ອະນາມັຍໂລກເຕືອນຣະວັງ ໂຣຄເອດສທີ່ດື້ຢາ

ອົງການ ອະນາມັຍ ໂລກ ຖແລງວ່າ ການເຝົ້າຣະວັງ ເປັນສີ່ງ ທີ່ຕ້ອງການ ໃນການຕ້ານ ເຊື້ອໂຣຄ ເອດສ ທີ່ດື້ຢາ.
ສິດນີ
2012.07.27
F-hiv ເຄື່ອງການຕໍ່ຕ້ານ ໃຫ້ຣະວັງ ໂຣຄເອດສ ທີ່ດື້ຢາ
who

ເຈົ້າຫນ້າທີ່ ຣະດັບສຸງ ຈາກຫ້ອງການ ຕ້ານໂຣຄເອດສ ອົງການ ອະນາມັຍໂລກ ຖແລງ ໃນມື້ວັນ ພຣະຫັດວ່າ ເຊື້ອໂຣຄເອດສ ທີ່ດື້ຢາ ຕ້ອງມີການ ຕິດຕາມ ແລະ ສີ້ງຊອມ ຢ່າງໃກ້ຊິດ ເຖີງແມ່ນວ່າ ໃນເວລານີ້ ມັນຍັງບໍ່ເປັນ ບັນຫາໃຫຍ່ ກໍຕາມ.

ທ່ານ Gottfried Hirnschall ຫົວຫນ້າ ຫ້ອງການ ຕ້ານໂຣຄເອດສ ອົງການ ອະນາມັຍໂລກ ໄດ້ກ່າວ ຕໍ່ຫນັງສືພີມ ຊິນຮົວ ຂອງຈີນ ໃນຊ່ວງທີ່ມີ ການປະຊຸມ ກ່ຽວກັບ ໂຣຄເອດສ ເປັນເວລາ 6 ວັນ ທີ່ກຸງປັກກິ່ງ ທີ່ເລີ້ມຂື້ນ ໃນວັນທີ 22 ກໍຣະກະດາ ວ່າ ພວກເຮົາຕ້ອງ ຕິດຕາມ ແລະເຝົ້າຣະວັງ ພວກເຮົາ ຕ້ອງສີ້ງຊອມ ເບີ່ງ ວິວັທນາການ ແລະ ວິຈັຍ ກ່ຽວກັບ ໂຣຄເອດສ ທີ່ດື້ຢາ ຢ່າງໃກ້ຊິດ.

ທ່ານວ່າ ໃນຂນະທີ່ ຢາຕ້ານໂຣຄເອດສ ຊນີດ ART ໄດ້ຊ່ອຍຊີວີດ ຜູ້ຕິດເຊື້ອ ຫລາຍລ້ານຄົນ ຫລັງຈາກທີ່ ຖືກປະກາດໃຊ້ ແລະ ຜົລດີ ຂອງຢາດັ່ງກ່າວ ຍັງສືບໄປ ຢ່າງຕໍ່ເນື່ອງ ແຕ່ຍັງມີ ບາງກໍຣະນີ ການດື້ຢາ ຂອງໂຣຄ ດັ່ງກ່າວ ບໍ່ສາມາດ ຫລີກລຽງໄດ້.

ອິງຕາມ ຂໍ້ມູນຂອງ ທ່ານ Hirnschall ໃນທ້າຍປີ 2011 ມີຜູ້ຕິດເຊື້ອ hiv ກວ່າ 8 ລ້ານຄົນ ໄດ້ກີນຢາຕ້ານ ເອດສ ART ໂດຍສະເພາະ ໃນປະເທດລາຍ ໄດ້ຣະດັບ ກາງ ແລະ ຈຳນວນ ດັ່ງກ່າວ ໄດ້ເພີ້ມຂື້ນ 26 ເທົ່າ ໃນປີ 2003. ອົງການ ອະນາມັຍໂລກ ໄດ້ເລີ້ມ ການສຳຣວດ ກ່ຽວກັບ ການດື້ຢາ ຂອງໂຣຄເອດສ ຫລັງຈາກ ທີ່ ຫລາຍປະເທດ ໃຊ້ຢາ ດັ່ງກ່າວ.

ທ່ານ Hirschall ກ່າວ ໃນຖແລງການວ່າ ອັດຕຣາ ການດື້ຢາ ຂອງໂຣຄເອດສ ທີ່ເກີດຂື້ນໃນ ປະເທດ ຜູ້ຕິດເຊື້ອ ລາຍໄດ້ ຣະດັບກາງ ເພີ້ມຂື້ນ ຣະຫວ່າງປີ 2003 ຫາປີ 2009 ປະມານ 6% ແລະ ທົ່ວໄປໃນໂລກ ເພີ້ມຂື້ນ ປະມານ 5% ໃນຈຳນວນ ຜູ້ຕິດເຊື້ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.