ບໍຣິສັດ Poyry ຕົກໃນບັນຊີດໍາ

ທະນາຄານ ໂລກ ໄດ້ຈັດ ບໍຣິສັດ ສາຂາ ບໍຣິສັດ ພອຍຣີ ຂອງປະເທດ Sweden ທີ່ສຶກສາ ຜົນກະທົບ ໂຄງການ ເຂື່ອນ ໄຊຍະບູຣີ ເຂົ້າໃນ ບັນຊີດໍາ.
ມະນີຈັນ
2012.07.24

ອິງຕາມ ເວັບໄຊ ຂອງ ທະນາຄານ ໂລກ ບໍຣິສັດ ທີ່ປຶກສາ Poyry ສາຂາ Finland ຖືກຫ້າມ ດໍາເນີນ ທຸຣະກິດ ກັບ ທະນາຄານ ໂລກ ເປັນຣະຍະ ເວລາ 3 ປີ ເພື່ອເປັນ ການລົງໂທດ ທີ່ໄດ້ສົ່ງ ໃບສັ່ງຊື້ ສິນຄ້າ ທີ່ ບໍ່ຖືກ ຕ້ອງ ແລະ ໃຫ້ຜົນປະໂຫຍດ ທີ່ບໍ່ເໝາະສົມ ແກ່ເຈົ້າໜ້າທີ່ ທະນາຄານ ໂລກ. ຕາມໜັງສືພິມ ພາສາ ອັງກິດ ຣາຍສັປດາ ຂອງ ຟິນແລັນ The Helsinki Times ວ່ານັ້ນ ເປັນເຫດການ ກ່ຽວຂ້ອງ ກັບ ໂຄງການ ໃນເຂດ ເອເຊັຽຕາເວັນ ອອກ ປາຊີຟິກ ເມື່ອ ປີ 2009. ກ່ຽວກັບເຣື່ອງນີ້ ບໍຣິສັດ ພອຍຣີ ຢູ່ຟິນແລັນ ບໍ່ໃຫ້ຄໍາເຫັນ ໃດໆ ແຕ່ໂຄສົກ ປະຈໍາ ທະນາຄານ ໂລກ ເວົ້າວ່າ ທາງ ທະນາຄານ ໂລກ ບໍ່ໄດ້ໃຫ້ ຂໍ້ມູນ ລະອຽດ ໃນເວັບໄຊ.

ຣັຖບານລາວ ໄດ້ຈ້າງ ບໍຣິສັດ ຟິນແລັນ ສາຂາ ບໍຣິສັດ ພລັງງານ Poyry Energy ຂອງ ສະວີເດິນ ໃຫ້ສຶກສາ ເບິ່ງວ່າ ໂຄງການ ເຂື່ອນ ໄຊຍະບູຣີ ທີ່ມີແຜນ ສ້າງໃສ່ ແມ່ນໍ້າຂອງ ນັ້ນ ຈະສອດຄ່ອງ ກັບ ຫລັກການ ຂອງ ຄນະກັມມາທິການ ແມ່ນໍ້າຂອງ MRC ຫລືບໍ່. ອົງການ ແມ່ນໍ້າສາກົນ ໄດ້ທວງຖາມວ່າ ເປັນຫຍັງ ຣາຍງານຂອງ ສອງ ບໍຣິສັດ ແມ່ແລະ ສາຂານັ້ນ ຈຶ່ງສລຸບວ່າ ເຂື່ອນ ໄຊຍະບູລີ “ສອດຄ່ອງ ກັບຫລັກການ” ແລະ ແນະນໍາ ໃຫ້ສຶກສາ ເພີ່ມຕື່ມ 40 ກວ່າເຣື່ອງ ເພື່ອໃຫ້ ໂຄງການ ສອດຄ່ອງ ຕາມມາຕຖານ ຂອງ MRC.

ທ່ານ Kirt Herbertson ຜູ້ປະສານງານ ຝ່າຍ ນະໂຍບາຍ ເຂດເອເຊັຽ ຕາເວັນອອກ ສ່ຽງໃຕ້ ອົງການ ແມ່ນໍ້າສາກົນ ເວົ້າວ່າ ທ່ານໄດ້ຂ່າວ ເຣື່ອງການ ຂຶ້ນບັນຊີດໍາ ບໍຣິສັດ ພອຍຣີ ສາຂາ ຟິນແລັນ ແຕ່ບໍ່ຮູ້ວ່າ ມີການ ກ່ຽວຂ້ອງ ກັບ ເຂື່ອນ ໄຊຍະບູລີ ຊຶ່ງທ່ານວ່າ ນີ້ສະທ້ອນ ໃຫ້ເຫັນ ເຖິງປະເພດ ບໍຣິສັດ ທີ່ ຣັຖບານລາວ ເລືອກມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.