ຂ່າວສານ ຣອຍເຕີ ລາຍງານ ຈາກບາງກອກ ໃນວັນທີ 16 ສິງຫາ 2012 ນີ້ວ່າ ບໍຣິສັດ ຊໍ ການຊ່າງ ຂອງໄທ ກ່າວ ໃນວັນພຣະຫັດ ວ່າວຽກງານ ການກໍ່ສ້າງ ໂຄງການໄຟຟ້າ ທີ່ມີຄວາມຂັດແຍ່ງ ໃນເຂື່ອນ ໄຊຍະບູຣີ ທີ່ມີມູນຄ່າ ປະມານ 3 ພັນ 5 ຮ້ອຍລ້ານໂດລາ ຍັງຈະມີຂື້ນຢູ່ ແລະ ບໍຣິສັດ ຄາດການວ່າ ການສ້າງ ອ່າງເກັບນ້ຳ ໃນພື້ນທີ່ ຈະເລີ້ມຂື້ນ ໃນທ້າຍປີ 2012.
ທ່ານ ປຣີວ ທະວິ ສະເວດ ປະທານ ບໍຣິຫານ ບໍຣິສັດ ຊໍ ການຊ່າງ ກ່າວຕໍ່ ກຸ່ມນັກຂ່າວວ່າ ພວກເຮົາ ຍັງເຮັດວຽກ ໃນໂຄງການນັ້ນຢູ່ ພວກເຮົາ ຍັງບໍ່ໄດ້ຮັບ ຫນັງສື ເປັນທາງການ ຈາກ ຣັຖບານລາວ ໃຫ້ພວກເຮົາໂຈະ ຫລືວ່າຢຸດໂຄງການ ໄວ້ກອ່ນ. ທ່ານວ່າ ພວກເຮົາ ໄດ້ເຂົ້າໄປ ໃນພື້ນທີ່ ເພື່ອເຮັດວຽກ ກ່ຽວກັບ ການໂຍກຍ້າຍ ປະຊາຊົນ ແລະ ກະຕຽມ ການສ້າງ ອ່າງເກັບນ້ຳ ແລະວ່າ ທາງບໍຣິສັດ ມີແຜນການ ຈະສ້າງລາຍຮັບ ຈາກ ການຣະດົມທືນ ໃນໂຄງການ ເຂື່ອນ ໄຊຍະບູຣີ ໃນປີນີ້ ປະມານ 4 ພັນລ້ານບາດ.
ບໍຣີສັດ ຊໍ ການຊ່າງ ເປັນ ບໍຣິສັດຫລັກ ໃນການສ້າງ ເຂື່ອນ ນ້ຳຂອງ ໄຊຍະບູຣີ ໃນລາວ. ໃນເດືອນ ກໍຣະກະດາ ທີ່ຜ່ານມາ ສປປລາວ ກ່າວວ່າ ວຽກງານ ການສ້າງ ເຂື່ອນໄຊຍະບູຣີ ຕ້ອງໄດ້ຢຸດໄວ້ກ່ອນ ຈົນກວ່າ ຈະມີການສຶກສາ ຜົລກະທົບ ຕໍ່ສີ່ງແວດລ້ອມ ເພີ້ມເຕີ່ມ ຫລັງຈາກ ຖືກຮຽກຮ້ອງ ຈາກປະເທດ ເພື່ອນບ້ານ ແລະ ກຸ່ມປົກປ້ອງ ສິ່ງແວດລ້ອມ.