ພວກຄ້າສັດປ່າຕ້ອງຫ້າມ ຖືກຈັບ
2011.07.06

ກົດຟັງສຽງ
ເຈົ້າໜ້າທີ່ ຕໍາຣວດ ແຂວງ ໜອງຄາຍ ຮ່ວມກັບ ໜ່ວຍປ້ອງກັນ ຮັກສາປ່າ ພາຍໃນແຂວງ ສາມາດ ຈັບກຸ່ມ ນັກຄ້າ ສັດປ່າ ໃນຂນະທີ່ ກໍາລັງ ຕຽມຂົນສົ່ງ ສັດປ່າ ຂ້າມໄປຝັ່ງ ສປປລາວ ໄດ້. ເຈົ້າໜ້າທີ່ ໄດ້ໂຕ ຜູ້ຕ້ອງຫາ 2 ຄົນພ້ອມ ສັດປ່າ ຂອງກາງ ຈໍານວນຫລາຍ ມູນຄ່າ ຢ່າງຕໍ່າ 5 ແສນບາດ.
ໃນຕອນເຊົ້າ ມື້ວັນ ອັງຄານ ທີ 5 ກໍຣະກະດາ 2011 ເຈົ້າໜ້າທີ່ ຕໍາຣວດ ແຂວງ ໜອງຄາຍ ພ້ອມກັບ ຜູ້ຊ່ຽວຊານ ຈາກໜ່ວຍ ປ້ອງກັນ ຮັກສາປ່າ ສາມາດ ຍຶດສັດ ຈໍານວນ ຫລວງຫລາຍ ໄດ້ ຊຶ່ງມີ ເຫັ້ຍ 85 ຄອກ, ງູເຫລືອມ 17 ຄອກ ແລະ ງູສິງອີກ 84 ຄອກ ຮວມທັງໝົດ ຫລາຍກວ່າ 1,000 ໂຕ ຊຶ່ງມີ ມູນຄ່າ ບໍ່ຕໍ່າກວ່າ 5 ແສນບາດ ຊຶ່ງເປັນຂອງ ກຸ່ມຄ້າ ສັດປ່າ ລະຫວ່າງ ປະເທດ.
ນອກຈາກ ສັດຈໍານວນ ຫລວງຫລາຍ ນີ້ແລ້ວ ເຈົ້າໜ້າທີ່ ຍັງສາມາດ ຈັບຜູ້ຕ້ອງຫາ ໄດ້ອີກສອງ ຄົນ ຄືນາຍ ຊັນວິດ ຄໍາພະຊຶກ ແລະ ນາຍ ຈຸຕພອນ ທອງລອງ ທັງສອງ ມາຈາກ ແຂວງ ອຸດອນທານີ.
ຈາກການ ສອບສວນ ໃນຕອນ ທໍາອິດ ທັງສອງຄົນ ຮັບສາລະພາບ ວ່າ ນາຍທຶນ ຈາກແຂວງ ນະຄອນ ສີອະຍຸທະຍາ ໄດ້ຈ້າງຜູ້ລະ 1,000 ບາດ ໃຫ້ຂົນເອົາ ສັດປ່າ ທັງໝົດ ດັ່ງກ່າວ ມາສົ່ງ ໄວ້ທ່ານໍ້າ ແຄມ ແມ່ນໍ້າຂອງ ໃນເຂດ ເມືອງປາກ ຄາດແຂວງ ໜອງຄາຍ ແລ້ວ ກໍຈະມີ ຄົນມາ ຮັບເອົາ ຂ້າມໄປຝັ່ງ ສປປລາວ ແລ ະສົ່ງຕໍ່ໄ ປປະເທດ ວຽດນາມ.
ສໍາລັບ ສັດປ່າ ສ່ວນນຶ່ງ ທາງການ ໄດ້ນໍາເອົາ ໄປປ່ອຍ ຄືນສູ່ ທັມມະຊາດ ຢູ່ພູຂຽວ ແຂວງ ໄຊຍະພູມ ແລະອີກສວ່ນນຶ່ງ ກໍນໍາເອົາ ໄປປ່ອຍໄວ້ ຢູ່ສວນສັດ ພູເຂົາ ສວນກາງ ແຂວງ ຂອນແກ່ນ. ສຳລັບ ຜູ້ຖືກຈັບ ກໍສົ່ງໃຫ້ ເຈົ້າໜ້າທີ່ ສືບສວນ ດໍາເນີ ນຄະດີຕໍ່ໄປ.