ທະນາຄານໂລກຊ່ອຍລາວ ອີກ 20 ລ້ານໂດລາ

ທະນາຄານ ໂລກ ອະນຸມັດ ເງີນ ຊ່ອຍເຫລືອລ້າ ປະມານ 20 ລ້ານ ໂດລາ ໃຫ້ ສປປລາວ ເພື່ອໃຫ້ ຣັຖບານ ໃຊ້ໃນ ໂຄງການ ພັທນາ ຫລຸດຜ່ອນ ຄວາມທຸກຍາກ ຄັ້ງທີ 8 ໃນລາວ.
ສິດນີ
2012.08.13

ຜູ້ບໍຣິຫານ ທະນາຄານ ໂລກ ໄດ້ຕົກລົງ ອະນຸມັດ ເງີນຊ່ອຍລ້າ ທີ່ກຸງ ວໍຊີງຕັນ ສະຫະຣັຖ ອະເມຣິກາ ໃນວັນພຣະຫັດ ຜ່ານມາ. ເງີນຊ່ອຍເຫລືອ ດັ່ງກ່າວ ໄດ້ມອບໃຫ້ ຫລັງຈາກ ທີ່ເຫັນ ຄວາມສຳເຣັດ ໃນໂຄງການ ຫລຸດຜ່ອນ ຄວາມທຸກຍາກ ໃນລາວ ຈາກກອງທືນ ຊ່ອຍເຫລືອ ຂອງ ທະນາຄານໂລກ ໃນຣະຍະ ທີ່ຜ່ານມາ ທີ່ເປັນຈຳນວນ ເງີນທັງຫມົດ ກວ່າ 68 ລ້ານ ໂດລາ ເລີ້ມແຕ່ປີ 2004.

ອິງຕາມຖແລງການ ຈາກ ທະນາຄານ ໂລກ ເງີນຊ່ອຍເຫລືອລ້າ ເທື່ອນີ້ແມ່ນ ຈຸດປະສົງ ທີ່ແນໃສ່ ການປະຕິຮູບ ນະໂຍບາຍ ແລະ ຣະບົບກົດຫມາຍ ໃນລາວ ທີ່ຈະສາມາດ ສ້າງຣາຍຮັບ ຈາກການພັທນາ ຊັພຍາກອນ ທັມມະຊາດ ທີ່ຍືນຍົງ ເພີ້ມຂື້ນ ໃນລາວ.

ການບໍຣິຫານ ຈັດການຣາຍຮັບ ຢ່າງມີ ປະສິດທິພາບ ເປັນສີ່ງຈຳເປັນ ໃນການ ບໍຣິການ ປະຊາຊົນ ຄວບຄູ່ໄປກັບ ວຽກງານ ບູຣິມະສິດ ຂອງຣັຖບານ ໃນແຜນການ ພັທນາ ເສຖກິດ ແລະສັງຄົມ ໃນລາວ.

ຍານາງ Genevieve Boyreau ຫົວຫນ້າທີມງານ ທະນາຄານໂລກ ປະຈຳລາວ ກ່າວວ່າ ການຊ່ອຍເຫລືອລ້າ ເພື່ອຫລຸດຜ່ອນ ຄວາມທຸກຍາກ ໃນລາວ ເທື່ອນີ້ ແມ່ນມີຂື້ນ ໃນເວລາທີ່ ສຳຄັນ ໃນຂນະທີ່ ເສຖກິດ ສປປລາວ ກຳລັງ ອາສັຍ ການເຕີບໃຫຍ່ ຈາກຣາຍຮັບ ຈາກ ຊັພຍາກອນ ທັມມະຊາດ ອັນມະຫານສານ ຖ້າມີການ ບໍຣິຫານຈັດການທີ່ດີ ຈະເຮັດໃຫ້ ສປປລາວ ກາຍເປັນ ປະເທດທີ່ ມີຣາຍໄດ້ ຣະດັບກາງ ແບບຍັ້ງຍືນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.