ສິທທິຂອງຜູ້ຍິງລາວ

ພັກ-ຣັຖບານ ສປປລາວ ຊຸກຍູ້ ສົ່ງເສີມ ໃຫ້ແມ່ຍິງລາວ ມີບົດບາດ ຫລາຍຂື້ນ ທັງທາງດ້ານ ການເມືອງ ເສຖກິດ ແລະ ສັງຄົມ.
ອະວາຣີ
2012.06.01
F-Pany-Yathotou ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາຕ ເປັນຜູ້ຍິງລາວ ຄົນທໍາອິດ ທີ່ໄດ້ຮັບ ຕໍາແໜ່ງສູງ ໃນ ດ້ານການເມືອງ ສປປລາວ ກໍາລັງຈັບມື ທ່ານ ຫງຽນ ຊິນ ຫັງ ປະທານສະພາ ແຫ່ງຊາຕ ວຽດນາມ.
VNA/VNS Photo Nhan Sang

ແມ່ຍິງລາວ ສ່ວນຫລາຍ ຍັງບໍ່ສາມາດ ພັທນາ ໂຕເອງ ໃຫ້ມີບົດບາດ ເດັ່ນຂື້ນສູງ ເທົ່າທີ່ຄວນ ດັ່ງເຈົ້າໜ້າທີ່ ຫ້ອງການຂ່າວ ສະຫະພັນ ແມ່ຍິງລາວ ເວົ້າວ່າ:

“ເຖິງຈະມີ ນະໂຍບາຍ ມີການເປີດ ໂອກາດ ຢ່າງເປັນທາງການ ແຕ່ວ່າ ການປະຕິບັດ ໂຕຈິງ ສັງຄົມມັນ ກໍຍັງມີ ຫລາຍຢ່າງ ທີ່ມັນມີຂໍ້ ບົກຜ່ອງ ທີ່ບໍ່ມີ ຄວາມພ້ອມ ມີບາງບ່ອນ ກໍບໍ່ທັນເຮັດ ໄດ້ດີ ການປ່ຽນແປງ ຫລື ປູກຈິດສຳນຶກ ຂອງຄົນມັນ ກໍຕ້ອງໄດ້ໃຊ້ ເວລາ ຍາວນານ”.

ເຈົ້າໜ້າທີ່ ສະຫະພັນ ແມ່ຍິງລາວ ຜູ້ນີ້ເວົ້າອີກວ່າ ບັນຫາໃຫຍ່ ທີ່ແມ່ຍິງລາວ ຫລາຍຄົນ ຍັງເຮັດບໍ່ໄດ້ດີ ກໍແມ່ນ ຄວາມສເມີພາບ ຣະຫວ່າງ ເພດຍິງ ແລະ ເພດຊາຍ ແມ່ຍິງລາວ ສ່ວນຫລາຍ ຍັງບໍ່ ພ້ອມທີ່ຈະມີສິດ ເທົ່າທຽມ ກັບເພດຊາຍ. ໃນດ້ານການເມືອງ ກໍແຮງໄກ ສະມາຊິກ ສະພາແຫ່ງຊາດ ຊຸດປັດຈຸບັນ ມີ ສ.ສ ເປັນແມ່ຍິງ ພຽງແຕ່ 10 ສ່ວນຮ້ອຍ ຂອງ ຄນະຜູ້ແທນ ປະຊາຊົນ ແລະ ໃນຊຸດໜ້າ ພັກ-ຣັຖ ຢາກໃຫ້ມີ ສະມາຊິກ ເພດຍິງ ໃນສະພາ ແຫ່ງຊາດ ຫລາຍຂື້ນ ຢ່າງໜ້ອຍ 30 ສ່ວນຮ້ອຍ. ດັ່ງເຈົ້າໜ້າທີ່ ສະຫະພັນ ແມ່ຍິງລາວ ເວົ້າອີກວ່າ:

“ກອງປະຊຸມໃຫຍ່ ຂອງພັກ ກຳນົດ ນະໂຍບາຍ ຫ້າປີ ຂອງ ປະເທດເນາະ ແມ່ຍິງ ທີ່ຈະຕ້ອງ ເຂົ້າເປັນ ສະມາຊິກ ສະພາ ແຫ່ງຊາດ ຢ່າງນ້ອຍຕ້ອງ 30 ສ່ວນຮ້ອຍ ພວກເຮົາ ຈະໃຫ້ໄດ້ 50 ສ່ວນຮ້ອຍ ບໍ່ໄດ້ ເພາະວ່າແມ່ຍິງ ເຮົາເອງ ກໍບໍ່ທັນຊີ່ມີ ຄວາມພ້ອມ ທີ່ຈະເປັນຜູ້ນຳ.”

ໃນສະພາບ ເສຖກິດສັງຄົມ ປັດຈຸບັນ ແມ່ຍິງລາວ ໂດຍສະເພາະ ຜູ້ທີ່ຍັງ ເປັນໂສດ ວັຍສາວນັ້ນ ບໍ່ພຽງແຕ່ ບໍ່ກ້າວໜ້າ ແຮງປະສົບກັບ ໄພສັງຄົມ ຫລາຍຢ່າງ ຫລາຍຄົນ ກາຍເປັນ ໂສເພນີ ທັງພາຍໃນ ແລະ ຢູ່ຕາມປະເທດ ເພື່ອນບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.