນິເວດ ຈະມີ ໜ້ອຍກວ່າ. ທ່ານໄດ້ກ່າວ ສລຸບວ່າ ສິ່ງທີ່ ໂຄງການ ຄວນ ຄໍານຶງເຖິງ ກ່ອນອື່ນໝົດ ຄື ຜົນກະທົບ ຕໍ່ ສິ່ງແວດລ້ອມ ຣະບົບນິເວດ ພັນປາ ແລະ ສັດນໍ້າ ຊຶ່ງຕ້ອງ ຄໍານວນ ໃຫ້ຖີ່ຖ້ວນວ່າ ຫາກ ສ້າງເຂື່ອນ ໄຊຍະບູຣີ ຂຶ້ນມາ ຈະຄຸ້ມຄ່າ ຫລືບໍ່ ເມື່ອເບິ່ງເຖິງ ຄວາມເສັຽຫາຍ ທີ່ຈະ ຕິດຕາມມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 01, 2011 09:22 PM

The hydroelectric dams across the Mekong River constitute the real potential and direct interests for Laos. We recognize that the Mekong River is an international river but no any country or any organization has a right of veto to stop Laos to use it the for its own interests. Laos has a duty to inform and consult with other countries before building the dams. The Mekong River commission may adopt the consultative resolutions without any legal binding. The so-called conservation groups have nothing to do with the dams.