ທະນາຄາຣໂລກໃຫ້ແສງສວ່າງ ແກ່ລາວຊົນນະບົດ
2011.03.25
ກົດຟັງສຽງ
ທະນາຄາຣໂລກ ຍັງໃຫ້ກາຣ ສນັບສນູນ ໂຄງກາຣຕິດຕັ້ງ ແລະ ຂຍາຍສາຍໄຟຟ້າ ໃຫ້ໄປເຖິງ ທົ່ວເຂຕຊົນນະບົດ ໃນສປປລາວ ຕື່ມອີກຕໍ່ໄປ ໃນອະນາຄົຕ ໂດຽໄດ້ໃຫ້ທຶນ ກາຣຊ່ວຍເຫລືອ ຈຳນວນນື່ງຕື່ມອີກ ແກ່ທາງກາຣກ່ຽວຂ້ອງ ສປປລາວ.
ໃນຣະຫວ່າງປີ 1995 ຫາ 2010 ຜ່ານມານີ້ ກາຣຕິດຕັ້ງ ແລະ ຂຍາຍກະແສໄຟຟ້າ ໄດ້ມີເພີ່ມຂຶ້ນຈາກ 16% ໃນເມື່ອກ່ອນ ມາເປັນ 71% ໃນປີ 2011 ນີ້ ໂດຽທີ່ປະຊາຊົນ ໃນທົ່ວປະເທສ ສາມາຖມີໄຟຟ້າ ໃຊ້ເພີ້ມຂຶ້ນເຖິງ 730,000 ຄອບຄົວເຮືອນ ແລະ ເປັນທີ່ຄາດວ່າ ຈະມີຫລາຍເພີ່ມຂຶ້ນ ກວ່າເກົ່າ ໃນໄວໆນີ້.
ໂຄງກາຣທຶນ ກາຣຊ່ວຍເຫລືອ ໃໝ່ນີ້ ເປັນກາຣສົ່ງເສີມ ທາງກົມໄຟຟ້າ ແຫ່ງຊາຕຂອງລາວ ເພື່ອຈະໃຫ້ສາມາຖ ຕິດຕັ້ງໄຟຟ້າ ໃຫ້ໄດ້ໃນທົ່ວ ເຂຕຊົນນະບົດ ໃນບໍ່ຕໍ່າກວ່າ 7 ແຂວງທາງພາຄໃຕ້ ຂອງລາວ ໃນອະນາຄົຕ ຂ້າງໜ້ານີ້.
ໃນຂນະດຽວກັນ ໂຄງກາຣຊ່ວຍເຫລືອ ດັ່ງກ່າວ ຍັງຈະໃຫ້ທາງກາຣ ກ່ຽວຂ້ອງ ສາມາຖດຳເນີນ ດ້ານກາຣພັທນາ ໂຄງຮ່າງພື້ນຖານ ໂດຽຈະໃຫ້ມີກາຣ ຈັດສ້າງ ສຸຂສາລາ ໂຮງຮຽນ ໃຫ້ມີທົ່ວໄປຕາມ ເຂຕຊົນນະບົດ ໃນທົ່ວປະເທສ ແລະ ແຕ່ລະແຫ່ງ ກໍຈະຕ້ອງໃຫ້ມີ ກາຣຕິດຕັ້ງ ໄຟຟ້າ ໃຫ້ໄປທົ່ວເຖິງ ທຸກແຫ່ງເຊັ່ນກັນ.