ຍິງລາວຮັບລາງວັນ ຈາກທູຕສະຫະຣັຖ

ເອກອັຄຣາຊທູຕ ສະຫະຣັຖ ປະຈໍາລາວ ສັລເສີນ ແລະ ໃຫ້ຣາງວັນ ແກ່ແມ່ຍິງລາວ ໃນວັນ ສະຕຣີສາກົລ ແລະ ເດືອນສລອງ ຄວາມກ້າຫານ ຂອງ ສະຕຣີສາກົລ.
ຫວາດ ສີມູນ
2011.03.25

ກົດຟັງສຽງ

ເດືອນມີນາ ເປັນເດືອນທີ່ມີ ກາຣສລອງ ບົທບາທສຳຄັນ ຂອງແມ່ຍິງ ໃນທົ່ວໂລກ ຊຶ່ງກໍຮວມ ທັງກາຣ ສລອງຄົບຮອບ 100 ປີ ຂອງວັນ ສະຕຣີສາກົລ ແລະ ເປັນເດືອນສລອງ ຄວາມກ້າຫານ ຂອງສະຕຣີສາກົລ ນຳອີກດ້ວຍ, ຊຶ່ງກໍມີກາຣຈັດ ພິທີສລອງກັນ ໃນຫລາຍໆປະເທສ ທົ່ວໂລກ.

ກ່ຽວກັບພິທີ ກາຣສລອງບົທບາທ ຂອງແມ່ຍິງສາກົລ ດັ່ງກ່າວ ທາງກາຣທູຕ ສະຫະຣັຖ ປະຈຳ ສປປລາວ ກໍມີພິທີກາຣ ມອບຣາງວັນ “ສະຕຣີສາກົລ ຂອງຄວາມກ້າຫານ" ໃຫ້ແກ່ແມ່ຍິງລາວ ເຊັ່ນກັນ ຊຶ່ງຈັດຂຶ້ນທີ່ ບ້ານພັກ ຂອງເອກອັຄຣາຊທູຕ ສະຫະຣັຖ ທີ່ນະຄອນຫລວງ ວຽງຈັນ, ໃນມື້ວັນພຣະຫັດ ຜ່ານມານີ້ ໂດຽແມ່ນ Mme Karen B. Stewart ເອກອັຄຣາຊທູຕ ສະຫະຣັຖ ປະຈຳລາວ ເປັນຜູ້ມອບໃຫ້ແກ່ ຍານາງ ກົມມະລີ ຈັນທະວົງ ແລະ ຍານາງກົງເດືອນ ເນຕຕະວົງ ຊຶ່ງແຕ່ລະຄົນ ໄດ້ມີບົທບາທ ທີ່ສຳຄັນໃນ ສັງຄົມ ປັຈຈຸບັນ.

Mme Stewart ໄດ້ກ່າວຢູ່ໃນພິທີ ຕອນນື່ງວ່າ ສະຫະຣັຖ ໄດ້ເຮັດທຸກ ວິທີທາງ ໂດຍປຣາສຈາກ ຄວາມອິດເມື່ອຍ ເພື່ອໃຫ້ແມ່ຍິງ ມີສິທທິ ແລະ ຄວາມສເມີພາບ ທຸກຢ່າງ ເພາະມີ ຄວາມເຊື່ອໝັ້ນທີ່ວ່າ ຖ້າປະເທສໃດ ໃຫ້ຄວາມສຳຄັນ ແກ່ແມ່ຍິງ ແລະ ເຍົາວະຊົນ ໜຸ່ມນ້ອຍເພສຍິງ ມີສິທຈົນເຕັມ ສັກຍະພາບ ຂອງ ໃຜມັນ ແລ້ວນັ້ນ ປະເທສນັ້ນໆ ຍິ່ງຈະມີຄວາມ ຈະເຣີນກ້າວໜ້າ ໄປໄດ້ດີກວ່າ ປະເທສອື່ນໆ ທີ່ບໍ່ໃຫ້ສິທ ເສຣີພາບ ແກ່ບັນດາແມ່ຍິງ ຢູ່ໃນປະເທສ ຂອງຕົນນັ້ນ ແຕ່ຢ່າງໃດ.

ໃນຂນະດຽວກັນ Mme Stewart ກໍໄດ້ເນັ້ນວ່າ ທາງກາຣ ສະຫະຣັຖ ກໍມີຄວາມມຸ້ງໝັ້ນ ໃນດ້ານເສີມສ້າງ ພລັງອຳນາຈ ຂອງສະຕຣີ ບໍ່ແມ່ນແຕ່ວ່າ ເປັນສິ່ງທີ່ຖືກຕ້ອງ ເທົ່ານັ້ນ ແຕ່ກໍຫາກເປັນສິ່ງ ທີ່ຄວນຈະໃຫ້ ກາຣສົ່ງເສີມ ແລະ ກໍເຊື່ອວ່າ ທາງກາຣລາວ ກໍມີເປົ້າໝາຍ ເຊັ່ນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.