ກົດຟັງສຽງ
ເພື່ອເປັນ ສັນຍາລັກ ໃນວັນອ່ານປື້ມ ສາກົນ ອົງການ ສະຫະປະຊາຊາດ ໃນມື້ນີ້ ຫົວຫນ້າ ຫ້ອງການດ້ານ ການສືກສາ ວິທຍາສາດ ແລະ ວັທນະທັມ ຍານາງ ອີຣີນນາ ໂບໂກວາ ໄດ້ເນັ້ນເຖີງ ຄວາມສຳຄັນ ໃນການແປ ຫລາຍກວ່າ ເພື່ອຄ້ຳປະກັນ ໃຫ້ທຸກຄົນ ໃນໂລກ ສາມາດເຂົ້າໃຈ ໃນເນື້ອຄວາມ ທີ່ຕົນອ່ານ.
ຍານາງ Irina Bokova ຫົວຫນ້າ ອົງການ UNESCO ສະຫະປະຊາຊາດ ກ່າວ ໃນມື້ວັນ ອ່ານປື້ມສາກົນ ວ່າ ປື້ມເປັນເຄື່ອງ ມືທີ່ມີຄ່າ ໃນການແລກປ່ຽນ ຄວາມຮູ້ ຄວາມເຂົ້າໃຈ ຊື່ງກັນແລະກັນ ແລະ ການ ເປີດກວ້າງ ຕໍ່ຄົນອື່ນ ແລະ ຕໍ່ໂລກ.
ນາງວ່າ ປາສຈາກ ການເຂົ້າເຖີງ ເນື້ອຄວາມ ແລະ ຂໍ້ມູນ ຈາກຫ້ອງສມຸດ ທີ່ເປັນ ຮູບພະທັມ ຫລື ນາມພະທັມ ແລ້ວ ຄວາມຮູ້ຈາກ ການອ່ານປື້ມ ແລະ ຄວາມຫລາກຫລາຍ ໃນເນື້ອເລື້ອງ ຕ່າງໆຂອງປື້ມ ກໍຈະ ສູນເສັຽໄປ. ປື້ມເປັນ ພາຫານະ ທີ່ຈະສ້າງ ຄວາມເຂົ້າໃຈ ແລະ ຄວາມເທົ່າທຽມກັນ ຣະຫວ່າງ ມະນຸສ ຫາ ມະນຸສ ດັ່ງນັ້ນ ຈື່ງຕ້ອງການ ການປົກປ້ອງ ແລະ ການສນັບສນູນ ໃນອ່ານປື້ມ ຫລາຍຂື້ນ.
ນາງໄດ້ຮຽກຮ້ອງ ໃຫ້ຣັຖບານ ປະເທດຕ່າງໆ ໃນໂລກ ໃຫ້ການ ສນັບສນູນ ການອ່ານປື້ມ ແລະ ການປົກປ້ອງ ລິກະສິດ ຂອງນັກແຕ່ງ ແລະ ນັກຂຽນປື້ມ ໃຫ້ຫລາຍຂື້ນ ຮ່ວມດ້ວຍການ ແປປື້ມທີ່ມີ ເນື້ອໃນ ສາຣະ ແກ່ນສານ ສຳລັບ ຜູ້ອ່ານ.