ກົດຟັງສຽງ
ນັກເດີນ ທະເລ ທີ່ມີ ຊື່ສຽງ ໃນວັຍ ເຍົາວະຊົນ ອອສເຕຣເລັຍ ປະຈໍາປີ ນາງ Jessica Watson ອາຍຸ 16 ປີ ທີ່ໃຊ້ເຮືອ ເດີນທະເລ ດ່ຽວ ໃນປີ 2010 ໄດ້ມາ ຢ້ຽມຢາມ ສປປລາວ ນຶ່ງ ອາທິດ ໃນນາມ ເຍົາວະຊົນ ຕາງໜ້າໃຫ້ ໂຄງການ ອາຫານ ໂລກ. ນາງໄດ້ເວົ້າ ໃນຕອນໃຫ້ ສັມພາດ ຜູ້ສື່ຂ່າວ ໃນມື້ວັນ ພຣະຫັດ ທີ 8 ກັນຍາ 2011 ນີ້ ວ່າ ນາງ ຈະສົ່ງເສີມ ໃຫ້ມີການ ຮັບຮູ້ ຫລາຍຂຶ້ນ ກ່ຽວກັບ ງົບປະມານ ຂອງ ໂຄງການ ອາຫານ ໂລກ ທີ່ໄດ້ຊ່ວຍ ໂຄງການ ອາຫານ ໃຫ້ໂຮງຮຽນ ໃນລາວ ແລະ ຈະສົ່ງເສີມ ໃຫ້ ຊາວ ອອສເຕຣເລັຍ ຮ່ວມກັບນາງ ໃນການ ຕໍ່ຕ້ານ ຄວາມອຶດຢາກ ຂອງ ເດັກນ້ອຍ.
ສໍາລັບ ນາງ Jessica ການຕັດສິນໃຈ ສນັບສນູນ ລາວ ມີຄວາມ ສໍາຄັນ “ໃນນາມ ເຍົາວະຊົນ ຕາງໜ້າ ໂຄງການ ອາຫານ ໂລກ ນາງຢາກ ມີບົດບາດ ມີສ່ວນຮວມ ໃນ ໂຄງການ ທີ່ ພັທນາ ຊີວິດ ການເປັນຢູ່ ຂອງ ເດັກນ້ອຍ ໂດຍຕຣົງ ຊື່ງເປັນ ໂຄງການ ທີ່ຈະຊ່ວຍ ໃຫ້ ເດັກນ້ອຍ ຢາກຢູ່ ໃນໂຮງຮຽນ ດົນຂຶ້ນ.
ໂຄງການ ອາຫານ ໂລກ ໄດ້ຮັບການ ຮ່ວມມື ຈາກ ກະຊວງ ສຶກສາທິການ ແລະ ກິລາ ໃນໂຄງການ ມີ 1,500 ໂຮງຮຽນ ທີ່ໄດ້ຮັບ ການຊ່ວຍເຫລືອ ແລະ ມີນັກຮຽນ 4 ແສນຄົນ, ຊຶ່ງຮວມທັງ 150 ພັນຄົນ ຈາກ ໂຮງຮຽນ ກ່ອນຊັ້ນ ປະຖົມ ແລະ ຊັ້ນ ປະຖົມ. ໂຄງການ ດັ່ງກ່າວ ມີຢູ່ ແຂວງ ຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ສາຣະວັນ, ເຊກອງ ແລະ ອັດຕະປື.