ໂຄງການສງວນປ່າໄມ້ ສັດປ່າ
2011.06.02

ກົດຟັງສຽງ
ທາງການລາວ ຍັງບໍ່ຮູ້ ຣາຍລະອຽດ ວ່າຈະໄດ້ ຮັບເງິນ ຊ່ວຍເຫລືອ ເທົ່າໃດແທ້ ຈາກ ອົງການ ຮັກສາ ສັດປ່າ. ດັ່ງ ທ່ານ ລອນເທບ ສຸວັນນະທອງ ຫົວໜ້າຜແນກ ປ່າສງວນ ແຂວງ ສວັນນະເຂດ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:
“ໂຄງການ ຊ່ວຍເຫລືອ ຈາກ ຕ່າງປະເທດ ພວກ WCS ຂະເຈົ້າ ຈະມອບເງິນ ທຶນໃຫ້ ຍັງບໍ່ ແນ່ນອນ ພຽງແຕ່ ວາງແຜນ ວ່າຈິ່ ອະນຸລັກ ປ່າສງວນ ກ່ຽວກັບ ຣະບົບ ການຄຸ້ມຄອງ ຊີວະນາໆພັນ ຄຸ້ມຄອງ ປ່າໄມ້ ຢູ່ໃນເຂດ ປ່າສງວນ ລະວິ່ງ-ລະເວີ່ງ ແລ້ວ ກໍຂຸນເຊ ນາງມາ ທີ່ມັນກວມ ເອົາສອງແຂວງ ສວັນນະເຂດ ແລະ ແຂວງຄຳມ່ວນ.”
ທ່ານ ລອນເທບ ກ່າວອີກວ່າ ໂຄງການ ດັ່ງກ່າວ ເປັນໂຄງການ ໃຫຍ່ ແລະ ລະຍະຍາວ ຈະເລິ້ມ ປະຕິບັດ ນັບແຕ່ ປີໜ້າ ເປັນຕົ້ນໄປ ຈົນເຖິງ ປີ 2022 ເປັນເວລາ ສິບປີ ເຕັມ ປັດຈຸບັນ ຍັງຢູ່ໃນຂັ້ນ ວາງແຜນ.
ແຂວງຄຳມ່ວນ ແລະ ແຂວງ ສວັນນະເຂດ ແຕ່ກ່ອນ ເປັນເຂດ ທີ່ອຸດົມສົມບູນ ໄປດ້ວຍ ປ່າໄມ້ ແລະ ສັດປ່າ; ແຕ່ ປັດຈຸບັນ ປ່າໄມ້ ແລະ ຕົ້ນໄມ້ ກໍຖືກ ທຳຣາຍ ໄປຫລາຍແລ້ວ ເຖິງວ່າທາງການ ຈະຈັດເປັນ ເຂດ ປ່າສງວນ ໄວ້ກໍຕາມ, ພວກຄ້າໄມ້ເຖື່ອນ ກໍຍັງລັກ ຕັດໄມ້ ຕລອດມາ. ສັດປ່າ ເຊັ່ນດຽວກັນ ໃນຂນະນີ້ ຫລາຍຊະນິດ ກຳລັງສູນພັນ; ອົງການ ຮັກສາ ສັດປ່າ ກຳລັງ ເປັນຫ່ວງ ຕໍ່ການສູນພັນ ຂອງ ໂຕເສົາຫລາ ຊຶ່ງຍັງມີ ບໍ່ຫລາຍໂຕ ໃນແຂວງ ຄຳມ່ວນ.